ເວທີ​ປຶກ​ສາ​ຫາລືການ​ທ່ອງ​ທ່ຽວອາ​ຊຽນ 2009 ​ໄຂ​ຂຶ້ນ​ຢູ່​ຫວຽດ​ນາມ

(GMT+08:00) 2009-01-10 17:22:02 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 9 ມັງ​ກອນ​ນີ້,​ເວ​ທີ​ປຶກສາ​ຫາລືການທ່ອງທ່ຽວ​ອາ​ຊຽນ 2009 ​ໄດ້​​ໄຂ​ຂຶ້ນ​ຢູ່​ຮາ​ໂນ​ຍ ນະຄອນຫຼວງ​ຫວຽດນາມ.

ລັດຖະມົນຕີ​ກະຊວງທ່ອງທ່ຽວ​ແລະວົງ​ການທ່ອງ​ທ່ຽວທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນລວມ 2000 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ເວ​ທີ​ດັ່ງ​ກ່າວ​ໃນ​ວັນ​ທີ 9 ມັງ​ກອນ​ນີ້.​ໃນ​ພິທີ​ໄຂ,ທ່ານຊັນ​ເຈນຖາງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ ກິລາ​ແລະ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ທ່ອງທ່ຽວ​ຂອງ​ປະ​ເທດ​ຕ່າງໆ​ອາ​ຊຽນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ການທ່ອງ​ທ່ຽວ​ໄດ້​ກາຍ​ເປັນ​ກຳລັງ​ຊຸກຍູ້​ອັນ​ສຳຄັນຂອງ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ປະ​ເທດ​ຕ່າງໆ,ພ້ອມ​ກັນ​ນັ້ນ,ການທ່ອງທ່ຽວ​ຍັງ​ໄດ້​​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງປະ​ເທດ​ຕ່າງໆ,​​ໄດ້​ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ຍັງ​ຈະ​ຈັດ​ກອງ​ປະຊຸມລະດັບ​ລັດຖະມົນຕີ​ກະຊວງທ່ອງທ່ຽວ​ຂອງ​ປະ​​ເທດ​ຕ່າງໆ​ອາ​ຊຽນ,​ແລະ​ຈະ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ​ຕ່າງໆ​ອາ​ຊຽນ.​ເວທີ​ປຶກສາ​ຫາລືເທື່ອ​ນີ້​ຍັງ​ຈະ​ຈັດ​ງານ​ວາງສະ​ແດງ​ການທ່ອງທ່ຽວ​ໃນ​ວັນ​ທີ 12 ມັງກອນ​ນີ້,​ເພື່ອ​ໂຄສະນາ​ໂສມ​ໜ້າການ​ທ່ອງ​ທ່ຽວ​ຂອງ​ອາຊຽນ,​ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ທ່ຽວ​ຢູ່​ເຂດອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>