ອິນ​ເດຍ​ແລະ​ມຽນມາ​ໃຊ້​ມາດ​ຕະການ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ

(GMT+08:00) 2009-01-10 17:27:00 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ນັບ​ແຕ່​ເຂດ​ດາ​ຈີ​ລີງ ​ເຂດ​ຜະລິດ​ຊາ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ເດຍ​ໄດ້​​​ເກີດ​ພະຍາດ​ໄຂ້ຫວັດ​ສັດ​ປີກຮອບ​ໃໝ່​ໃນ​ຫວ່າງ​ມໍ່ໆ​ນີ້​ມາ​ນີ້,ອົງ​ການ​ປົກຄອງ​ຢູ່​ແຫ່ງ​ນັ້ນ​ໄດ້​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ​ຕື່ມ​ອີກ,ປະຈຸ​ບັນ,ຍັງບໍ່​ທັນ​ພົບ​ເຫັນ​ມີ​ຄົນ​ຕິດ​​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ.

ວັນ​ທີ 7 ມັງກອນ​ນີ້,ຢູ່​ບ້ານ​ທີ່ຢູ່​ເຂດພູດ​ອຍ​ດາ​ຈີ​ລີງ ພາກ​ຕາ​ເວັນ​ອອກສຽງ​​ເໜືອ​ອິນ​​ເດຍ,​ໄດ້​ພົບ​ເຫັນ​ມີ​ນົກ​ຕາຍ​ເປັນ​ຝູງ​ຝູງ​ຍ້ອນຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ H5N1.

ນອກ​ນີ້,ສື່​ມວນ​ຊົນ​ມຽນມາ​ແຈ້ງ​ຂ່າວ​ວ່າ,​ເຖິງ​ວ່າ​ປະຈຸ​ບັນ,ຢູ່​ມຽນມາ​ຍັງ​ບໍ່​ທັນມີ​ພະຍາດ​ໄຂ້ຫວັດ​ສັດ​ປີກ,​ແຕ່​​ເພາະວ່າ​ປະຈຸ​ບັນ​ພໍດີ​ແມ່ນ​ລະດູ​ທີ່​ມັກ​ເກີດ​ພະຍາດ​ໄຂ້ຫວັດ​ສັດ​ປີກ,ອົງການ​ລ້ຽງສັດ​ປີກ​ແລະອົງການ​ສັດຕະວະ​ແພດ​ຂອງ​ມຽນມາ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ໃຊ້​ມາດ​ຕະການ​ປ້ອງ​ກັນ,​ເພື່ອ​ບໍ່​ໃຫ້​ພະຍາດ​ໄຂ້ຫວັດ​ສັດ​ປີກ​ຈາກ​ປະ​ເທດ​ໃກ້​ຄຽງ​ທີ່​​ໄດ້​​ເກີດ​ພະຍາດ​ແຜ່​ລາມ​ຮອດ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>