ໄທ​ຈັດ​ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ​ສະມາ​ຊິກ​ສະ​ພາ​ຜູ້​ແທນ​ລາດຊະ​ດອນ

(GMT+08:00) 2009-01-11 17:09:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 11 ມັງກອນ​ນີ້,​ໄທ​ໄດ້​ຈັດການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ​ສະມາຊິກ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ,ນີ້​ແມ່ນ​ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມສະມາຊິກ​ທີ່​ມີ​ຂະໜາດອ່າວໃຫຍ່​​ເທື່ອ​ທຳ​ອິດທີ່​ສະພາ​ຜູ້​ແທນ​ລາດ​ຊະ​ດອນ​ໄທ​ຊຸດ​ນີ້ຈັດ​ຂຶ້ນ.

ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ​ຈະ​ເລືອກ​ຕັ້ງສະມາຊິກສະພາ​ຜູ້​ແທນ​ລາດ​ຊະ​ດອນ​ຜູ້​ໃໝ່ 29 ຄົນ​ໃນ 26 ​​ເຂດ​ເລືອກ​ຕັ້ງ​ຂອງ 22 ຈັງຫວັດ​ໃນ​ທົ່ວ​ປະ​ເທດ.ມີ​ຜູ້​ສະໝັກ​​ເລືອກ​ຕັ້ງລວມ 83 ຄົນ​ເຂົ້າ​ຮ່ວມການ​ແຂ່ງຂັນ​ເລືອກ​ຕັ້ງ​ເທື່ອ​ນີ້.

ເນື່ອງ​ຈາກ​ວ່າພັກຮ່ວມ​ລັດຖະບານ​​ແລະ​ພັກ​ຝ່າຍ​ຄ້ານ​ກວມ​ທີ່​ນັ່ງ​ຜິດ​ໂຕນ​ກັນ​ບໍ່​ຫຼາຍ​ໃນ​ລັດຖະສະພາ,ສະ​ນັ້ນ,ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ​ເທື່ອ​ນີ້​ມີ​ສ່ວນ​ກ່ຽວ​ພັນ​ເຖິງຄວາມ​ໝັ້ນ​ທ່ຽງ​ຂອງ​ພັກ​ຮ່ວມ​ລັດຖະບານ​ທີ່​ນຳພາ​ໂດຍທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາ​ຍົກລັດ​ຖະມົນຕີ​ໄທ​ທີ່​ຂຶ້ນ​ກຳ​ອຳນາດ​ບໍ່​ດົນ,ຈຶ່ງ​ຖືກ​ຄົນ​ທັງຫຼາຍ​ເອົາ​ໃຈ​ໃສ່​ຫຼາຍ.

ນອກ​ນີ້,ການ​​ເລືອກ​ຕັ້ງ​ເຈົ້າ​ຄອງ​ນະຄອນຫຼວງ​ບາງກອກ​ໄທ​ຮອບ​ໃໝ່ກໍ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ມັງກອນ​ນີ້.ວັນ​ທີ 19 ພະຈິກປີ​ກາຍ,ທ່ານ​ອະພິຣັກ ​ໂກ​ຊາ​ໂຢທີ​ນ ອະດີດ​ເຈົ້າ​ຄອງ​ນະຄອນ​ບາງ​ກອກ​​ໄດ້​ປະກາດວ່າ​ລາ​ອອກ​ຈາກ​ຕຳ​​ແໜ່ງຍ້ອນມີ​ສ່ວນ​ກ່ຽວ​ພັນ​ເຖິງ​ຄະດີ​ສໍ້​ລາດ​ບັງ​ຫຼວງລາຍ​ໜຶ່ງ​ໃນ​ຫຼາຍ​ປີ​ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>