ມູນ​ຄ່າ​ການ​ຄ້າ​ຈີນ​ອາ​ຟຼິ​ກາ​ໃນ​ປີ​2008​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ທາງ​ປະ​ຫວັດ​ສາດ

(GMT+08:00) 2009-01-19 18:34:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 19 ມັງກອນ​ນີ້, ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ທີ່​ໄປ​ຢາມ​ອັງ​ໂກ​ລາ​ກ່າວ​ວ່າ, ມູນ​ຄ່າ​ການ​ຄ້າ​ຈີນ​ອາ​ຟຼິກາ​ໃນ​ປີ 2008 ບັນລຸ​ເຖິງ 106 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ, ສ້າງ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ.

ທ່ານ​ເສີນ​ເຕີ​ມີ​ງກ່າວ​ວ່າ, ປີ 2000, ມູນ​ຄ່າ​ການ​ຄ້າ​ຈີນ​ອາ​ຟຼິກາ​ໄດ້​ຫຼາຍກວ່າ 10 ຕື້​ໂດ​ລາ​ເປັນ​​ຄັ້ງທຳ​ອິດ, ຫຼັງຈາກ​ນັ້ນ ​ໄດ້​ຮັກສາການ​ເຕີ​ບ​ໂຕ​ 30% ຂຶ້ນ​ໄປ​ 8 ປີ​ລຽນຕິດ, ​ໂດຍ​ສະ​ເພາະ​ແມ່ນ​ໃນຫຼາຍປີມາ​ນີ້, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບອາ​ຟຼິກາ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ພ້ອມ​ກັນນັ້ນ, ການ​ລົງທຶນ​ຂອງ​ຈີນ​​ຕໍ່​ອາ​ຟຼິກາກໍ່​ໄດ້​ພັດທະນາ​ຢ່າງ​ໝັ້ນທ່ຽງ.

ທ່ານ​ເສີນ​ເຕີ​ມີ​ງກ່າວ​ວ່າ, ​ໃນ​ພາຍ​ໜ້າ, ລັດຖະບານ​ຈີນ​ຈະ​ອອກ​ແຮງ​ຂະຫຍາຍ​ການ​ຮ່ວມ​ມື​​ເສດຖະກິດ​ການ​ຄ້າ​ກັບ​ອາ​ຟຼິກາ​ໃນ 4 ດ້ານ​ຄື:ໜຶ່ງ​, ສືບ​ຕໍ່​ເປີດ​ກວ້າງ​ຂະໜາດ​ການ​ຄ້າ​ຈີນ​ອາ​ຟຼິກາ, ຈີນ​ຈະ​ເປີດ​ກວ້າງ​ການ​ນຳ​ເຂົ້າຈາກ​ອາ​ຟຼິກາ​ຢ່າງ​ມີ​ເປົ້າໝາຍ; ສອງ, ຈີນ​ຈະ​ນຳ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ກອງ​ທຶນ​ພັດທະນາ​ຈີນ​ອາ​ຟຼິກາ​ແລະ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຢູ່​ຕ່າງປະ​ເທດ​ເປັນຕົ້ນ, ສະໜັບສະໜູນ​ວິ​ສາ​ຫະກິດ​ຈີນ​ເປີດ​ກວ້າງ​ການ​ລົງທຶນ​ຢູ່​ອາ​ຟຼິກາ; ສາມ, ສືບ​ຕໍ່​ເປີດ​ກວ້າງ​ການ​ຊ່ວຍ​ເຫຼືອອາ​ຟຼິກາ, ຈີນ​ຈະ​ສືບ​ຕໍ່​ໃຫ້​ຄວາມ​ຊ່ວຍ​ເຫຼືອຕາມ​ຄວາມ​ສາມາດ​ເຮັດ​ໄດ້​ແລະ​ບໍ່​ມີ​ເງື່ອນ​ໄຂ​ການ​ເມືອງ​ໃດໆ​ນັ້ນ​ໃຫ້​ປະ​ເທດ​ອາ​ຟຼິກາ; ສີ່, ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ວິ​ສາ​ຫະກິດຢູ່​ໃນຕະຫຼາດ, ສ້າງ​​​ເວທີ​ທີ່​ບັງ​ເກີດ​ຜົນ​ໃຫ້​​ວິ​ສາ​ຫະກິດ​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ກັນ, ​ເພີ່ມທະວີ​ການ​ບໍລິການ​​ໃຫ້​ແກ່ການ​ຮ່ວມ​ມືຂອງວິ​ສາ​ຫະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>