ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນຕັ້ງ"ວັນ​ລະ​ລຶກການ​ປົດ​ປ່ອຍ​ທາດ​ກະສິກອນຕິ​ເບ​ດລ້ານ​ຄົນ​"

(GMT+08:00) 2009-01-20 15:07:32 cri
-----------------------------------------------------------------------------------------------------------------
ວັນ​ທີ 19 ມັງກອນ​ນີ້,ກອງ​ປະຊຸມ​ຄັ້ງທີ 2 ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນຊຸດທີ 9 ​​ໄດ້​ຕົກລົງ​ວ່າ,​ໃຫ້​ກຳນົດ​ເອົາວັນ​ທີ 28 ມີນາ​ໃນ​​ແຕ່ລະ​ປີ​ເປັນ"ວັນ​ລະ​ລຶກການ​ປົດ​ປ່ອຍ​ທາດ​ກະສິກອນຕິ​ເບ​ດລ້ານ​ຄົນ​",ປະຊາຊົນ​ຕິ​ເບ​ດລ້ວນ​ແຕ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ພໍ່​ເຖົ້າ​​ເຄວຊາງ,​ປີ​ນີ້​ອາຍຸ 70 ກວ່າ​ປີ​ແລ້ວ,​ເພິ່ນເວົ້າ​ວ່າ,"​​ໃນ​ຊີວິດ​ຂອງ​ເພິ່ນ,ມີ 21 ປີ​ແມ່ນ​ດຳລົງ​ຊີວິດ​ພາຍ​ໃຕ້​ລະບອບ​ທາດ​ກະສິກອນ​ທີ່​ມືດ​ມົນ.​ໃຕ້​ການ​ກົດ​ຂີ່​ຂູດ​ຮີດຂອງ​ເຈົ້າທາດ,ບໍ່​ເຄີຍ​ມີ​ສິດ​​ແລະ​ຄວາມສຸກ​ຈັກ​ເທື່ອ.ປະ​ຈຸ​ບັນ,ພວກ​ເຮົາ​ໄດ້​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ​ໂດຍ​ບໍ່​ນຶກ​ບໍ່​ຝັນ,ທັງ​ໝົດ​ເຫຼົ່າ​ນີ້,ຖ້າ​ບໍ່​ມີ​ການ​ປົດ​ປ່ອຍ​ກໍ່​ຈະ​ປະກົດ​ເປັນ​ຈິງ​ບໍ່​ໄດ້,ພວກ​​ເຮົາ​ຂໍຂອບ​ໃຈ​ນຳ​ພັກ​ແລະ​ລັດ,​ແລະ​ສົ່ງ​ຄວາມ​ອວຍພອນ​ໃຫ້​ວັນ​ມ່ວນຊື່ນ​ແນວ​ນີ້."

ປີ 1951,ພາຍຫຼັງ​ລັດຖະ​ບານ​ກາງຂອງ​ປະຊາ​ຊົນ​ຈີນ​ກັບ​ອົງການ​ປົກຄອງຕິ​ເບດ​ໄດ້​ເຊັນ《ສັນຍາ 17 ຂໍ້》ກ່ຽວ​ກັບ​ການ​ປົດ​ປ່ອຍ​ຕິ​ເບ​ດ​ໂດຍ​ສັນຕິ​ແລ້ວ,​ໄດ້​ພິຈາ​ລະນາ​ເຖິງ​ສະພາບ​ຕົວ​ຈິງ​ຂອງ​ຕິ​ເບ​ດ​ໃນ​ຄາວ​ນັ້ນ,ບໍ່​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ລະບອບ​ການ​​ເມືອງ​ແລະສັງຄົມ​ຢູ່​ຕິ​ເບ​ດ​ໃນ​ທັນທີ.​ແຕ່​ມາໃນ​ວັນ​ທີ 10 ມີນາ 1959,ອົງ​ການ​ນຳພາປະຕິ​ການ​ຂອງ​ຕິ​ເບ​ດ​ເພື່ອ​ຢາກ​ຮັກ​ສາ​ລະ​ບອບ​ທາດ​ກະສິກອນ​ທີ່​ໂຮມ​ສູນອຳນາດ​ການ​ເມືອງ​ກັບ​ສາສະໜາ​ເປັນອັນ​ດຽວ​ກັນຕະຫຼອດ​ໄປ,​ໄດ້​ກໍ່ກະບົດດ້ວຍ​ກຳລັງ​ອາວຸດ​ຢ່າງ​ກະທັນ​ຫັນ.ລັດຖະ​ບານ​ກາງ​ໄດ້​​ໃຊ້​ມາດ​ຕະການ​ຢ່າງ​ເດັດ​ຂາດ,ຄື​ທັງ​ປາບ​ປາມ​ການກໍ່​ກະບົດ​ທັງດຳ​ເນີນ​ການ​ປະຕິ​ຮູບ​ແບບ​ປະຊາ​ທິປະ​ໄຕ.​ໃນ​ວັນ​ທີ 28 ມີນາ 1959,ລັດຖະບານ​ກາງ​ປະກາດ​ວ່າ​,​ໃຫ້​ຍຸບອົງການ​ປົກຄອງ​ຕິ​ເບ​ດ,​​ແຕ່​ນັ້ນ​ມາ,ທາດ​ກະສິກອນ​ຕິ​ເບ​ດລ້ານ​ຄົນຈຶ່ງ​ໄດ້​ຮັບ​ການ​ປົດ​ປ່ອຍ,ລະບອບ​ສັງຄົມ​ຂອງ​ຕິ​ເບ​ດກໍ່​ມີ​ຄວາມ​ກ້າວໜ້າ​ແບບ​ກ້າວ​ກະ​​​ໂດດ​ຢ່າງ​ເປັນ​ປະ​ຫວັດ​ການ.

ໃນ​​ເວລາ​ດົນນານ​ມາ​ນີ້,ກຸ່ມ​ແບ່ງ​ແຍກ​ຊາດ​ດາ​ໄລລາ​ມາ​ຕິຕຽນ​ລະລອບການ​ປົກຄອງຕົນ​ເອງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໂດຍ​ມີ​​ເຈດ​ຕະ​ນາ​ຮ້າຍ,ມີ​ຄວາມຝັນ​ຕະຫຼອດ​ມາ​ວ່າຢາກ​ຟື້ນ​ຟູ​ລະບອບ​ທາດ​ກະສິກອນ​ສັກດິນາ​ທີ່​ມືດ​ມົນ ປ່າ​ເຖື່ອນ​ແລະ​ຫຼ້າ​ຫຼັງ​ຢູ່​ຕິ​ເບ​ດ.ພາຍຫຼັງ​ຂ່າວ​ກ່ຽວ​ກັບ​ການ​ຕັ້ງ"ວັນ​ລະ​ລຶກການ​ປົດ​ປ່ອຍ​ທາດ​ກະສິກອນຕິ​ເບ​ດລ້ານ​ຄົນ​"ເຜີຍ​ແຜ່​ອອກ​ໄປ​ແລ້ວ,ບາງ​ຄົນ​ໃນ​ກຸ່ມ​ດາ​ໄລລາ​ມາກໍ່ຕິຕຽນ​ວ່າການ​ກະທຳ​ດັ່ງກ່າວ​ແມ່ນອັນ​ທີ່​ວ່າ"​ວິທີ​​ໂຄສະນາເພື່ອ​ລ້າງ​ນະ​ໂຍບາຍທີ່​ໂຫດຮ້າຍ​ໃຫ້​ສະອາດ​ແລະ​ສ້າງພາບ​ພົດ​ໃໝ່​ຕໍ່​ພາຍ​ນອກ".

ທ່ານ​ລຽນ​ຊ່ຽງ​ມີນ ນັກ​ວິຈານພິ​ເສດຂອງ​ວິທະຍຸCRI ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ຕິ​ເບ​ດສຶກສາ​ຈີນ​ເຫັນ​ວ່າ,ການ​ຕິຕຽນ​ແລະ​ການ​ໃສ່​ຮ້າຍ​ປ້າຍ​ສີຂອງ​ກຸ່ມ​ດາ​ໄລລາ​ມາ​ແມ່ນ​ຍ້ອນພວກ​ເຂົາ​ຢ້ານຄົນ​ຫຼາຍ​ກວ່າ​ເກົ່າຈະ​ຮູ້​ສະພາບ​ຕົວ​ຈິງ,​ແລະ​ເຫັນ​ແຈ້ງ​ໂສມ​ໜ້າ​ຕົວ​ຈິງ​ຂອງພວກ​ເຂົາທີ່​ຢາກ​ແບ່ງ​ແຍກ​ປະ​​ເທດຊາດ​ແລະຢາກ​ກ້າວ​ຖອຍຫຼັງ.

ທ່ານ​ລຽນ​ຊ່ຽງ​ມີນກ່າວ​ວ່າ,​ໃນ 50 ປີທີ່​ຜ່ານ​ມາ,ຂົງ​ເຂດ​ຕ່າງໆ​ເຊັ່ນວ່າ​ການ​ເມືອງ ​ເສດຖະ​ກິດ​ແລະ​ວັດທະ​ນະທຳ​ຂອງຕິ​ເບ​ດລ້ວນ​ແຕ່​ໄດ້​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​​ເປັນ​ຫຼັງ​ມື:ຊາວ​ກະ​ສິກ​ອນ​ແລະ​ຊາວ​ລ້ຽງ​ສັດ​ຈາກ​ບໍ່​ມີ​ລາຍ​ໄດ້​ຮອດ​ມີ​ລາຍ​ໄດ້​ເກືອບ 3000 ຢວນ​ຕໍ່​ປີ;ອາຍຸລະ​​ເລ່ຍ​ຈາກ 35,5 ປີ​ໃນ​ຊຸມ​ປີ 1950 ຍົກ​ສູງ​​ເຖິງ 67 ປີ​ໃນ​ປະຈຸ​ບັນ;​​ເກີດ​ມີ​ລະບົບ​ການ​ສຶກ​ສາທີ່​ກ້າວ​ໜ້າ​ທັນ​ສະ​​ໄໝ​​ໂດຍຂັ້ນ​ພື້ນຖານ.ຕິ​ເບ​ດ​ໃນ​ປະຈຸ​ບັນ,ປະຕິບັດ​ລະບຽບ​ການ​ໃຫ້​ຊາວ​ຕິ​ເບ​ດ​ປົກຄອງ​ຕົນ​ເອງ,ປະຊາຊົນ​ໄດ້​ກາຍເປັນ​ເຈົ້າຂອງ​ຕິ​ເບ​ດ​ໃໝ່.ທັງ​ໝົດ​ເຫຼົ່າ​ນີ້,ລ້ວນ​ແຕ່​ເກີດ​ມາ​ຈາກ​ການ​ປະຕິ​ຮູບ​​ແບບປະຊາທິປະ​ໄຕ​ໃນ 50 ປີ​ກ່ອນ,ນີ້​ຍິ່ງ​ເຮັດ​ໃຫ້​ວັນ​ທີ 28 ມີນາ​ເມື່ອ 50 ປີກ່ອນ​ເປັນຕາ​ລະ​ລຶກ​ໄວ້ຕະຫຼອດ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>