ພຸດທະສະມາຄົມຈີນສາຂາຕິເບດລະລຶກພະປານຊານອົງທີ 10 ມໍລະນະພາບຄົບຮອບ 20 ປີ
(GMT+08:00) 2009-01-21 11:49:32 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ວັນທີ 20 ມັງກອນນີ້, ພຸດທະສະມາຄົມຈີນສາຂາຕິເບດໄດ້ຈັດງານສຳມະນາຢູ່ນະຄອນລາຊາ, ລະລຶກພະປານຊານເອິເດນີ ໂຊສຄີ ເກຍເຊັນ ອົງທີ 10 ມໍລະນະພາບຄົບຮອບ 20 ປີ.
ທ່ານໂລຊາງ ເກຍເຊັນ ຫົວໜ້າຄະນະແນວໂຮມຂອງຄະນະກຳມະການພັກກອມມູນິດຈີນຂອງເຂດປົກຄອງຕົນເອງຕິເບດກ່າວວ່າ, ພະປານຊານອົງທີ 10 ຍຶດໝັ້ນຮັກສາຄວາມເປັນເອກະພາບຂອງປະເທດຊາດແລະຄວາມສາມັກຄີຂອງຊົນເຜົ່າຢ່າງບໍ່ລົດລະ, ໃນເວລາເກີດເຫດການຈະລາຈົນຫຼາຍເທື່ອຢູ່ນະຄອນລາຊາໃນຊຸມປີ 1980, ເພິ່ນປະກາດຄຳປາໄສຫຼາຍເທື່ອ, ເດັດດ່ຽວກ່າວປະນາມພວກແບ່ງແຍກຈຳນວນໜ້ອຍ. ພວກເຮົາລະລຶກພະປານຊານອົງທີ 10 ມໍລະນະພາບຄົບຮອບ 20 ປີ, ກໍ່ແມ່ນການຍຶດໝັ້ນຮັກສາຄວາມເປັນເອກະພາບຂອງປະເທດຊາດ.
ຕົວແທນອົງການສາສະໜາເຂດຕິເບດທີ່ຮ່ວມງານພາກັນກ່າວວ່າ, ຕ້ອງສືບທອດແລະເສີມຂະຫຍາຍມູນເຊື້ອຮັກຊາດແລະຮັກສາສະໜາຂອງພະປານຊານອົງທີ 10, ຮັກສາຄວາມເປັນເອກະພາບຂອງປະເທດຊາດແລະຄວາມສາມັກຄີຂອງຊົນເຜົ່າ, ປະກອບສ່ວນອັນຕັ້ງໜ້າເພື່ອຄວາມໝັ້ນຄົງຂອງສັງຄົມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ