ຈີນ​ພິມ​ບົດ​ຄວາມ​ເລື່ອງ​ "ເຄົາ​ລົບ​ສິດ​ພັດ​ທະ​ນາ​ຂອງ​ເຂດ​ຕິ​ເບດ"

(GMT+08:00) 2009-01-22 11:49:19 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນສະບັບ​ວັນ​ທີ 22 ມັງກອນ​ນີ້​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເຄົາລົບ​ສິດ​ພັດທະນາ​ຂອງ​ເຂດ​ຕິ​ເບ​ດ.

ບົດ​ຄວາມ​ຂຽນ​ວ່າ, ປະຈຸ​ບັນ, ​ເຂດ​ຕິ​ເບ​ດຍັງ​ເປັນ​ເຂດ​ດ້ອຍ​ພັດທະນາ​ຖ້າ​ທຽບ​ໃສ່​ບາງ​​ເຂດ​ຂອງທົ່ວ​ປະ​ເທດຈີນ. ​ແຕ່​ເມື່ອ​ສັງ​ເກດ​ເບີ່​ງຢ່າງ​ພາວະ​ວິ​ໄສ​ແລະ​ທ່ຽງ​ທຳ​ແລ້ວ​ເຫັນ​ວ່າ, ປີ 2007, ລວມຍອດ​ການ​ຜະລິດ​ທີ່​ສະ​ເລ່ຍ​ຕໍ່ຫົວ​ຄົນ​ຂອງ​ເນ​ປານ​ທີ່​ຕິດ​ກັບ​ເຂດ​ຕິ​ເບ​ດ​ແມ່ນ 400 ​ໂດ​ລາ, ອິນ​ເດຍ​ແມ່ນ 965 ​ໂດ​ລາ, ພູ​ຖານ​ແມ່ນ 1450 ​ໂດ​ລາ, ​ແຕ່​ເຂດ​ຕິ​ເບ​ດຫຼາຍກວ່າ 1700 ​ໂດ​ລາ. ​ເຂດ​ຕິ​ເບ​ດ​ແມ່ນ​ເຂດ​ທີ່​ເສດຖະກິດ​ພັດ​ທະ​ນາ​ດີທີ່​ສຸດໃນ​ບັນດາ​ປະ​ເທດ​ຢູ່​ຕີນ​ພູ​ຫິມະ​​ໄລ, ນະຄອນ​ລາຊາ​ແມ່ນ​ໜຶ່ງ​ໃນ​ນະຄອນ​ຕ່າງໆ​ທີ່​ທັນ​ສະ​ໄໝ​ທີ່​ສຸດຢູ່​ເຂດພູ​ຫິມະ​​ໄລ.

ບົດ​ຄວາມ​ຂຽນ​ວ່າ, ນັບ​ແຕ່​ເຂດ​ຕິ​ເບ​ດດຳ​ເນີນ​ການ​ປະຕິຮູບ​ແບບ​ປະຊາ​ທິປະ​ໄຕ​ເປັນ​ຕົ້ນ​ມາ, ອັນ​ທີ່​ເອີ້ນ​ວ່າ "ບັນຫາ​ຕິ​ເບ​ດ" ມັກ​ຈະ​ຖືກ​ເວົ້າ​ເຖິງ​ໃນ​ເວລາ​ທີ່​ອ່ອນ​ໄຫວ​ຕ່າງໆ. ຄວາມ​ຈິງ​ຈະຢັ້ງ​ຢືນ​ວ່າ, ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ເຂດ​ຕິ​ເບ​ດ​ແມ່ນ​ໃຜ​ກໍ່​ຂັດ​ຂວາງ​ບໍ່​ໄດ້, ​ເສັ້ນທາງ​ແຫ່ງ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຍ່ອມ​ຈະ​ນັບ​ມື້​ນັບຫຼາຍຂຶ້ນ, ນີ້​ແມ່ນ​ຄຳ​ຕອບ​ທີ່​ເຂັ້ມ​ແຂງຕໍ່​ຄຳ​ຕິຕຽນ​ແລະ​ຄວາມ​ສົງ​ໄສ​ທີ່​​ໄຮ້​ເຫດຜົນ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>