ການ​ເຈລະຈາ​ຂີດ​ແບ່ງ​ຊາຍ​ແດນ​ລະຫວ່າງ​ກຳປູ​ເຈຍ​​ກັບ​ໄທບໍ່​​ໄດ້ຜົນ

(GMT+08:00) 2009-02-05 15:31:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 4 ກຸມພານີ້,ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ທີ່​ດຳ​ເນີນເປັນ​ເວລາ 2 ວັນ​ໄດ້​ອັດ​ລົງ​ຢູ່​ບາງກອກ ນະຄອນຫຼວງ​ຂອງ​ໄທ.ຍ້ອນ​ສອງ​ຝ່າຍ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ດ້ານ​ຊື່​ທາງ​ການ​ຂອງ​ຜາສາດ​ເປຣຍວິ​ເຮຍ,ຈຶ່ງ​ລົງ​ນາມ​ໃນສັນຍາ​ບໍ່​ໄດ້.

ຂ່າວສານ​ໄທ​ຫຼືTNAແຈ້ງ​ຂ່າວ​ວ່າ,ສອງ​ຝ່າຍ​ຢາກ​ເລັ່ງວຽກ​ງານ​ສຳ​ຫຼວດຂີດ​ແບ່ງ​ຊາຍ​ແດນ​ໃຫ້​ໄວຂຶ້ນ,​ແຕ່​ໄທ​ສະ​ເໜີ​ວ່າ​ຢາກ​ໃສ່ຊື່ທາງ​ການເປັນ​ຜາສາດພຣະວິຫານ,ສ່ວນ​ກຳປູ​ເຈຍຍຶດໝັ້ນ​ຮັກສາ​ຊື່​ເກົ່າທີ່​ອອກສຽງ​ຕາມ​ພາສາ​ຂະ​ແມຄື​ຜາສາດເປຣຍວິ​ເຮ​ຍ.ນອກ​ນີ້,ສອງ​ປະ​ເທດ​ຍັງ​ຫວັງວ່າ,ຈະ​ສ້າງຕັ້ງ​ໜ່ວຍ​ຕິດຕາມ​ກວດກາ​ຢູ່​ເຂດ​ໃກ້​ກັບຜາສາດ​ນີ້,​ແຕ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ກ່ຽວ​ກັບ​ຊື່ຂອງ​ໜ່ວຍ​ນີ້​​ເຊັ່ນ​ກັນ.

ໄທ​ກ່າວ​ວ່າ,ຫວັງ​ວ່າ,​ໃນ​ກອງ​ປະຊຸມ​ຄະນະ​ກຳມະການປະສົມ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນ​ເທື່ອ​ໜ້າ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ໃນ​ເດືອນ​ເມສາ,ສອງ​ຝ່າຍຈະສາມາດ​ຊອກ​ວິທີ​ແກ້​ໄຂ​ໄດ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>