ປະ​ຊາ​ຊົນ​ເຜົ່າ​ຕິ​ເບດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ສະ​ເຫຼີມ​ສະ​​ຫຼອງ​ປີ​ໃໝ່​ຕິ​ເບດ​ຢ່າງ​ມ່ວນ​ຊື່ນ

(GMT+08:00) 2009-02-25 11:04:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ25​ກຸມພາ​ນີ້,​ແມ່ນ​ມື້​ທຳ​ອິດ​ຂອງ​ບຸນປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຕິ​ເບດ​ເຊິ່ງ ແມ່ນ​ບຸນ​ປະ​ເພ​ນີ​ທີ່​ຄຶກ​ຄື້ນ​ແລະ​ມ່ວນ​ຊື່ນ​ທີ່​ສຸດ​ຂອງ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕິ​ເບ​ດ,​ປະ​ຊາ​ຊົນ​ເຜົ່າ​ຕິ​ເບດ​5​ລ້ານ​ກວ່າ​ຄົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ພວມ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ດ້ວຍ​ຮູບ​ການ​ຕ່າງໆ​.

ອີງ​ຕາມ​ຮີດຄອງ​ປະ​ເພນີ,​ໃນ​ຕອນ​ເຊົ້າມື້​ທຳ​ອິດ​ຂອງ​ປີ​ໃໝ່,ປະຊາຊົນ​ເຜົ່າ​ຕິ​ເບ​ດຕ້ອງ​ໄປ​ຕັກ​ນ້ຳ​ຖັງ​ທຳ​ອິດ​ທີ່​​ເປັນ​ສັນ​ຍະ​ລັກ​ໃຫ້​ແກ່​ຄວາມ​ບໍລິສຸດ​ຜຸດ​ຜ່ອງ​ແລະ​ສິ​ລິ​ມຸງ​ຄຸນ.​ຢູ່​ສະ​ໜາມ​ຫຼວງ​ລົງ​ວາງ​ທັນ​ທີ່ຢູ່​ມໍ່​ກັບ​ວັງ​​ໂປ​ຕາລາ,​ຄະນະ​ສະ​ແດງ​ງິ້ວ​ຕິ​ເບດ​​ໄດ້ສະ​ແດງ​ງິ້ວ​ຕິ​ເບດ​ຢ່າງ​ໜ້າ​ຊົມ.

ຢູ່​ແຂວງ​ຊິ່ງ​ໄຫ ​ເຂດ​ຕັ້ງພູມລຳ​ເນົາອີກ​ແຫ່ງ​ໜຶ່ງ​ຂອງ​ເຜົ່າ​ຕິ​ເບ​ດ,ປະຊາຊົນ​ເຜົ່າ​ຕິ​ເບດ​ໄດ້ ຈັດ​ກິດ​ຈະ​ກຳ​ຕ່າງໆ​ຢູ່​ແຄມ​ໜອງ​ຊິ່ງ​ໄຫ​ທີ່​ສວຍ​ງາມ ຄື ການ​ວາງ​ສະ​ແດງ​ເຄື່ອງ​ນຸ່ງ​ເຜົ່າ​ຕິ​ເບ​ດ​ແລະ​ການ​ແຂ່ງ​ຂັນ​ການ​ຟ້ອນ​ເຜົ່າ​ຕິ​ເບ​ດເປັນຕົ້ນ​.ຢູ່​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດ​ກັ່ນ​ຈື່​ແລະ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບ​ດ​ເຜົ່າ​ຊ່ຽງ​ອ່າ​ປ້າ​ແຂວງ​ເສ​ສວນ,ຢູ່​ບ່ອນ​ໃດ​ກໍ່​ຕິດ​ປ້າຍ​ແລະ​ໂຄມ​ໄຟ​ແດງ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່,​ຊາວ​ໜຸ່ມ​ຈຳ​ນວນ​ໜຶ່ງ​ຍັງ​ຈູດ​ໝາກ​ກະ​ໂພກ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່.ຢູ່​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດ​ດີ​ຊີ້ງ​ແຂວງ​ຢຸນ​ນານ,​ການ​ສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ເຜົ່າ​ຕິ​ເບດ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ມ່ວນ​ຊື່ນ​ຄຶກ​ຄື້ນ​ມາ​ໃຫ້​ມື້​ທຳ​ອິດ​ຂອງ​ປີ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>