ພໍ່​ຄ້າ​ລາ​ຊາ​ຫວັງ​ໃຫ້​ເຫດ​ການ "14 ມີນາ" ຈະ​ບໍ່​ເກີດ​ຂຶ້ນ​ອີກ

(GMT+08:00) 2009-03-14 16:57:32 cri
-----------------------------------------------------------------------------------------------------------------
ຕາມ​ຂ່າ​ວສານ​ຊິ່ນຮວາ: ວັນ​ທີ 14 ມີນາ​ປີ​ກາຍ​ນີ້, ພວກ​ຄົນ​ຊົ່ວ​ກຸ່ມ​ໜຶ່ງ​ທຸບ​ຕີ, ທັບ​ມ້າງ, ປຸ້ນ​ຈີ້​ແລະ​ຈູດ​ເຜົາ​ຢູ່​ນະຄອນ​ລາຊາ​ເຂດ​ຕິ​ເບ​ດ, 10 ກວ່າ​ຄົນທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ເສຍ​ຊີວິດ. ນັບ​ມາ​ຮອດ​ປະຈຸ​ບັນ, ​ເຫດການ​ເທື່ອ​ນີ້​ໄດ້​ຜ່ານ​ໄປ 1 ປີ​ແລ້ວ, ​ແຕ່​ເງົາ​ມືດ​ໃນ​ໃຈ​ພໍ່ຄ້າ​ຊາວຂາຍ​ນະຄອນ​ລາຊາ​ພັດລຶບ​ຖີ້ມ​ຍາກ.

ວັນ​ທີ 14 ມີນາ​ປີ​ກາຍ​ນີ້, ຮ້ານ​ຂາຍ​ເຄື່ອງ​ສິລະ​ປະ​ຫັດຖະ​ກຳ​ຂອງ​ທ່ານ​ໂລ​ຊາງ​ພໍດີ​ເລີ່​ມຂາຍ​ເຄື່ອງ, ​ແຕ່​ຍ້ອນ​ເຫດ​ການ​ດັ່ງກ່າວ, ພຽງ​ແຕ່​ເປີດ​ປະຕູໜຶ່ງ​ຊົ່ວ​ໂມງ​ກໍ່​ຈຳ​ເປັນ​ຕ້ອງ​ປິດ​, ຈົນຮອດ​ເດືອນ​ສິງ​ຫາ​ປີ​ກາຍ​ນີ້, ຈຶ່ງ​ເລີ່ມ​ເປີດ​ປະຕູ​ອີກ. ທ່ານ​ໂລ​ຊາງ​ກ່າວ​ວ່າ, ຫວັງ​ໃຫ້​ເຫດການ​ແບບ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ແລ້ວ, ຖ້າ​ບໍ່​ດັ່ງ​ນັ້ນ, ຈະ​ດຳເນີນ​ທຸລະກິດ​ບໍ່ໄດ້​ແລ້ວ.

ຂ່າວແຈ້ງວ່າ, ນັບ​ມາ​ຮອດ​ທ້າຍ​ປີ 2008, ອົງການ​ປົກຄອງ​ແລະ​ຂະ​ແໜງ​ການ​ການ​ເງິນ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບດ​ທັງ​ໝົດ​ໄດ້​ປ່ອຍ​ເງິນ​ກູ້ພິ​ເສດ 116 ລ້ານ​ຢວນ​ໃຫ້​ແກ່ພໍ່ຄ້າຊາວ​ຂາຍ​ທີ່​ປະສົບ​ຄວາມ​ເສຍ​ຫາຍ, ຍົກ​ເວັ້ນ​ອາກອນ 34 ລ້ານ​ຢວນ.

ເຖິງ​ວ່າການ​ຫຼຸດຜ່ອນ, ຍົກ​ເວັ້ນ​​ອາກອນ​ແລະ​ຄ່າ​ເຊົ່າ​ເຮືອນ,​ໃຫ້ເງິນ​ກູ້​​ແລະ​ເງິນ​ເກື້ອກູນ​ຂອງ​ອົງການ​ປົກຄອງ​ໄດ້​ຊ່ອຍ​ເຫຼືອ​ພໍ່ຄ້າ​ຊາວ​ຂາຍ​ນະຄອນ​ລາຊາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ແຕ່ຮອຍ​ບາດຈາກ​ເຫດ​ການ​ດັ່ງ​ກ່າວ​ພັດ​ບໍ່​ໄດ້​ຫຸ້ມ​ດີ. ​ໃນ​ເຫດການ "14 ມີນາ", ​ຮ້ານ​ຂາຍ​ເຄື່ອງນຸ່ງ 2 ຮ້ານ​ຂອງ​ນາງ​ໂຈ​ສຽວ​ຢາ​ງຖືກ​ພວກ​ບໍ່​ດີ​ເຜົາ, ​ໂຈ​​ເຢິນຊຸ່ນ ອ້າຍ​ຂອງ​ນາງ​ກໍ່​ຖືກ​ເຜົາ​ຕາຍ. ນາງ​ໂຈ​ສຽວ​ຢາງ​ກ່າວ​ວ່າ, ອ້າຍ​ຖືກ​ພວກຄົນ​ຊົ່ວ​ເຜົາ​ຈົນ​ຕາຍ, ຄອບ​ຄົວ​ຂອງ​ພວກ​ຂ້ອຍ​ຈະ​ທົນ​ຕໍ່​ເລື່ອງ​​ໂສກ​ເສົ້າ​ແບບ​ນີ້​ບໍ່​ໄດ້​ອີກ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>