ປະຫວັດ​ການ​ພັດທະ​ນາ​ທຸລະ​ກິດຂອງ​ທ່ານ​ດາ​ວາ​ດົນ​ຈູ

(GMT+08:00) 2009-03-16 19:05:18 cri
-----------------------------------------------------------------------------------------------------------------
ໃນ​ລາຍການ​《ຊີວິດ​ສັງຄົມ》ພາກ​ນີ້,ພວກ​ເຮົາ​ຈະ​ເລົ່າ​ເລື່ອງ​ກ່ຽວ​ກັບ​ນັກ​ທຸລະ​ກິດ​ເຜົ່າ​ຕິ​​ເບ​ດຜູ້​ໜຶ່ງ​ສູ່​ທ່ານ​ຟັງ,ນັກທຸ​ລະ​ກິດ​ຜູ້​ນີ້​ຊື່ວ່າດາ​ວາ​ດົນ​ຈູ.​ໃນ​ນາມ​ເປັນ​ນັກ​ທຸລະ​ກິດ​ເອ​ກະ​ຊົນຕິ​ເບດ​ຜູ້​ດີ​ເດັ່ນ,ຜູ້​ຊາຍ​ເຜົ່າ​ຕິ​ເບ​ດທີ່ສູງ​ໃຫຍ່ລ້ຳ​ສັນ​ຜູ້​ນີ້​​ໄດ້ບອກ​ໃຫ້​ຄົນຮູ້ດ້ວຍ​ປະສົບ​ການ​ຂອງ​ຕົນ​ວ່າ,ຢູ່​​ເທິງ​ດິນ​ແດນຕິ​ເບ​ດ,ບໍ່​ມີ​ສິ່ງ​ໃດທີ່ເປັນ​ໄປ​ບໍ່​ໄດ້.

ທ່ານ​ດາ​ວາ​ດົນຈູ​ປີນີ້​ອາຍຸ 47 ປີ,​ເກີດ​ຢູ່ບ້ານ​ນ້ອຍ​ແຫ່ງ​ໜຶ່ງ​ຂອງ​ເຂດ​ຕິ​ເບດ​ໃນ​ຊຸ​ມປີ 1960.ພໍ່​ຂອງ​ທ່ານ​ແມ່ນ​ໝໍພອນ,ອາ​ໄສ​ການ​ສູດ​ມົນ​ໃນ​ພິທີ​ຕ່າງໆ​ໃຫ້​ຜູ້​ອື່ນ​ເພື່ອ​ລ້ຽງຄອບຄົວ​,ດຳລົງ​ຊີວິດ​ຢ່າງ​ລຳ​ບາກຫຼາຍ.​ພາຍຫຼັງຮຽນຈົບ​ແລ້ວ,ທ່ານ​ດາ​ວາ​ດົນ​ຈູໄດ້​ເປັນ​ຄູ​ສອນ​ຢູ່​ໂຮງຮຽນ​ຂອງ​ບ້ານ,ມີ​ລາຍ​ໄດ້ດີພໍ​ສົມຄວນ.​ແຕ່​ທ່ານ​ຍັງ​ຢາກ​ຮຽນ​ຄວາມ​ຮູ້​ຫຼາຍ​ກວ່ານີ້.ປີ 1983,ທ່ານ​ຖືໂອກາດ​ໄປ​​ເຮັດບຸນ​ຢູ່​ລາຊາ,​ແລ້ວໄດ້​ຮຽນສີມື​ແຕ້ມ​ຮູບ​​​ໃສ່​​ເຄື່ອງເຟີ​ນີ​ເຈີ​ແລະ​​ເຮືອນ.ທ່ານບອກ​ວ່າ:

"​ເມື່ອ​ກັບ​ເມືອ​ບ້ານ​ແລ້ວ,ຂ້ອຍທັງ​​ເປັນ​ຄູ​,ທັງ​​ແຕ້ມ​ຮູບ.​ແຕ້ມ​ຮູບ​ໃສ່​ໂຕະ​ແບບ​ຕິ​ເບ​ດ​ໂຕະໜຶ່ງ​​ໄດ້​ຄ່າ​ຈ້າງ 30 ຢວນ,​ແຕ້ມ​ໃສ່​ຕູ້​ແບບ​ຕິ​ເບດໜ່ວຍໜຶ່ງ 60 ຢວນ​,ສ່ວນ​ແຕ້ມຮູບ​ໃສ່​ເຮືອນ​ຫຼັງ​ໜຶ່ງ​ຈະ​​ໄດ້​ຄ່າ​ຈ້າງ 200 ຢວນ,ນີ້​,ເຮັດ​ໃຫ້​ຂ້ອຍ​ມີ​ຄວາມສົນ​ໃຈ​ນຳ​ການ​ຂ້າ​ຂາຍ​ຫຼາຍ​ຂຶ້ນ."

ໃນຄາວ​ນັ້ນ,ກະ​ແສ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໄດ້​ຫຼັ່ງໄຫຼ​ໄປ​ສູ່ແຫ່ງ​ຕ່າງໆ​ຂອງ​ຈີນ,​ໄດ້​ປ່ຽນ​ແປງ​ທັດສະນະ​ຂອງ​ຄົນ​ທັງຫຼາຍ​ຢ່າງ​ບໍ່​ຮູ້​ເມື່ອ.ທ່ານ​ດາ​ວາ​ດົນ​ຈູ​ທີ່​ສະຫຼາດສະຫຼຽວ​ໄດ້​ຮູ້ສຶກວ່າ​,​ເສັ້ນທາງ​ຊີວິດຂອງ​ຕົນອາດ​ຈະ​ມີ​ການ​ປ່ຽນ​ແປງ.ພໍດີ,​ໃນ​ເວລາ​ນັ້ນ,ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ເລີ່​ມ​ໃຫ້ເງິນ​ກູ້ທີ່ບໍ່​ມີດ​ອກ​​ເບັ້ຍ​ແລະ​ບໍ່​ຕ້ອງ​ເອົາ​ເຄື່ອງ​ໄປ​ຈຳ​ໃນ​ຈຳນວນ​ບໍ່ກາຍ 5 ໝື່ນ​ຢວນ​​ແກ່​ຊາວ​ກະສິກອນ​ຢູ່​ເຂດຕິ​ເບ​ດ,ທ່ານ​ກໍ່​​ເລີຍລາຈາກການເປັນ​ຄູ,​ກູ້​ເງິນ 2 ໝື່ນ​ຢວນ,​ແລ້ວ​ຊື້​ລົດ​ເລີ່​ມດຳ​ເນີນ​ການ​ຂົນ​ສົ່ງ.

ພາຍໃນ​ເວລາ 4 ປີ,ທ່ານ​ດາ​ວາ​ດົນຈູ​ໄດ້​ປ່ຽນ​ລົດ 3 ຄັນ.​ຕໍ່​ມາ​ໄລຍະ​ໜຶ່ງ,ທ່ານ​ໄດ້​ຮູ້ຈັກ​ກັບ​ພໍ່ຄ້າ​ຄົນ​ໜຶ່ງ​ທີ່​ມີ​ນາມສະກຸນ​ມາ​ຢູ່​ເມືອງ​ລານ​ໂຈ່​ແຂວງ​ກ່ານ​ຊູ້,ທ່ານ​ດາ​ວາ​ດົນ​ຈູຈຶ່ງ​ເລີ່​ມ​ຮຽນ​ຮູ້​ນຳ​ພໍ່ຄ້າ​ຜູ້ນີ້.

"ຂ້ອຍ​​ແລ່ນ​ຄ້າຂາຍ​ນຳ​ລາວ​ລະຫວ່າງ​ກວາງ​ໂຈ່ກັບເສີນ​ເຈີ້ນ​,​ແລ້ວ​ສົ່ງຜ້າ​ໄປ​ຂາຍຍົກຢູ່​ເມືອງ​ລານ​ໂຈ່,​ການ​ເຮັດ​ແນວ​ນີ້,​​ເຮັດໃຫ້​ຂ້ອຍ​ຄ່ອຍໆ​ຮຽນ​ຮູ້​ວິທີ​ຄ້າຂາຍ."

ປີ 1990,ທ່ານ​ດາ​ວາ​ດົນ​ຈູ​ໄດ້​ກັບ​ບ້ານ​ເກີດ​ໂດຍ​ນຳ​​ເອົາ​ເງິນກຳ​ໄລ 2 ​ແສນ​ຢວນ.​ແລ້ວ​ທ່ານ​ໄດ້​ຮ່ວມ​ມື​ກັບ​ພໍ່ຄ້າ​ອີກ​ຄົນ​ໜຶ່ງ,​​ເລີ່​ມ​ເຮັດ​ທຸລະ​ກິດ​ຢູ່​ດ່ານ​ຈາມ,ຂາຍຍົກ​ໄຟ​ສາຍ ​​ເກີບ​ກັນ​ຝົນ ຜ້າ​​ແລະ​ອື່ນໆ.ພາຍ​ໃນ​ 7 ປີ,ທ່ານ​ໄດ້​ກຳ​ໄລ 10 ລ້ານ​ຢວນ.​ແຕ່​ວ່າ,ທ່ານ​ດາ​ວາ​ດົນ​ຈູຍັງ​ບໍ່ພໍ​ໃຈ,​ທ່ານໄດ້​ມີ​ຄວາມ​ຄຶດ​ໃໝ່​ອີກ.

"ຫຼັງ​ຈາກ​ປີ 1997,ຢູ່​ເຂດ​ຊາຍ​ແດນ​ມີຄົນຄ້າຂາຍສິນຄ້າ​ຫຼາຍ​ເປັນ​ພິ​ເສດ,​​​ໄດ້ກຳ​ໄລ​ໜ້ອຍ​ທີ່​ສຸດ.​ໃນ​ຄາວ​ນັ້ນ,ຂ້ອຍ​ກໍ່​ເລີຍປ່ຽນ​ເຮັດ​ອັນ​ໃໝ່,​ເລີ່ມຕົ້ນ​ແມ່ນຢາກຕັ້ງ​ບໍລິສັດ."

ທຳ​ອິດ​ທ່ານດາ​ວາ​ດົນຈູ​ໄດ້​​​ເຮັດ​ທຸລະ​ກິດ​ກໍ່ສ້າງ,​ແຕ່​ບໍ່​​ດີ​ທໍ່​ທີ່​ຄຶດ​ໄວ້.ພາຍຫຼັງ​ມາ,​ເມື່ອ​ໄດ້​ສຳ​ຫຼວດ​ຄົ້ນຄວ້າຕະຫຼາດ​ຢ່າງຄັກ​ແນ່ແລະວິ​​ເຄາະ​ທ່າ​ແຮງຂອງ​ຕິ​ເບ​ດ​ແລ້ວ,ທ່ານຕັດສິນ​ໃຈ​ວ່າ:

"ຂາຍ​ຜະລິດ​ຕະພັນ​ກະສິກຳ ອາຫານສີ​ຂຽວ,ທາງດ້ານ​ນີ້​ມີ​ອະນາຄົດ​ດີ​ທີ່​ສຸດ."

ປີ 2003,ພາຍ​ໃຕ້​ການ​ສະໜັບສະ​ໜູນ​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ,ບໍລິສັດ​ຜະລິດ​ຕະກຳພິ​ເສດ​ຂອງ​ຕິ​ເບດ​ຫຸ້ນ​ສ່ວນ​ຈຳກັດ(Tibetan Indigenous Industry Co,Ltd)ທີ່​ຈັດ​ຕັ້ງໂດຍ​ທ່ານ​ດາ​ວາ​ດົນຈູນັ້ນ​ກໍ່ໄດ້​ສ້າງ​ຕັ້ງ​ຂຶ້ນ,ຕົ້ນຕໍ​ແມ່ນ​ນຳ​ໃຊ້​ຊັບພະຍາ​ກອນ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຕິ​ເບ​ດຄື ໝາກ​ມັນ​ຫໍ້ປ່າ​ແລະ​​ແກ່ນ​ຜັກ​ກາດ​ນ້ຳມັນ,ຜະ​ລິດ​ນ້ຳມັນປຸງ​ແຕ່ງ​ອາຫານທີ່​ມີ​ຄຸນ​ນະພາ​ບສູງ.ປີ 2008,ມູນ​ຄ່າ​ຈຳໜ່າຍ​ຂອງ​ບໍລິສັດ​ມີຫຼາຍ​ກວ່າ 100 ລ້ານ​ຢວນ,​ແລະຍັງ​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ລະດັບ​ສູງ​ສອງ​ໃບ​ຄື​ ​ໃບ​ຢັ້ງຢືນ​ຄຸນ​ນະ​ພາບ​ຜະ​ລິດ​ຕະພັນປອດ​ສານ​ພິດ​ເຄມີຂອງ​ສະຫະພາບ​ເອີ​ລົບ​ແລະ​ຂອງ​ຍີ່ປຸ່ນ.ປະຈຸ​ບັນ,ຜະລິດ​ຕະພັນ​ຂອງ​ທ່ານ​ດາ​ວາ​ດົນຈູ​ມີ 80% ສົ່ງ​ໄປ​ຂາຍ​ຢູ່ນະຄອນ​ໃຫຍ່​ຕ່າງໆເຊັ່ນ​ປັກ​ກິ່ງ​ແລະ​ຊຽງ​ໄຮ້,ຍັງ​ສົ່ງ​ອອກ​ໄປ​ຂາຍ​ຢູ່​ຍີ່ປຸ່ນ ສ.​ເກົາຫຼີ​ ​ເຢຍລະ​ມັນ​ແລະ​ປະ​ເທດ​ອື່ນໆ.

ທ່ານ​ດາ​ວາ​ດົນ​ຈູ​ທີ່​ເປັນຄູ​ສອນຢູ່​ຊົນນະບົດ​ເມື່ອ 20 ປີ​ກ່ອນ,ດຽວ​ນີ້​ໄດ້​ເປັນຮອດ​ຜູ້ອຳນວຍການ​ໃຫຍ່ທີ່​ມີ​ຊັບ​ສິນຫຼາຍ​ກວ່າ 100 ລ້ານ​ຢວນ​​ແລ້ວ,ທ່ານເຫັນ​ວ່າ,ຜົນສຳ​ເລັດ​ຂອງ​ຕົນ​ແມ່ນ​ໄດ້​ມາ​ຈາກ​ຄວາມ​ຝັນ​ຢາກ​ຮັ່ງມີ​ຢ່າງແຮງ​ກ້າ​ແລະ​ຄວາມ​ບາກ​ບັ່ນ​ສູ້​ຊົນ,ນອກ​ນີ້,ຍັງ​ຍ້ອນ​ວ່າ​ໄດ້​ພົບ​ກັບ​ໂອກາດ​ທີ່​ດີ​ແຫ່ງຍຸກສະ​ໄໝ​.

"ຂ້ອຍແມ່ນ​ຜູ້​ປະຕິບັດນະ​​ໂຍບາຍປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກຢ່າງ​ແທ້​ຈິງ,​ແລະ​ກໍ່ແມ່ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​,ຂ້ອຍຮູ້ສຶກ​ວ່າ,ມີ​ນະ​ໂຍບາຍດີປານນີ້,​ໃນ​ຕໍ່ໜ້າ,ກໍ່​ຈະ​ມີນະ​ໂຍບາຍ​ທີ່ນັບ​ມື້​ນັບ​ດີ​ຂຶ້ນ,​ຂ້ອຍມີ​ຄວາມ​​​ເຊື່ອ​ໝັ້ນຕໍ່​ຕົນ​ເອງ​ແນວ​ນີ້ມາ​ຕະຫຼອດ."

ປະຈຸ​ບັນ,ບໍລິສັດ​ຜະລິດຕະກຳພິ​ເສດ​ຂອງ​ຕິ​ເບ​ດ​ໄດ້​ເຊັນ​ສັນຍາ​ເກັບ​ຊື້​ກັບ 7 ​ເມືອງທີ່​ຜະລິດ​ໝາກ​ມັນ​ຫໍ້​ປ່າ​ແລະ​ຜັກ​ກາດ​ນ້ຳມັນຂອງ​ຕິ​ເບ​ດ,​ແລະ​ໄດ້​ຍົກ​ສູງ​ລາຄາ​ເກັບ​ຊື້ຜະລິດ​ຕະພັນ.ໝາກ​ມັນ​ຫໍ້​ປ່າແຕ່​ກ່ອນກິ​​ໂລ​ລະ 4 ຢວນນັ້ນ,ດຽວ​ນີ້ 10 ຢວນ​ແລ້ວ,ພາໃຫ້​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ມີລາຍ​ໄດ້​ເພີ່ມຂຶ້ນ.ທ່ານ​ດາ​ວາ​ດົນ​ຈູຍັງ​ຢາກ​ສ້າງ​ຕັ້ງກອງ​ທຶນໜຶ່ງ,​​​ເພື່ອ​​ເຮັດ​ໂຄງການ​ທີ່​ມີ​ຜົນ​ດີ​ຕໍ່​ສັງຄົມ​ຫຼາຍ​ກວ່າ​ເກົ່າ.

"ໜ້າ​ທີ່​ຂອງ​ຂ້ອຍ​ແມ່ນ​ສ້າງ​ຄວາມ​ຮັ່ງມີຊ່ວຍ​ສັງຄົມ,​ເຮັດ​ໃຫ້​ຄວາມ​ຮັ່ງມີ​ກາຍ​ເປັນຄຸນຄ່າ​ຂອງ​ສັງຄົມ,ຈຶ່ງ​ສາມາດ​​​ເຮັດໃຫ້​ຄົນ​ຫຼາຍ​ກວ່ານີ້ໄດ້​ຮັບ​ຜົນ​ປະ​ໂຫຍ​ດ."

ໃນໃຈ​ຂອງ​ທ່ານ​ດາ​ວາ​ດົນ​ຈູ,ມີ​​ເລື່ອງ​ໜຶ່ງ​ທີ່ລືມ​ບໍ່​ລົງ​ຄື ​ໃນ​ເວລາ​ທ່ານ​ໄປ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ຕິ​ເບ​ດສຶກສາ​ສາກົນ​ຢູ່​ນະຄອນ​ວຽນ​ໃນ​ປີ​ກ່ອນ,​ເຄີຍ​ຖືກ​ພີ່ນ້ອງ​ຕິ​ເບ​ດທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ກ່າວ​ໂຈມ​ຕີ,ເຂົາ​​​ເຈົ້າ​ເວົ້າ​ວ່າ,ຊາວ​ຕິ​​ເບ​ດ​ເຮັດ​ທຸລະ​ກິດ​ບໍ່​ໄດ້,​ເພາະວ່າ,ລັດຖະບານ​ຈີນ​ບໍ່​ໃຫ້​ຊາວ​ຕິ​ເບ​ດ​ເຮັດ​ທຸລະ​ກິດ,​ເຂົາ​ເຈົ້າ​​ເວົ້າ​ວ່າ,​ນັກວິ​ສາ​ຫະກິດ​ເອກະ​ຊົນ​ຄື​ຂ້ອຍ​ນີ້​ບໍ່​ແມ່ນ​ນັກທຸລະກິດແທ້."

ເຖິງ​ວ່າ​ທ່ານ​ດາ​ວາ​ດົນ​ຈູໄດ້​​​ຊີ້​ແຈງ​ດ້ວຍ​ຄວາມ​ເປັນ​ຈິງ​ຫຼົບ​ໄປ​ຫຼົບ​ມາຫຼາຍ​ເທື່ອ,​ແຕ່​ເຂົາ​ເຈົ້າ​ຍັງ​ສົງ​ໄສ​ຢູ່.ທ່ານ​ດາ​ວາ​ດົນຈູ​ເຫັນ​ວ່າ,ນີ້​ແມ່ນ​ຍ້ອນ​ພີ່ນ້ອງ​ຕິ​ເບ​ດທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ຍັງ​ບໍ່​ຮູ້​ສະພາບຕິ​ເບ​ດ​ໃນ​ປະຈຸ​ບັນ​ຢ່າງ​ແທ້​ຈິງ.

"​ແຕ່​ກ່ອນ,​ເມື່ອ​ກ່າວ​ເຖິງ​ຕິ​​ເບ​ດ,ຄົນ​ທັງຫຼາຍ​ມັກ​ຄິດ​ເຖິງ​ສາສະໜາ​ແລະ​ວັດທະນະທຳ,​ເຫັນ​ວ່າ​ຊາວ​ຕິ​ເບ​ດຄ້າຂາຍ​ບໍ່​ເປັນ.ປະ​ຈຸ​ບັນ,ຕິ​ເບ​ດ​ໄດ້​ໄຂ​ປະຕູ​ສູ່​ພາຍ​ນອກ​ແລ້ວ,ທັດ​ສະນະ​ຄະຕິ​ຂອງ​ຄົນ​ທັງຫຼາຍ​ໄດ້​ປ່ຽນ​ແປງ​ແລ້ວ,ນັກ​ທຸລະ​ກິດເຜົ່າ​ຕິ​​ເບ​ດ​ຈຳ​ນວນ​ຫຼາຍ​ໄດ້​ເຕີບ​ໂຕ​ຂຶ້ນ​ແລ້ວ,ຂ້ອຍ​ເຊື່ອ​ວ່າ,​ໃນ​ຕໍ່ໜ້າ​ນີ້,ຍັງ​ຈະ​ມີ​ນັກ​ທຸລະ​ກິດແລະ​ພໍ່ຄ້າ​ເຜົ່າ​ຕິ​ເບ​ດຈຳນວນ​ຫຼວງ​ຫຼາຍ​​​ເຕີບ​​ໃຫຍ່​ຂຶ້ນ​ມາ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>