ທ່ານ​ຫ​ລີ​ຊາງ​ຊຸ່ນ​ຢ້ຽມ​ຢາມ​ມຽນ​ມາ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ພັດ​ທະ​ນາ----​ສຳ​ພາດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ

(GMT+08:00) 2009-03-25 17:34:30 cri
-----------------------------------------------------------------------------------------------------------------

ໂດຍ​ຕອບ​ສະຫນອງ​ຕາມ​ການ​ເຊີນ​ຂອງ​ພົນ​ເອກ​ຕິ​ຮາ​ດູ​ຣາ​ຕິງ​ອັອງ​ມຽນ​ອູ ​ເລ​ຂາ​ທິ​ຫນຶ່ງ​ຂອງ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ມຽນມາ, ​ນັບແຕ່​ວັນ​ທີ​25​ຫາ​ວັນ​ທີ 29 ມີ​ນາ​ນີ້,​ທ່ານ​ຫລີ​ຊາງ​ຊຸ່ນ,​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຢ້ຽມາ​ມມຽນມາ.​ວັນ​ທີ​23​ມີ​ນາ​ນີ້ ທ່ານ​ເທນ​ຫວິນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ໄດ້​​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI,​ທ່ານ​ເວົ້າວ່າ,​ທ່ານ​ຫລີ​ຊາງ​ຊຸນ​ໄປ​ຢ້ຽມ​ຢາມ​ມຽນມາ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ.​ມຽນ​ມາ​ກັບ​ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ​ແລະ​ມີ​ມິດ​ຕະ​ພາບ​ຕໍ່​ກັນ,​ປະ​ຊາ​ຊົນ​ສອງ​ປະ​ເທດ​ມັກ​ເອີ້ນ​ກັນ​ເປັນ​"ປາວ​ໂປ" ​ແປ​ວ່າ​ ​ອ້າຍ​ນ້ອງ​ກັນ.​ເມື່ອ​ໄດ້​ພົບ​ນັກ​ຂ່າວ, ​ທ່ານ​ເທນ​ຫວິນ​ກໍ່​ເວົ້າ​ດ້ວຍ​ຄວາມ​ສະ​ຫນິດ​ສະ​ຫນົມ​ວ່າ, ​ໃນ​ເວລາ​ທ່ານ​ຮູ້​ຂ່າວ​ກ່ຽວ​ກັບ​ຜູ່​ນຳ​ລະ​ດັບ​ສູງ​ຂອງ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​ມຽນ​ມາ,​ທ່ານ​ກໍ່​ດີ​ໃຈ​ຫລາຍ.​ທ່ານ​ບອກ​ວ່າ:​ຂອບ​ໃຈ​ວິ​ທະ​ຍຸ​CRI​ສ້າງ​ໂອ​ກາດ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ແລກ​ປ່ຽນ​ກັບ​ຜູ່​ຟັງ​ຈີນ.

"ປີຫນ້າ​ແມ່ນ​ປີ​ທີ່​ມຽນມາ​ກັບ​ຈີນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບຮອບ 60 ປີ.​ຂ້າ​ພະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຫລີ​ຊາງ​ຊຸນ​ໄປ​ຢ້ຽມ​ຢາມ​ມຽນ​ມາ.​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ.​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຜູ່​ນຳ​ຈີນ​ຈະ​ໄດ້​ເຫັນ​ການ​ພັດ​ທະ​ນາ​ຂອງ​ມຽນ​ມາ​ຢ່າງ​ໃກ້​ຊິດ,​ແລະ​ໄປ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ມຽນ​ມາ​ແລະ​ຄວາມ​ຮັກ​ແຂກ​ແພງ​ຄົນ​ຂອງ​ປະ​ຊາ​ຊົນ​ມຽນ​ມາ.​ຂ້າ​ພະ​ເຈົ້າ​ເຫັນ​ວ່າ,​ຈີນ​ຄວນ​ນຳ​​ໃຊ້​ກາ​ລະ​ໂອ​ກາດ​ໃນ​ປະ​ຈຸ​ບັນ, ​ເພື່ອ​ເຮັດ​ໃຫ້​ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້​ ກາຍ​ເປັນ​ໂອ​ກາດ​ທີ່​ດີ.​ຈີນ​ແມ່ນ​ປະ​ເທດ​ທີ່​ໂຊກ​ດີ​ທີ່​ສຸດ.​ເປັນ​ຫຍັງ​ຈຶ່ງ​ເວົ້າ​ແບບ​ນີ້? ​ເພາະ​ວ່າ​ໃນ​ເວ​ລາ​ທີ່​ປະ​ເທດ​ອື່ນ​ຂາດ​ເຂີນ​ເງິນ​ທຶນ​ແລະ​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ວິ​ກິດ​ການ​​ເທື່ອ​ນີ້, ​ແຕ່​ ຍ້ອນ​ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ແລະ​ສະ​ສົມ​ໃນ​ຫຼາຍ​ປີ​ມາ​ນີ້,​ສະ​ນັ້ນ,​ຈຶ່ງ​ມີ​ເງິນ​ທຶນ​ທີ່​ແຮ​ໄວ້​ຢ່າງ​ພຽງ​ພໍ,​ແລະ​ລະ​ບົບ​ການ​ທະ​ນາ​ຄານ​ຂອງ​ຈີນ​ຍັງ​ພັດ​ທະ​ນາ​ເປັນ​ຢ່າງ​ດີ.   ຂ້າ​ພະ​ເຈົ້າ​ເຊຶ່ອ​ວ່າ,​ຖ້າ​ຈີນ​ນຳ​ໃຊ້​ໂອ​ກາດ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຈຸ​ບັນ,​ເລັ່ງ​ລັດ​​ເພີ່ມ​ການ​ລົງ​ທຶນ​ໃຫ້​ຫຼາຍ​ຂຶ້ນ​ຢູ່​ຕ່າງ​ປະ​ເທດ​ ແລະ​ວາງ​ແຜນ​ການ​ພັດ​ທະ​ນາ​ຂອງ​ລັດ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ,​ຫຼັງ​ຈາກ​ວິ​ກິດ​ການ​ການ​ເງິນ​ຜ່ານ​ໄປ​ແລ້ວ, ​ເສດ​ຖະ​ກິດ​ຈີນ​ອາດ​ຈະ​ຈາກ​ອັນ​ດັບ​ທີ 3 ​ໃນ​ໂລກ​ໃນ​ປະຈຸ​ບັນ ກາຍ​ເປັນ​ອັນ​ດັບ​ທີ​ຫນຶ່ງ​ໃນ​ໂລກ​."

ທ່ານ​ເທນ​ຫວິນກ່າວ​ວ່າ,ວິ​ກິດ​ການການ​ເງິນ​ທີ່​ເກີດ​ຂຶ້ນ​​ໃນ​ທົ່ວ​ໂລກ​ໃນ​ປະຈຸ​ບັນ​ນີ້​ແມ່ນ​ການ​ທ້າ​ທາຍ​ອັນ​ໃຫຍ່​ຕໍ່​ຈີນ​ກໍ​ຄື​ຕໍ່​ໂລກ.​ຢູ່​ຕໍ່​ໜ້າ​ຄວາມ​ຫຍຸ້ງ​ຍາກ,​ຜູ້​ນຳ​ຂອງ​ຈີນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ການ​ເຫັນ​ກວ້າງ​ມອງ​ໄກ​ທໍ່​ນັ້ນ,​ຍັງ​​ເອົາ​ໃຈ​ໃສ່​ນຳ​ປະ​ຊາ​ຊົນ,​ວາງ​ນະ​ໂຍບາຍ​ມາດ​ຕະການ​ຕ່າງໆ​​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ​ຈະ​ເລີ​ນ​ແລະ​ຊຸກ​ຍູ້​ໃຫ້​ສັງ​ຄົມ​ມີ​ສະ​ຖຽນ​ລະ​ພາບ.​ທ່ານ​ກ່າວ​ວ່າ:​"ລັດ​ຖະ​ບານ​ຈີນ​ໄດ້​ວາງ​ມາດ​ຕະ​ການ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ກະ​ຕຸ້ນ​ເສດ​ຖະ​ກິດ​ແລະ​ປົກ​ປ້ອງ​ລັດ​ທິ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.​ຕົວ​ຢ່າງ​ຄື,​ໄດ້​ເພີ່ມ​ງົບ​ປະ​ມານ​ດ້ານ​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ,​ການ​ຮັກ​ສາ​ສຸ​ຂະ​ພາບ ​ແລະ​ການ​ສຶກ​ສາ​ເປັນ​ຕົ້ນ;​ລັດ​ຖະບານ​ຍັງ​ໄດ້​ວາງ​ນະ​ໂຍບາຍ​ທີ່​ຕ່າງ​ກັນ​​ຕາມ​ກຸ່ມ​ຄົນ​ທີ່​ຕ່າງ​ກັນ​ແລະ​ໜ້າ​ວຽກ​ຕ່າງ​ກັນ,​ສ້າງ​ໂອ​ກາດ​ປະ​ກອບ​ວິຊາ​ຊີບ​ຫຼາຍ​ກວ່າ​ເກົ່າ,​ແລະ​ຈັດ​ຊຸດ​ອົບ​ຮົມ​ສີມື​ອາ​ຊີບ​ເປັນ​ຕົ້ນ,​ຂ້າ​ພະ​ເຈົ້າ​ຄຶດ​ວ່າ,​ການ​ກະ​ທຳ​ຕົວ​ຈິງ​ເຫຼົ່າ​ນີ້​ເປັນ​ຕາ​ຖອດ​ຖອນ​ບົດ​ຮຽນ​ນຳ.​ປະ​ຈຸ​ບັນ​ນີ້,​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໃນ​ທົ່ວ​ໂລກ​ບໍ່​ຈະ​ເລີ​ນປານ​ໃດ,​ກຳ​ມະ ກອນ​ຜູ້​ຫວ່າງ​ງານ​ພໍ​ດີ​ສາ​ມາດ​ໃຊ້​ເວ​ລາ​ນີ້​ໄປ​ຍົກ​ລະ​ດັບ​ສີມື​ຈຳ​ນວນ​ໜຶ່ງ,​ເມື່ອ​ຮອດ​ເວ​ລາ​ທີ່​ເສດ​ຖະ​ກິດ​ດີ​ຄືນ​ໃໝ່,​ພວກ​ເຂົາ​ເຈົ້າ​ກໍ່​ມີ​ຄວາມ​ຮູ້​ແລະ​ສີ​ມື​ຢ່າງ​ພຽງ​ພໍ​ໄປ​​ເຮັດ​ວຽກ​ງານ​ທີ່​ມີ​ຄວາມ​ຮຽກ​ຮ້ອງ​ສູງ​ກວ່າ​ເກົ່າ."


ທ່ານ​ເທນ​ຫວິນ ມີ​ຄວາມ​ໝັ້ນ​ໃຈ​ຫຼາຍຕໍ່​ການ​ພັດທະນາ​ຂອງ​ເສດຖະກິດ​ຈີນ,ທ່ານ​ເຫັນ​ວ່າ, ຈີນ​ຍ່ອມ​ຈະ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​​ໄວ້ ຄື​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ເຕີບ​ໂຕ​8%​ໃນ​ປີ​ນີ້.​ທ່ານ​ກ່າວ​ວ່າ,​ລະ​ບົບ​​ເສດ​ຖະ​ກິດ​ຂອງ​ຈີນ​ອາ​ໄສ​ການ​ສົ່ງ​ອອກ​ຫຼາຍ​ເກີນ​ໄປ,​ດຽວ​ນີ້​ຕະ​ຫຼາດ​ສົ່ງ​ອອກ​ສາ​ກົນ​ຫຼຸດ​ໜ້ອຍ​ລົງ,​ພໍ​ດີ​ແມ່ນ​ໂອ​ກາດ​ດີ​​ເພື່ອ​ປັບ​ປຸງ​​ໂຄງ​ປະ​ກອບ​ຂອງ​ຈີນ.

ທ່ານ​ເທ​ນ ຫວິນ ຍັງ​ຊີ້​ອອກ​ວ່າ, ​ເມື່ອ​ທຽບ​ກັບປະ​ເທດ​ອື່ນ, ວິ​ກິດ​ການ​ການ​ເງິນ​ທົ່ວ​​ໂລກ​ເທື່ອ​ນີ້​ເຮັດ​ໃຫ້​ເສດຖະກິດ​ມຽນມາ​​ໄດ້​ຮັບ​ຜົນ​ກະ​ທົບ​ບໍ່​ຫຼາຍ​ປານ​ໃດ.  ​ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກລາ​ຄາ​ສິນຄ້າ​ໃນ​ຕະຫຼາດ​ສາກົນ​ທີ່​ຫຼຸດ​ຕ່ຳ​ລົງ, ການ​ສົ່ງ​ອອກ​ຂອງ​ມຽນມາ​ທີ່​ຖື​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ເປັນຫຼັກນັ້ນ ກໍ່​ມີ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​. ບວກ​ກັບ​ອັດຕາ​ຫວ່າງ​ງານ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເສດຖະກິດ​ຂອງ​ ​ມຽນ​ມາ​ພວມ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.​ທ່ານ​ຫວັງຢາກ​ໃຫ້​ຈີນ​ພີ່ມ​ການ​ລົງທຶນ​​ໃຫ້​ຫຼາຍ​ຂຶ້ນ​ຢູ່​ມຽນມາ.​ທ່ານ​ເທນ ຫວິນ​ ກ່າວ​ວ່າ:​ "ມຽນ​ມາ​ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອຸ​ດົມ​ສົມ​ບູນ​ທີ່​ສຸດ,​ມີ​ຫຼາຍ​ຂົງ​ເຂດ​ຕ້ອງ​ການ​ພັດ​ທະ​ນາ. ​ແຕ່​ວ່າ​ໃນ​ປັດຈຸບັນ​ຈີນ​ຍັງ​ບໍ່​ແມ່ນ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ມຽນ​ມາ​ຫຼາຍ​ກວ່າ​ໝູ່.​ມຽນ​ມາ​ມີ​ຊັບພະ​ຍາກ​ອນ​ແຮງ​ງານ​ທີ່​ດີ​ເດັ່ນ, ​ແຮງ​ງານ​ເຫຼົ່າ​ນີ້​​ໄດ້​ຮັບ​ຕີ​ລາຄາ​ຢ່າງ​ດີ​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ຂອງ​ໂລກ. ປັດຈຸບັນ​ຈີນ​ມີ​ກຳ​ລັງ​​ແຮງ​ສັງ​ລວມ​ທີ່​ເຂັ້ມ​ແຂງ​, ຄວນ​ນຳ​ໃຊ້​ໂອກາດ​ທີ່​ດີ​ໃນ​ປັດ​ຈຸ​ບັນ​ເພີ່ມ​ການ​ລົງ​ທຶນ​ຢູ່​ມຽນ​ມາ,​ຈະ​ເຮັດ​ໃຫ້​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ແນ່​ນອນ.​"​ໃນ​ເວ​ລາ​ທ່ານ​ຫຼີ້​ສາງ​ຊຸນ​ໄປ​ຢ້ຽມຢາມ​ມຽນມາ​ເທື່ອ​ນີ້,​ສອງ​ປະ​ເທດ​ຄາດ​ວ່າ​ຈະ​ເຊັນ​ສັນ​ຍາ​5​ສະ​ບັບ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ ຖະ​ກິດ,​ກ່ຽວ​ພັນ​ເຖິງ​ການ​ຜະ​ລິດ​ໄຟ​ຟ້າ​​ພະ​ລັງ​ນ້ຳ,​ການ​ພັດ​ທະ​ນາ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ,​ການ​ຂົນ​ສົ່ງ​ແລະ​ໂຄງ​ການ​ກໍ່​ສ້າງ​ເປັນ​ຕົ້ນ. ທ່ານ​ເທນ​ຫວິນ​ກ່າວ​ວ່າ, ຫວັງ​ໃຫ້​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ສາ​ມາດ​ເຮັດ​ໃຫ້​ຈີນ​ເຂົ້າ​ໃຈ​ມຽນມາ​ຫຼາຍ​ກວ່າ​ເກົ່າ, ​​ແລະເຮັດ​ໃຫ້​ໂລກ​​ເຂົ້າ​ໃຈ​ການ​ພັດ​ທະ​ນາ​ແລະ​ການ​ປ່ຽນ​ແປງ​ຂອງ​ມຽນມາ​ໃນ​ປັດຈຸບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>