ງານ​ສະຫຼອງ​ວັນ​ລະ​ລຶກ​ການ​ປົດ​ປ່ອຍ​ຂ້າ​ທາດ​ກະ​ສິ​ກຳ​ລ້ານ​ຄົນ​ຂອງ​ຕິ​ເບ​ດ​ໄດ້​ຈັດ​ຂຶ້ນ​ຢູ່​ລາ​ຊາ

(GMT+08:00) 2009-03-28 16:53:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI, ຕອນ​ເຊົ້າ​ວັນ​ທີ28​ມີນາ​ນີ້, ງານ​ສະຫຼອງ​ວັນ​ລະ​ລຶກການ​ປົດ​ປ່ອຍ​ຂ້າ​ທາດ​ກະສິກຳ​ລ້ານ​ຄົນ​ຂອງ​ຕິ​ເບ​ດ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາ​ມຫຼວງ​ຢູ່​ຕໍ່ໜ້າ​ວັງບຸດ​ດາລາ​ຂອງ​ເມືອງ​ລາຊາ. ທ່ານ​ຊາງ​ບາ ປຸນ​ຊົກ ປະທານ​ອົງການ​ປົກຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ເປັນ​ປະທານ​ຈັດ​ງານ, ຜູ້ຕາງໜ້າ​ຂອງ​ວົງ​ການ​ຕ່າງໆ​ທະຍອຍ​ກັນ​ຂຶ້ນ​ເວທີ​ປະກອບ​ຄຳ​ຄິດ​ຄຳ​ເກັນ.

​​ໃນ​ຖານະ​ເປັນ​ຂ້າ​ທາດ​ກະສິກຳ​ຂອງ​ຕິ​ເບ​ດ​ເກົ່າ​ແລະ​ໄດ້​ດຳລົງ​ຊີວິດ​ໃນ​ສະ​ໄໝ​ຕິ​ເບ​ດ​ເກົ່າ​ແລະ​ຕິ​ເບ​ດ​ໃໝ່, ທ່ານ​ຊົນ​​ເດຼ ຊາວ​ກະສິກອນ​ເມືອງ​ລາຊາ​ທີ່​ມີ​ອາຍຸ69​ປີ​ປະກອບ​ຄຳ​ເຫັນ​ເປັນ​ຜູ້​ທຳ​ອິດ. ທ່ານ​ກ່າວ​ວ່າ, ການ​ສ້າງ​ວັນ​ລະ​ລຶກການ​ປົດ​ປ່ອຍ​ຂ້າ​ທາດ​ກະສິກຳ​ລ້ານ​ຄົນ​ຂອງ​ຕິ​ເບ​ດ​ແມ່ນ​ສຽງ​ຮຽກຮ້ອງ​ໃນ​ໃຈ​ຂອງ​ຂ້າ​ທາດ​ກະສິກຳ​ທີ່​ໄດ້​ປ່ຽນ​ຖານະ​ຂອງ​ຕິ​ເບ​ດ, ພວກ​ເຮົາ​ຍົກ​ມື​ທັງ​ສອງ​ສະໜັບສະໜູນ.

ທ່ານ​ຈ່າງ​ຊິ້ງຫຼີ ​ເລຂາ​ຄະນະ​ພັກກອມ​ມູນິດ​ຈີນ​ປະຈຳ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ສະຫຼອງ​ໂດຍ​ກ່າວ​ວ່າ, ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ຕິ​ເບ​ດ​ແມ່ນ​ຫຼັກ​ໝາຍ​ທາງ​ທີ່​ສຳຄັນ​ໃນ​ຂະ​ບວນການ​ຍົກ​ເລີກລະບອບ​ຂ້າ​ທາດ​ຂອງ​ໂລກ, ​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ພາລະກິດ​ສິດທິ​ມະນຸດ​ສາກົນ, ​ແມ່ນ​ຈີນ​ໄດ້​ປະກອບສ່ວນ​ອັນ​ຍິ່ງ​ໃຫຍ່​ຕໍ່​ພາລະກິດ​ປະຊາທິປະ​ໄຕ, ​ເສລີ​ພາບ​ແລະ​ສິດທິ​ມະນຸດ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>