ນັກວິຊາການອີ​ຕາ​ລີ​ກ່າວ​ວ່າ ບັນຫາສື່​ມວນ​ຊົນຝ່າຍ​ຕາ​ເວັນ​ຕົກບິດ​ເບືອນ​ແຈ້ງ​ຂ່າວກ່ຽວ​ກັບ​ຕິ​ເບ​ດນັ້ນ​ແມ່ນ​ປະ​ໝາດບໍ່​ໄດ້

(GMT+08:00) 2009-03-29 18:00:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ຄະນະ​ຜູ້​ແທນນັກ​ຕິ​ເບດສຶກສາ​ຈີນ​ໄດ້​ໄປ​ຢ້ຽມຢາມ​ອີ​ຕາ​ລີ​ໃນວັນ​ທີ 27 ຮອດ 30 ມີນາ​ນີ້,​ໄດ້​ລົງ​ເລິກ​ແລ​ກປ່ຽນ​ແລະປຶກສາ​ຫາລືກັບບຸກຄົນ​ວົງ​ການ​ການ​​ເມືອງ ວົງ​ການ​ວິຊາ​ການ​ແລະວົງ​ການຂ່າວຂອງ​ອີ​ຕາ​ລີ.ນັກວິຊາການອີ​ຕາ​ລີ​ກ່າວ​ວ່າ,ປະກົດ​ການທີ່​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງ​ບິດ​ເບືອນແຈ້ງ​ຂ່າວ​ກ່ຽວ​ກັບ​ຕິ​ເບ​ດນັ້ນ​ແມ່ນ​ປະ​ໝາດບໍ່​ໄດ້.

ທ່ານ​ສາ​ສະ​ດາ​ຈານ​ຈີ​ອໍ​​​ຈິ​ວ ​ເມນ​ຕີ​ຊີຂອງ​ມະຫາວິ​ທະຍາ​ໄລ​ນາ​ໂປ​ລີ​ກ່າວ​ວ່າ,ສື່​ມວນ​ຊົນ​ອີ​ຕາ​ລີສ່ວນ​ຫຼາຍ​ໄດ້​ແຈ້ງ​ຂ່າວ​ກ່ຽວ​ກັບ​ຈີນ​ໃນ​ດ້ານ​ລົບ​ແລະ​ບໍ່​ຖືກ​ກັບ​ເລື່ອງ​ຈິງ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ເວລາ​ລາຍ​ງານ​ຂ່າວ,ຫຼາຍ​ຄົນ​ບໍ່​​ໄປປ່ຽນ​ແບບ​ວິທີ​ຈິນຕະນາ​ການ​ຂອງ​ຕົນ,ຫາກແມ່ນ​ໄປ​ປ່ຽນ​ສະພາບ​ຄວາມ​ເປັນຈິງ.

ທ່ານ​ໂດ​ເມ​ນີ​ໂກ ​ໂລ​ຊູ​​ໂດ ສາ​ສະ​ດາ​ຈານ​ວິຊາ​ປັດ​ຊະຍາ​ແລະ​ປະ​ຫວັດສາດ​ຂອງ​ມະຫາ​ວິທະ​ຍາ​ໄລ​ອູ​ບີ​​ໂນ​ກຊີ້​ອອກ​ວ່າ,ຜູ້​ທີ່ພໍ​ຮູ້​ປະຫວັດ​ສາດກໍ່​ຮູ້ວ່າ,ຕິ​ເບ​ດ​ໃນ​ການ​ປົກຄອງ​ຂອງ​ດາ​ໄລລາ​ມະ​​ໄດ້​ປະສົບ​ການ​ປົກຄອງ​ທີ່​​ໂຫດຮ້າຍ​ປ່າ​​ເຖື່ອນ​ແລະ​​ໄຮ້​ມະ​ນຸດ​ສະ​ທຳພຽງ​ໃດ.

ທ່ານ​ອີ​ອຸຍ​ກີ ມາຣີ​ໂນ ອະດີດ​ສະມາຊິກ​ສະພາ​ສູງ​ອີ​ຕາ​ລີ​ກ່າວ​ວ່າ,ການ​ແຈ້ງ​ຂ່າວດ້ານ​ລົບຂອງ​ຈີນຂອງ​ຝ່າຍ​ຕາ​ເວັນ​ຕົກ​ມີ​ຢູ່​ຕະຫຼອດມາ,​ແລະ​ມີຢູ່​ທົ່ວທີບ,ຕ້ອງ​​ການສະກັດ​ກັ້ນ​ປະກົດ​ການ​ທີ່ບິດ​ເບືອນ​ທາງການ​ເມືອງ​ແລະການ​ບິດ​​ເບືອນຂອງ​ສື່​ມວນ​ຊົນຢ່າງ​ເດັດດ່ຽວ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>