ສາລະ​ໜ້າ​ຮູ້: ວິທີ​ປະສົມ​ອາ​ຫານ​ທີ່​ມີ​​ທາດ​ບຳ​ລຸງ​ຫຼາຍ​ກວ່າ​ເກົ່າ

(GMT+08:00) 2009-04-01 09:26:46 cri
-----------------------------------------------------------------------------------------------------------------

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ສາລະ​ໜ້າ​ຮູ້. ​ໂພ​ຊະນາ​ການ​ແມ່ນ​ວິທະຍາສາດ​ທີ່​ກ່ຽວ​ກັບ​ທາດ​ບຳລຸງ​ໃນ​ອາຫານ. ຖ້າວ່າ​ທ່ານ​ຊອກ​ຮູ້​ໃນ​ວັດຈະນານຸກົມ​ອັງກິດ​ກ່ຽວ​ກັບ​ສັບ​ທີ່​ວ່າ​ໂພ​ຊະນາ​ການ ຫຼື Nutrition, ຄວາມ​ໝາຍ​ຢ່າງ​ໜຶ່ງ​ຂອງ​ຄຳ​ສັບ​ນີ້​ກໍ​ແມ່ນ: ວິທີ​ປະສົມ​ອາຫານ​ທີ່​ມີ​ທາດ​ບຳລຸງ​ຫຼາຍ​ທີ່​ສຸດ, ​ເພື່ອ​ສ້າງ​ປະ​ໂຫຍ​ດ​ໃຫ້​ແກ່​ຮ່າງກາຍ​ຄົນ​ເຮົາ​ໃຫ້ດີ​ທີ່​ສຸດ. ສະ​ນັ້ນ, ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ວິທີ​ປະສົມ​ອາຫານ​ທີ່​ມີ​ທາດ​ບຳລຸງ​ຫຼາຍ​ກວ່າ​ເກົ່າ​ສູ່​ທ່ານ​ຟັງ.

​​ເມື່ອ​ສັງ​ເກດ​ຈາກ​ທັດສະນະ​ດ້ານ​ໂພ​ຊະນາ​ການ​ຍຸກປະຈຸ​ບັນ​ແລ້ວ​ເຫັນ​ວ່າ, ຖ້າວ່າ​ເອົາອາຫານ​ສອງ​ເຍື່ອງ​ຫຼື​ວ່າ​ສອງ​ເຍື່ອງ​ຂຶ້ນ​ໄປມາ​ປະສົມ​ກັນ​ໃຫ້​ດີ​ແລະ​ຖືກຕ້ອງ, ກໍ່ຈະ​ມີ​ທາດ​ບຳລຸງ​ຫຼາຍ​ຂຶ້ນ, ​ແລະ​ເປັນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ຕໍ່​ສຸຂະພາບຂອງ​ຄົນ​ເຮົາ.

​ເອົາ​ໝາກ​ງາ​ແລະ​ແໜທະ​ເລ​ມາ​ຕົ້ມ​ໃສ່​ກັນ, ສາມາດ​ເສີມ​ຄວາມ​ງາມ​ແລະ​ເຮັດ​ໃຫ້​ເຮົາ​ບໍ່​ເຖົ້າ​ງ່າຍ. ​ເພາະວ່າ​ໝາກງາ​ເຮັດ​ໃຫ້​ເລືອດໝູນວຽນ​ດີກ​ວ່​າ​ເກົ່າ, ​​​ເຮັດ​ໃຫ້ການ​ຂັບ​ຖ່າຍ​ອັນ​ເກົ່າ​ເພີ່ມ​ເຕີມ​ອັນ​ໃໝ່​ໃນ​ຮ່າງກາຍ​ໄວ​ຂຶ້ນ, ຍັງ​ມີ​ສັບ​ພະ​ຄຸນ​ປັບ​ທາດ​ປູນ​ໃນ​ຮ່າງກາຍ, ​ໃນ​ນັ້ນ​ວິຕາມິນEກໍ​ສາມາດ​ເຮັດ​ໃຫ້​ເຮົາ​ນານເຖົ້າ​. ​ໃນ​ແໜທະ​ເລມີ​ທາດ​ການ​ຊີ​ອົມ​ແລະ​ທາດ​ອີ​ອົດ, ສາມາດຟອກ​ເລືອດ​ໃຫ້​ສະອາດ​ກວ່າ​ເກົ່າ, ຊຸກ​ຍູ້​ໃຫ້ມີ​ນ້ຳ​ໃນ​ຕ່ອມ​ຄໍ​ທີ່​ເປັນ​ປະ​ໂຫຍ​ດຕໍ່​ຮ່າງກາຍ. ສະ​ນັ້ນ​ຖ້າ​ເອົາ​​ສອງ​ອັນນີ້​ມາ​ຕົ້ມ​ປະສົມ​ກັນ, ຈະ​ມີ​ທາດ​ບຳລຸງ​ຫຼາຍ​​ກວ່າ​ເກົ່າ.

ຊີ້ນ​ແກະ​ໃສ່​ຂີງ: ຊີ້ນ​​ແກະ​ມີ​ຜົນ​ດີ​ຕໍ່​ການ​ບຳລຸງ​ຮ່າງກາຍ​ຂອງ​ຜູ່ຊາຍ,ຊ່ວຍ​ໃຫ້​ຮ່າງ​ກາຍ​ອົບ​ອຸ່ນ​,ຫຼຸດຜ່ອນ​ຄວາມ​ໜາວ​ໄດ້,​ຖ້າເອົາ​ຊີ້ນ​ແກະ​ກັບ​ຂີງ​ມາແຕ່ງນຳ​ກັນ,ຈະ​ສາມາດ​ຮັກສາ​ຄວາມ​ອົບ​ອຸ່ນ​ໄດ້​ດີ,ພ້ອມ​ກັນ​ນັ້ນ​ຍັງ​ສາມາດ​ຂັບ​ໄລ່​ພະຍາດ​ບາດ​ເຍົາ​ຕ່າງໆ ແລະ​ເຈັບທ້ອງ​ໄດ້.

ປາຝາ​ໃສ່​ນ້ຳ​ເຜີ້ງ: ບໍ່​ພຽງ​ແຕ່​ແຊບດີ​ເທົ່າ​ນັ້ນ,ຍັງ​ມີ​ທາດ​ບຳລຸງ​ຫຼາຍ​ຢ່າງ​ ເຊັ່ນ​ທາດ​ໂປຼຕິ​ນອັນ​ອຸດົມສົມບູນ,​ໄຂມັນ,ວິຕາມິນ​ຫຼາຍຊະນິດ,​ແລະ​ມີ​ຊີ​ລິ​ຊິດ​ເປັນ​ຕົ້ນ.ສົມ​ວ່າ​ເປັນ​ຢາ​ດີ​ທີ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮ່າງ​ກາຍອີ່ຫຼີ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ປົວ​ພະຍາດຫົວ​ໃຈ,ປົວພະຍາດ​ລຳ​ໄສ້​ ,ປົວ​ເຈັບກະ​ເພາະ​ແລະ​ພະຍາດ​​ເລືອດ​ຈາງ.ນອກ​ນັ້ນ,ຍັງ​ສາມາດ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ຮ່າງກາຍ​ແລະ​ປ້ອງ​ກັນບໍ່​ໃຫ້​ເຖົ້າ​ໄວ.

ຊີ້ນ​ເປັດ​ໃສ່​ມັນ​ປ່າ,ຊີ້ນ​ເປັດ​​ແກ່ສາມາດ​ເພີ່ມ​ທາດ​ນ້ຳ​ໃຫ້​ແກ່​ຮ່າງກາຍ,ມີ​ຜົນ​ດີ​ຕໍ່​ຮ່າງ​ກາຍ​ຂອງ​ຜູ່​ຍິງ,​ແລະ​ຍັງ​ແກ້ຮ້ອນ​ໃນ​ແລະ​ແກ້​ໄອ້​ໄດ້.​ມັນ​ປ່າ​ບຳລຸງ​ທາດ​ລົບ​ຂອງ​ຮ່າງ​ກາຍ,​ກິນ​ກັບ​ຊີ້ນ​ເປັດ,ສາມາດ​ແກ້ຄວາມ​ມັນ​ແລະ​ບຳລຸງ​ປອດ.

ປາ​​ໄນ​ໃສ່​ນ້ຳ​ສົ້ມ​ທີ່​ເຮັດ​ດ້ວຍ​ເຂົ້າ: ປາ​ໄນ​ມີ​ບົດ​ບາດ​ໃນ​ການ​ລະບາຍ​ນ້ຳ​ບໍ່​ໃຫ້​ເປັນ​ບວມ,ຮ່າງກາຍ​ຂອງ​ຄົນ​​ເປັນ​ບວມ,​ເວັ້ນ​ເສຍ​ແຕ່​ອັກ​ເສບ​ໝາກ​ໄຂ່​ຫຼັງ​ແລ້ວ,​ສ່ວນ​ຫຼາຍ​ແມ່ນ​ເປັນບວມ​ປະ​ເພດ​ມີ​ທາດ​ນ້ຳຫຼາຍ​ໃນ​ຮ່າງ​ກາຍ,​ນ້ຳ​ສົ້ມ​ທີ່​ເຮັດ​ດ້ວຍ​ເຂົ້າ​ມີ​ຜົນ​ດີ​ຕໍ່​ການ​ປົວ​ພະ​ຍາດ​ເປັນ​ບວມ​ທີ່ມີ​ທາດ​ນ້ຳ​ໃນ​ຮ່າງ​ກາຍ​ຫຼາຍ,​ຄັນ​ກິນ​ປາ​ໄນ​ກັບ​ນ້ຳ​ສົ້ມ,​ຈະ​ມີ​ປະ​ສິດ​ທິ​ພາບ​ສູງ​ກວ່າ​ເປັນ​ເທົ່າ​ໃນ​ການ​ກຳຈັດ​ທາດ​ນ້ຳ​ໃນ​ຮ່າງກາຍ.

ຜັກ​ຕີນ​ເປັດ​ກັບ​ຕັບ​ໝູ: ຕັບ​ໝູ​ແລະ​ຜັກ​ຕີນ​ເປັດ​ລ້ວນ​ແຕ່​ມີ​ບົດບາດ​ບຳລຸງ​ເລືອດ, ທັງ​ຊີ້ນ​ແລະ​ຜັກ​ປະສົມ​ກັນ, ມີ​ຜົນ​ພິ​ເສດ​​ໃນ​ການ​ປິ່ນປົວ​ພະຍາດ​ເລື​ອດຈາງ.

ເຂົ້າຈ້າວ​ກັບກາ​ເຟ ຫຸງ​ເຂົ້າ​ຈ້າວໃຫ້​ສຸກ​ແລ້ວ ບົດ​ເປັນ​ຝຸ່ນ, ປົນ​ກັບ​ນ້ຳນົມ ນ້ຳຕານຊາຍກໍ່​ກິນ​ໄດ້​ແລ້ວ, ​ເຂົ້າຈ້າວ​ມີ​ທາດ​ບຳລຸງ​ຫຼາຍ, ມີ​ຜົນ​ດີ​ສົມຄວນ​ໃນ​ການ​ປິ່ນປົວ​ລິດ​ສີດວງ ຍື່ງ​ທ້ອງ​ແລະ​​ເລືອດ​ດັນ​ສູງ; ກາ​ເຟສາມາດກະ​ຕຸ້ນ​ປະສາດ, ປົນ​ກັບ​ເຂົ້າຈ້າວ​ແລ້ວ​ຈະມີ​ລົດ​ຊາດ​ດີ.

ຊີ້ນ​ງົບ​ກັບ​ມັນ​ຝຣັ່ງ: ຊີ້ນ​ງົວ​ມີ​ທາດ​ບຳລຸງ​ດີ, ​ແລະ​ມີ​ບົດບາດ​ຮັກສາ​ກະ​ເພາະ. ​ແຕ່​ຊີ້ນ​ງົວ​ບາງທີ​ອາດ​ຈະ​ທຳລາຍ​ເຍື່ອກະ​ເພາະ, ຖ້າ​ຕົ້ມ​ພ້ອມ​ກັບ​ມັນຝຣັ່ງ​ແລ້ວ, ບໍ່ພ​ພຽງ​ແຕ່​ລົດຊາດ​ແຊບ​ເທົ່າ​ນັ້ນ, ​ໃນ​ມັນຝຣັ່ງຍັງ​ມີ​ວິ​ຕາ​ມິນ​ຫຼາຍ, ສາມາດ​ຮັກສາ​ເຍື່ອກະ​ເພາະ.

ຕົ້ນ​ແປະ​ຫະກັບ​ໄຂ່​ໄກ່: ມີ​ບົດບາດ​ບຳລຸງ​ຫົວໃຈ. ສູດ​ຢາ​ພື້ນ​ເມືອງ​ຈີນ​ເຫັນ​ວ່າ, ​ແປະ​ຫະມີ​ບົດ​ບາດ​ກຳຈັດ​ຂີ້ກະ​ເທີ ຫຼຸດຜ່ອນ​ຄວາມ​ອ່ອນ​ເພຍ​ຂອງ​ຮ່າງ​ກາຍ, ສ່ວນ​​ໄຂ່​ເຫຼືອງ​ສາມາດ​ຫຼຸດ​ຜ່ອນ​ຄວາມ​ຮ້ອນ, ​ແລະ​ບຳລຸງ​ເລື​ອດ​, ຖ້າ​ປຸງ​ແຕ່ງ​ທັງ​ສອງ​ຢ່າງນີ້​ປະສົມ​ນ້ຳຕານ​ຈະ​ມີ​ຜົນ​ດີກ​ວ່າ​ນີ້​ອີກ.

ຊີ້ນ​ໝູ​ໃສ່ຜັກທຽມ: ອີງ​ຕາມ​ການ​ຄົ້ນຄວ້າ,​ໃນ​ຊີ້ນມີ​ວິຕາມິນB,ສ່ວນ​ວິຕາມິນBຈະ​ຢູ່​ໃນ​ຮ່າງກາຍ​ຄົນ​ເຮົາ​ໃນ​ໄລຍະ​ສັ້ນ,ສະ​ນັ້ນ​​ໃນ​ເວລາ​ກິນ​ຊີ້ນ ​​ແລະ​ມີຜັກທຽມ​ໜ້ອຍ​ໜຶ່ງ,ບໍ່ພ​ຽງ​ແຕ່​ສາມາດ​ເຮັດ​ໃຫ້​ວິຕາມິນB​ເພິ່ມຂຶ້ນຫຼາຍ​ເທົ່າ​ເທົ່າ​ນັ້ນ,ຍັງ​ສາມາດ​ເຮັ​ດ​ໃຫ້​ລັກສະນະ​ລະລາຍ​ໃນ​ນ້ຳ​ນັ້ນ​ ປ່ຽນ​​ເປັນ​ລັກສະນະ​ລະລາຍ​ໃນ​ນ້ຳມັນ,ຈິ່ງ​ເຮັ​ດ​ໃຫ້​ວິຕາມິນBຢູ່​ໃນ​ຮ່າງ​ກາຍ​ໄດ້​ດົນ​ກວ່າ​ເກົ່າ,​ອັນ​ນີ້​​ສຳຄັນ​ຫຼາຍ​ຕໍ່​ການບຳລຸງ​ຮ່າງກາຍ ​ເຊັ່ນ,​ເຮັດ​ໃຫ້ເລືອດໝູນວຽນ​ດີ​ບໍ່​ມັກເມື່ອຍ ​ແລະ ​ເຮັດ​ໃຫ້ຮ່າງກາຍ​ເຂັ້ມ​ແຂງ.ສະ​ນັ້ນ,​ໃນ​ເວລາ​ກິນ​ຊີ້ນ,ຢ່າ​ລືມ​ກິນ​ຜັກທຽມ​ນຳ​ແດ່ໜ້ອຍ​ໜຶ່ງ.

ເຕົ້າຮູ​ໃສ່​ຫົວ​ຜັກກາດ:​ໃນ​ເຕົ້າຮູມີ​ທາດ​ໂປຼຕິນພືດ​ຫຼາຍ,​ແຕ່​ກິນ​ຫຼາຍ​ຈະ​ເຮັດ​ໃຫ້ລະ​ບົບ​ຍອຍ​ອາຫານ​ເຮັດວຽກ​ບໍ່​ຄ່ອຍ​ດີ,ຫົວ​ຜັກກາດ ​ໂດຍ​ສະ​ເພາະ​ແມ່ນ​ຫົວ​ຜັກກາດ​ຂາວ​ມີ​ປະ​ໂຫຍ​ດ​ຊ່ວຍ​ຍອຍ​ອາຫານ,ກິນ​ເຕົ້າຮູ​ໃສ່​ຫົວ​ຜັກກາດ​ມີ​ຜົນ​ດີ​ຊ່ວຍ​ກະ​ເພາະ​ຍ່ອນອາຫານ ​ແລະ ດູດ​ຊຶມ​ອາຫານ​ໄດ້​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>