ການ​ເຝິກອົບ​ຮົມ​ວິ​ຊາ​ການ​ໃຫ້​ຊາວ​ກະ​ສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ

(GMT+08:00) 2009-03-31 18:26:51 cri
-----------------------------------------------------------------------------------------------------------------
ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ແມ່ນ​ກຸ່ມຄົນອັນ​ໄພສານ​ໃນສັງຄົມ​ຈີນ.​ແຕ່​ກ່ອນ,​ເຂົາ​ເຈົ້າອູ້​ມຄວາມ​ຝັນ​ຂອງ​ຕົນ​ເຂົ້າ​ມາ​ຕົວ​ເມືອງ;ປະຈຸ​ບັນ,ຊາວ​ກະສິກອນ​ສ່ວນ​ໜຶ່ງ​ຈຳ​ເປັນ​ຕ້ອງ​ຈາກ​ຕົວ​ເມືອງກັບ​ເມືອບ້ານ​ເກີດ.​ໃຕ້​ການ​ໂຈມ​ຕີ​ຈາກ​ວິ​ກິດ​ການ​ການ​ເງິນສາກົນ,ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ20​ລ້ານ​ຄົນຂອງ​ຈີນ​ກັບ​ເມືອ​ບ້ານ​ເກີດ​ຍ້ອນ​ຕົກ​ງານ.​ໃນ​ລາຍການ​ແຈ້ງ​ຂ່າວ​ເສດຖະ​ກິດ​ຈີນ​ມື້​ນີ້,ພວ​ກ​ເຮົາ​ຈະ​​ແນະນຳ​ສະພາບການທີ່​ຊາວ​ກະສິກອນ​ຜູ່​ຕົກ​ງານ​ເຫຼົ່າ​ນີ້​ກັບ​ເມືອ​ບ້ານ​ເກີດ,​ແລ້ວ​​ເຂົາ​ເຈົ້າມີ​ສະພາບ​ແນວ​ໃດສູ່​ທ່ານ​ຟັງ.

ສິ່ງ​ທີ່​ໜ້າ​ກິນ​ແໜງ​ທີ່​ສຸດ​ຂອງນາງ​ເສີນ​ສູຍ​ຈ່ຽວ​ແມ່ນ​ຕົນ​ເອງ​ບໍ່​ໄດ້​ຮຽນ​ໜັງສື​ຫຼາຍ.​ໄລຍະ​ນີ້ ສິ່ງ​ທີ່ນາງ​ຄຶດ​ຫຼາຍ​ກວ່າ​ໝູ່​ກໍ່​ແມ່ນ,ຖ້າ​ລະດັບ​ການສຶກສາຂອງ​ຕົນ​ສູງ​ກວ່ານີ້​ໜ້ອຍ​ໜຶ່ງ,ຮູ້​​ເຕັກນິກ​ຫຼາຍ​ໜ້ອຍ​ໜຶ່ງ,ກໍ່ຈະ​ຊອກ​ຫາ​ວຽກ​ງານ​ໄດ້​ງ່າຍ​ກວ່ານີ້.

"​ແຕ່​ກ່ອນບໍ່​ມັກຮຽນໜັງສື,ດຽວ​ນີ້​ກິນ​ແໜງ​ໃຈ​ຫຼາຍ.ຮູ້ສຶກ​ວ່າ ຄວາມ​ຮູ້​ຂອງ​ຕົນ​ໜ້ອຍ​ໂພດ,ບໍ່​ຮູ້ເຕັກນິກ​ຫຍັງ,ຈຶ່ງຊອກ​ວຽກ​ຍາກ​ຫຼາຍ."

​ເສີນ​ສູຍ​ຈ່ຽວ​ແມ່ນ​ຊາວ​ກະສິກອນ​ເມືອງ​ໄຄ່​ຊ້ຽນຂອງ​ນະຄອນ​ຈຸ້ງກິ​ງ,​ໃນ​ເວລາ​ຮຽນ​ຈົບ​ມັດ​ທະ​ຍົມ​ກໍ່​ໄປ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ​ນັ້ນ,​ເຄີຍ​ເປັນ​ຜູ່​ບໍລິການຢູ່​​ໂຮງ​ແຮມ​ແລະ​ກຳມະກອນ​ໂຮງງານ​ເອ​ເລັກ​ໂຕຼນິກ,​ເດືອນ​ຕຸລາ​ປີ​ກາຍນີ້ ລາວ​ບໍ່​ມີ​ວຽກ​ເຮັດງານ​ທຳ​ຈຶ່ງ​ຈຳ​ເປັນຕ້ອງ​ໄດ້​ກັບ​ບ້ານ​ເກີດ.

ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ,ວິ​ສາ​ຫະກິດ​ຈີນ​ຫຼາຍ​ແຫ່ງຫຼົ້ມລະລາຍ​ຫຼືດຳ​ເນີນື​ທຸລະ​ກິດ​ຍາກ,​ໂດຍ​ສະ​ເພາະ​ແມ່ນວິ​ສາ​ຫະກິດ​ທີ່​ມີ​ກຳມະກອນ​ຫຼາຍ,​ໃຊ້​ເຕັກນິກ​ບໍ່​ສູງ,​ແລະ​ມີ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ນຳ​ຫຼາຍ ​ກໍ່​ຍິ່ງໄດ້​ຮັບ​ຜົນກະທົບ​ຫຼາຍ. ປະຈຸ​ບັນ,ນາງ​ມີ​ຄວາມ​ຫຍຸ້ງຍາກຫຼາຍ​ໃນການ​ຊອກ​ວຽກ​ຍ້ອນ​ຕົນ​ເອງ​ບໍ່​ມີ​ວິຊາ​ການ​ຫຍັງ.ສິ່ງ​ທີ່​ນາງ​ຢາກ​ເຮັດ​ໃນ​ປະຈຸ​ບັນ​ແມ່ນ, ສວຍ​ໂອກາດ​ໃນ​ຕອນ​ທີ່​ຍັງ​ບໍ່​ມີ​ວຽກ​ເຮັດ,ໄປ​ຮຽນ​ວິຊາສະ​ເພາະ​ຂະ​ແໜງ​ໃດ​ໜຶ່ງ​ໃຫ້​ເກັ່ງ.​ເພາະນາງຮູ້ວ່າ,ຖ້າຕົນ​ເອງ​ມີ​ວິຊາສະ​ເພາະ​ດ້ານ​ໃດ​ໜຶ່ງ​ແລ້ວ,ກໍ່ຈະ​ຊອກ​ວຽກ​ງ່າຍ​ກວ່າ.

​ໃນ​ຫ້ອງ​ຮຽນ​ຂອງ​ໂຮງຮຽນວິຊາຊີບ​ຈູ້ຍ​ລົງ​ເມືອງ​ໄຄ່​ຊ້ຽນ,ກຸ່ມຊາວ​ກະສິກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ແລະ​ໄດ້​ກັບ​ເມືອ​ບ້ານ​ທີ່​ມີອາຍຸ​ຕ່າງ​ກັນ​ກຳລັງ​ອ່ານ​ກາບກອນ​ລາຊະວົງ​ຖາງ​ຕາມຫຼັງ​ອາຈານ,ຊົ່ວ​ໂມງ​ສອນ​ວັດທະນະທຳ​ນີ້​ແມ່ນ​ພື້ນຖານ​ເພື່ອ​​ເຮັດ​ໃຫ້​ເຂົາ​ເຈົ້າຮັບ​ເອົາ​ການ​​ເຝິກອົບຮົມ​ວິຊາ​ການ.

ຫຼັງ​ຈາກ​ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ທີ່​ຄຶກ​ຄື້ນທີ່​ສຸດ​ຜ່ານ​ໄປ​ບໍ່​ດົນ,ຄື​ວັນ​ທີ6ກຸມພາ​ປີ​ນີ້,ນາງ​ເສີນ​ສູຍ​ຈ່ຽວທີ່​ຕົກ​ງານ​ກໍ​ໄປ​ໂຮງຮຽນວິຊາຊີບຢູ່​ແຫ່ງນີ້,​ເຂົ້າຮ່ວມ​ການ​ອົບຮົມ​ເອ​ເລັກ​ໂຕຼນິກ​ແລະ​ຄອມ​ພິວ​ເຕີ​ເປັນ​ເວລາ5​ເດືອນ.ສິ່ງ​ທີ່​ເຮັດ​ໃຫ້​ນາງ​ດີ​ໃຈນັ້ນ​ແມ່ນ,ການອົບຮົມ​ນີ້​ບໍ່​ຕ້ອງ​ເສຍ​ຄ່າຮຽນແລະ​ຄ່າພັກ​,ທັງ​ໄດ້​ຄ່າ​ກິນອີກ200ຢວນ.

ຫຼັງ​ຈາກ​ຮຽນ1​ເດືອນ​ປາຍ​ແລ້ວ,ນາງ​ເວົ້າວ່າ,ຮູ້ສຶກ​ຄື​ວ່າ​ໄດ້​ກັບ​ໄປສະ​ໄໝ​ທີ່​ຮຽນ​ຢູ່ມັດທະຍົມ,​ເພາະວ່າ ຕາຕະລາງ​ຮຽນ​​ເຕັມ​ທຸກ​ມື້​ເລີຍ,ຕອນເຊົ້າ6​ໂມງ​ເຄິ່ງຕື່ນ​ນອນ​ແລ້ວ​ໄປ​ຫັດກາຍ​ກ່ອນ,4ຊົ່ວ​ໂມງຕອນ​ເຊົ້າ​ແມ່ນ​ອົບ​ຮົມດ້ານ​ວິຊາ​ຊີບ,2ຊົ່ວ​​ໂມງ​ຕອນ​ບ່າຍ​ແມ່ນ​ການ​ກິລາ,ດົນຕີ,ຫຼື​ມາລະຍາດເປັນຕົ້ນ,ຕອນ​ກາງຄືນ​ຍັງ​ມີ2ຊົ່ວ​​ໂມງ​​ແມ່ນ​ຮຽນ​ເອງ,​ເລີກ​ຮຽນ20​ໂມງ,21​ໂມງ​ມອດ​ໄຟ​ນອນ.

ທ່ານ​ວັງ​ຊີງ​ປີງ ຜູ່​ຮັບຜິດຊອບ​ໂຮງຮຽນ​ວິ​ຊາຊີບ​ຈູ້ຍ​ລົງ​ກ່າວ​ວ່າ,ການຈັດ​ວາງ​ຕາຕະລາງອົບຮົມ​ໃຫ້​ເຕັມ​​ແນວ​ນີ້,ຈຸດ​ປະສົງ​ແມ່ນ​ເພື່ອ​ເຮັດ​ໃຫ້​ຊາວ​ກະສິກອນ​ສາມາດ​ກຳ​ໄດ້​ວິຊາ​ຊີບ​ອັນ​ໜຶ່ງ​ໃນ​ເວລາ​ສັ້ນໆ.ປະຈຸ​ບັນ,ນັກຮຽນ​ຜູ່​ເປັນ​ຊາວ​ກະສິກອນ​ເຫຼົ່າ​ນີ້​ສາມາດ​ເລືອກ​ຮຽນວິຊາ​​ແຕ່ງກິນ,ຈອດ​ໂລຫະ,ຕົບ​ແຕ່ງລົດຍົນ,​ເອ​ເລັກ​ໂຕຼນິກ​ແລະ​ຄອມພິວ​ເຕີ ການ​ບໍລິການ​ໃນ​ໂຮງ​ແຮມ,ຫຼັກສູດ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ແມ່ນ​ເປີດ​ໃຫ້​ຮຽນ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຊາວ​ກະສິກອນ.

"ວິຊາສະ​ເພາະ​ເຫຼົ່າ​ນີ້​ບໍ່​ຕ້ອງມີການ​ສຶກສາສູງ​ຫຼາຍ,ຕິດ​ແທດ​ຕົວ​ຈິງ​ຫຼາຍ,ຈະ​ຮັບປະກັນ​ໃຫ້​ນັກຮຽນ​ຮຽນ​ຈົບ​ແລ້ວ​ຊອກ​ວຽກ​ງານ​ໄດ້​​,ພວກ​ເຮົາ​ແມ່ນ​ຈັດ​ວາງ​ວິຊາ​ສະ​ເພາະເຫຼົ່າ​ນີ້​​ໂດຍພິຈາລະນາ​ຈາກ​ດ້ານ​ນີ້.​"

​ເວົ້າສຳລັບ​ຊາວ​ກະສິກອນ​ທີ່​ຕົກ​ງານ​ໃນ​ຕົວ​ເມືອງ​ແລ້ວນັ້ນ,ຄວາມ​ຄຶດ​​ໂດຍ​ກົງ​ຂອງ​ເຂົາ​ເຈົ້າ​ໃນ​ໄລຍະ​ນີ້​ກໍ​ແມ່ນ​ເພື່ອຜ່ານການອົບຮົມ​ແລະ​ຈະ​ສາມາດ​ຊອກ​ວຽກ​ເຮັດ​ງານທຳ​ທີ່​ມີ​ລາຍ​ໄດ້​ອ່າວ​ຫຼາຍ.ນາງ​ເສີນ​ສູຍ​ຈ່ຽວ​ເວົ້າວ່າ,ຫຼັງ​ຈາກ​​ການ​ອົບຮົມສິ້ນ​ສຸດ​ລົງ​ແລ້ວ ນາງ​ຢາກ​ໄປຕ່າງ​ແຂວງ,ພະຍາຍາມ​ຊອກ​ວຽກ​ທີ່​ບໍ່​ເສຍ​ຄ່າ​ຢູ່​ຄ່າ​ກິນ​ແລະ​ມີ​ເງິນ​ເດືອນ2000ຢວນ,ຫຼາຍ​ກວ່າ​ແຕ່​ກ່ອນ1ເທົ່າ.ສຳລັບ​ເລື່ອງ​ນີ້,ທ່ານ​ລີ​ວ​ເຈ່ຍ​ມິ​ງ ຜູ່​ຮັບຜິດຊອບຕະຫຼາດ​ແຮງ​ງານ​ເມືອງ​ໄຄ່​ຊ້ຽນບອກ​ວ່າ​ບໍ່​ແມ່ນ​ເລື່ອງ​ຍາກ,ອີງ​ຕາມ​ສະພາບ​ຕົວ​ຈິງ,ທ່ານ​ຮູ້ສຶກ​ວ່າ ປະຈຸ​ບັນ ຊາວ​ກະສິກອນ​ທີ່​ມີ​ວິຊາ​ສະ​ເພາະ​ໃດ​ໜຶ່ງ​ຢາກ​ຊອກ​ວຽກ​ເຮັດ ​ແມ່ນ​ງ່າຍກວ່າ​ແຕ່​ກ່ອນ​ແລ້ວ.

"ປະຈຸ​ບັນ ຊາວ​ກະສິກອນ​ຜູ່ໜຶ່ງ​ມີ​ວິຊາ​ສະ​ເພາະ​ແລ້ວ​ຈະ​ຊອກ​ວຽກ​ງ່າຍຂຶ້ນ.ວິ​ສາ​ຫະກິດທີ່ຈົດ​ທະບຽນນຳ​ພວກ​ເຮົາ​ແລະ​ຢາກ​ໄດ້​ກຳມະກອນ​ຜູ່​ມີ​ວິຊາສະ​ເພາະ​ນີ້​ມີ​ຫຼາຍ​ສົມຄວນ,ຖ້າ​ເປັນ​ກຳມະກອນ​ແຕ່​ບໍ່​ຮູ້ວິຊາສະ​ເພາະ,ອາຍຸ​ສູງ​ກວ່າ50ປີ,ວິ​ສາ​ຫະກິດຈະ​ບໍ່​ມັກຮັບ​ແລ້ວ."

ມີ​ວິຊາ​ສະ​ເພາະ,ວິ​ສາ​ຫະກິດຢາກ​ໄດ້;​ແຕ່​ຖ້າບໍ່​ມີ​,ວິ​ສາ​ຫະກິດກໍ່​ບໍ່​ເອົາ,ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ຊາວ​ກະ​ສິກ​ອນທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ແລະ​ຖື​ການ​ບໍລິການ​ແບບ​ລາຄາ​ຖືກ​ເປັນ​ເອກະລັກ​ນັ້ນ ​ບໍ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ ແຮງ​ງານ​ໃນ​ປະຈຸ​ບັນ​ແລ້ວ.ສະນັ້ນ,ການ​ເພີ່ມ​ທະວີ​ການ​ເຝິກອົບຮົມ​ວິຊາ​ສະ​ເພາະຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ,ຊຸກຍູ້​ໃຫ້​ເຂົາ​ເຈົ້າໄປ​ເຮັດ​ວຽກ​ຢູ່​ໃນອຸດສາຫະກຳ​ເຕັກນິກ​ສູງ ກໍ່​ໄດ້ກາຍ​ເປັນໜ້າ​ທີ່​ຮິບ​ດ່ວນ​ທີ່​ສຸດ​ແລ້ວ.​ໃນ​ເວລາ​ກ່າວ​ເຖິງ​ເລື່ອງ​ນີ້ ທ້າ​ນຕັງກົວ​ອິ່ງ ນັກຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ພັດທະນາ​ຊົນນະບົດ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ກ່າວ​ວ່າ:

"ກ່ອນ​ອື່ນ​ຕ້ອງ​ແກ້​ໄຂ​ບັນຫາ​ຂອງ​ໂຄງ​ປະກອບ.ລັດຖະບານຈັດຕັ້ງໜ່ວຍ​ງານອົບຮົມວິຊາ​ສະ​ເພາະ​ບໍ່​ມີ​ບັນຫາ,​ແຕ່​ພ້ອມ​ກັນນັ້ນຍັງ​ຕ້ອງ​ນຳ​​​ເຂົ້າກົນ​ໄກ​ຕະຫຼາດ,​ໃຫ້​ວິ​ສາ​ຫະກິດ​ເຂົ້າຮ່ວມ,ຊັບພະຍາກອນ​ດ້ານ​ການ​ສຶກສາຂອງ​ປະຊາຊົນ​ກໍ່​ຕ້ອງເຂົ້າຮ່ວມ,ລະດົມຊັບພະຍາກອນ​ຫຼາຍ​ດ້ານ,​​ໂດຍ​ສະ​ເພາະ​ແມ່ນ​ລະດົມຊັບພະຍາກອນ​ຂອງ​ວິ​ສາ​ຫະກິດ​ທີ່​ໃຊ້​ກຳມະກອນຫຼາຍ,​​ເພື່ອເປີດ​ກວ້າງ​ຊ່ອງ​ທາງ​ອົບຮົມ​ຂອງ​ຊາວ​ກະສິກອນ​ທີ່​ເຮັດ​ວຽກຢູ່​ຕົວ​ເມືອງ.ນອກຈາກ​ນີ້​ແລ້ວ​ ລັດຖະບານກໍ່​ຍັງ​ຊ່ວຍ​ແກ້​ໄຂ.ປະຈຸ​ບັນ,ອົງການ​ປົກຄອງ​ທຸກຂັ້ນລ້ວນ​ແຕ່​​ໄດ້​ຮັບ​ງົບອຸດ​ໜູນ​ເພື່ອ​ອົບຮົມ​ຊາວ​ກະສິກອນ,ການ​ເຮັດ​ແນວ​ໃດຈຶ່ງ​ສາມາດ​ຍົກປະສິດທິພາບ​ການນຳ​ໃຊ້​​ເງິນທຶນ​ໃຫ້​ສູງ​ຂຶ້ນ​ໄດ້,ຄວນ​ຊອກ​ໄດ້​ບົດຮຽນ​ທີ່​ດີກ​ວ່າ​ເກົ່າ​ໃນ​ດ້ານ​ນີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>