ຈີນຝະຣັ່ງອອກ《ຖະ​ແຫຼ​ງການ​ຈີນ​ຝະຣັ່ງ》 ຝະຣັ່ງບໍ່​ສະໜັບສະໜູນ"ຕິ​ເບດ​ເປັນ​ເອກະລາດ"ທຸກ​ຮູບ​ແບບ

(GMT+08:00) 2009-04-01 19:04:47 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 1 ​ເມສາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ຝະຣັ່ງຮ່ວມ​ກັນ​ອອກ《ຖະ​ແຫຼ​ງການ​ຈີນ​ຝະຣັ່ງ》,ຝະຣັ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ,ບໍ່​ສະໜັບສະໜູນ"ຕິ​ເບ​ດ​ເປັນ​ເອກະ​ລາດ"ທຸກ​ຮູບ​ແບບ.

ຖະ​ແຫຼ​ງການ​ຂຽນ​ວ່າ,ຝະຣັ່ງ​ໄດ້ຮັບ​ຮູ້​ຢ່າງ​ເຕັມສ່ວນ​ຕໍ່​ຄວາມ​ສຳຄັນ​ແລະ​ຄວາມ​ອ່ອນ​ໄຫວຂອງ​ບັນຫາ​ຕິ​ເບ​ດ,ກ່າວ​ຢ້ຳວ່າ,ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ,​ແລະຍຶດໝັ້ນ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຕັດ​ແຍກບໍ່​ໄດ້ຂອງ​ຜືນ​ແຜ່ນດິນ​ຂອງ​ຈີນ.

ຖະ​ແຫຼ​ງການ​ຊີ້​ອອກ​ວ່າ,ຈີນ​ກັບ​ຝະຣັ່ງ​ໄດ້​ຕົກລົງຈະ​ຈັດກາ​ນພົບ​ປະລະ​ດັບ​ສູງ​ແລະ​ການ​ສົນທະນາ​ຍຸດ​ທະ​ສາດ​ໃນ​ເວລາ​ທີ່​​ເໝາະ​ສົມ,ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ,ຊຸກຍູ້​ການ​ພົວພັນ​ຈີນ​ຝະຣັ່ງຂະ​ຫຍາ​ຍ​ກ້າ​ວ​ໄປ​ໜ້າ​ຢ່າງ​ກົມກຽວ​ກັນ​ແລະໜັກ​ແໜ້ນ.

ບຸກຄົນ​ວິຈານ​ຂອງ​ນະຄອນຫຼວງ​ປັກ​ກິ່ງຂອງ​ຈີນ​ເຫັນ​ວ່າ,ການ​ອອກ​ຖະ​ແຫຼງການດັ່ງກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​​ເຫັນ​ວ່າ,ການ​ພົວພັນ​ຈີນ​ຝະຣັ່ງ​ໄດ້​ເກີດມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ.ວັນ​ທີ 6 ທັນວາ​ປີ​ກາຍ​ນີ້,ທ່ານ​ນີ​ໂຄ​ລາສ ຊາ​ໂຄ​ຊີ,ປະທານາທິບໍດີ​ຝະຣັ່ງບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ປະຊາຊົນ​ຈີນ​ແລະ​ການ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຮຸນ​ແຮງ​ຫຼາຍ​ເທື່ອ​ຂອງ​ລັດຖະບານ​ຈີນ,ຊູຊີ​ພົບ​ປະ​ກັບ​ດາ​ໄລລາ​ມະ​ໃນ​ຖານະ​ທີ່​ເປັນ​ປະທານາທິບໍດີ​ຝະຣັ່ງ​ແລະ​ປະທານ​ໝູນວຽນ​ຂອງ​ສະຫະພາບ​ເອີ​ລົບ,​ໄດ້​ສະກັດ​ກັ້ນ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ຈີນ​ຝະຣັ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>