ພູ​ຫຼູຊ່ານ ທິວ​ທັດທຳ​ມະ​ຊາດທີ່ງາມ​ປານແຕ້ມ

(GMT+08:00) 2009-05-23 19:43:16 cri
-----------------------------------------------------------------------------------------------------------------

ງານ​ວາງສະ​ແດງ​​ໂລກ​ຊຽງ​ໄຮ້ 2010​ ​ໄດ້​ນັບ​ມື້​ນັບ​ໃກ້​​ເຂົ້າ​ມາ,​ໃນ​ລາຍການ​ພາກ​ນີ້,ພວກ​​​ເຮົາ​ມາ​ແນະນຳ​ບ່ອນໜຶ່ງ​ທີ່​ດີ​ສຳລັບການພັກ​ຮ້ອນທີ່​ຫ່າງ​ຈາກ​ນະຄອນ​ຊຽງ​ໄຮ້​ບໍ່​ໄກ​ປານ​ໃດ​ຄື​ພູຫຼູຊ່ານ​ຂອງ​ແຂວງ​ຈ່ຽງຊີ່.

ພູ​ຫຼູຊ່ານ​ແມ່ນ​ພູ​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ຈີວຈ່ຽງ​ແຂວງ​ຈ່ຽງຊີ່ທີ່ຢູ່ພາກ​ກາງຂອງ​ຈີນ,ຫ່າງ​ຈາກ​ນະຄອນ​ຊຽງ​​ໄຮ້ 900 ກວ່າ​ກິ​ໂລ​ແມັດ,ມີ​​ເສັ້ນທາງ​ໄປມາ​ສະດວກສະບາຍ.ຈາກ​ນະຄອນ​ຊຽງ​ໄຮ້​ໄປ​ພູ​ຫຼູຊ່ານ,ຂີ່​ລົດ​ໄຟ​ໃຊ້​ເວລາປະມານ 10 ຊົ່ວ​ໂມງ,ຕອນຄ່ຳ​ຂຶ້ນ​ລົດ​ໄຟ,ຕອນ​ເຊົ້າ​ມື້​ລຸນ​ມາກໍ່​ຮອດ​​ແຫຼ່ງທ່ອງ​ທ່ຽວ​ພູ​ຫຼູຊ່ານທີ່​ມີ​ທິວ​ທັດ​ທຳ​ມະ​ຊາດທີ່​ງາ​ມປານແຕ້ມ.

ທີ່​ທ່ານ​​ໄດ້​ຍິນ​ຢູ່​ນີ້​ແມ່ນ​ສຽງ​ນ້ຳຕົກ​ຂອງ​ຕາດຊ່ານ​​ເຕຍຊວນ​​ເຊິ່ງ​ເປັນ​ທິວ​ທັດ​ທຳ​ມະ​ຊາດ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່ສຽງທີ່​ສຸດ​ໃນ​ພູ​ຫຼູຊ່ານ,ຕາດ​ຊ່ານ​ເຕຍຊວນ​ຖືກ​​ເອີ້ນວ່າ"ທິວ​ທັດ​ທຳ​ມະ​ຊາດທີ່​ໜ້າ​ອັດສະຈັນຂອງ​ພູ​ຫຼູຊ່ານ".ມີ​ຄຳ​ໜຶ່ງເວົ້າ​ວ່າ:"ບໍ່​ຮອດ​ຕາດ​ຊ່ານ​ເຕຍຊວນ,ກໍຄື​ບໍ່​ໄດ້​ມາ​ທ່ຽວ​ພູ​ຫຼູຊ່ານ".​ໃນ​ລະດູບານ​ໃໝ່,ນ້ຳຕົກ​ຕາດທີ່ມີສາມຖ້ານທີ່​ສູງເຖິງ 155 ​ແມັດ,ມີ​ພາບທີ່ງົດ​ງາມ​ເຫຼືອຈະ​ພັນ​ລະນາ.​ແຕ່​ລະຖ້ານ​ກໍ່​ມີ​ຈຸ​ດພິ​ເສດ​ທີ່​ຕ່າງ​ກັນ.​ເມື່ອ​ຢືນ​ຢູ່ຖ້ານທີສາມ,​ເງິຍໜ້າຂຶ້ນເບິ່ງ,ນ້ຳຕົກ​ຕາດຟົ້ງ​ກະຈາຍ,​ເໝືອນ​ດັ່ງໝອກຄວັນ​ຂອງ​ເມັດ​ນ້ຳ,​ໂດຍ​ສະ​ເພາະ​ໃນ​ຍາມ​ຝົນຕົກ​ຫຼາຍ​ໃນ​ທ້າຍ​ລະດູບານ​ໃໝ່​ຕົ້ນ​ລະດູ​ຮ້ອນ,ສຽງນ້ຳຕົກ​ດັງ​ທຶມໆ​ຄື​ຟ້າຮ້ອງ,​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ປະ​ທັບ​ໃຈ​ທີ່​ສຸດ.ນາງວາງ​ຢ້ຽນ,ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ເວົ້າ​ວ່າ:

"ງາມ​ອີ່ຫຼີ,ນ້ຳຕົກຕາດ​​ແຮງ​ຫຼາຍ,ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ຫຼາຍ,ໝົດ​ທຸກ​ຄົນ​ກໍ່​ມີ​ຄວາມສຸກທີ່​ສຸດຍ້ອນ​ຄວາມ​ງົດ​ງາມ​ແລະຄວາມ​ອັດສະຈັນ​ຂອງ​ພູ​ລູຊ່ານ."

ໃນ​ສີ່​ລະດູ,ພູ​ລູຊ່ານ​ກໍ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມທີ່​ແຕກ​ຕ່າງ​ກັນ.​ໃນ​ລາຊະ​ວົງ​ຖາງ​ຂອງ​ຈີນກ່ອນ​ນີ້ 1000 ກວ່າ​ປີ,ກໍ່​ເຄີຍ​ມີ​ນັກ​ກະວີ​ພັນ​ລະ​ນາ​ໄວ້​ວ່າ,​ໃນ​ລະດູ​ບານ​ໃໝ່​ທີ່​ມີ​ຝົນຕົກ​ຍິບໆ​ແລະ​ດອກ​ຄາຍບານ​ເຮືອງ​​ເຮື່ອ,​ແມ່ນ​ຍາມ​ທີ່​ງາມ​ທີ່​ສຸດ​ຂອງ​ພູ​ຫຼູຊ່ານ.ທ່ານ​ໄຕ້​ຈ້ຽນ,ຮອງ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ພູ​ລູຊ່ານບອກ​ວ່າ:

"ພູ​ຫຼູຊ່ານ​ໃນ​ລະດູ​​ບານ​ໃໝ່ງາມ​​ເໝືອນ​ດັ່ງ​ຢູ່​ໃນ​ກະວີ​ແລະ​ຄວາມ​ຝັນ,​ເໝືອນດັ່ງ​ຮູບ​ແຕ້ມທິວ​ທັດ​ທຳ​ມະ​ຊາດ​ທີ່​ຄື​ມີ​ຊີວິດ,​ໃນ​ເດືອນ​ມີນາ​ແລະ​ເມສາ,ພູ​ຫຼູຊ່ານ​ມີໝອກ​ໜາທີ່​ສຸດ,ນ້ຳໝອກ​ທີ່​ເຫັນ​ພໍ​ມົວໆ​ເລື່ອນລອຍ​ຢູ່​ລະຫວ່າງຮ່ວມ​ພູ,​ເຮັດ​ໃຫ້​ບາງ​ເທື່ອ​ລືມ​ພາບ​ຂອງພູຜາ,​​ເຮັດໃຫ້​ເຫັນ​ຄວາມ​ງາມ​ທີ່​ຄື​ຢູ່​ເທິງ​ສະຫວັນ.ໃນ​ລະດູບານ​ໃໝ່,​ບ່ອນ​ງາມ​ທີ່​ສຸດ​ຂອງ​ພູ​ຫຼູຊ່ານ​ແມ່ນ​ສວນ​ພືດ,ຮ່ອມ​ພູ​ຈີນ​ສີ້ວ,​ເສັ້ນທາງ​ດອກ​ໄມ້​ແລະ​ນ້ຳຕົກ​ຕາດ​ຊ່ານ​ເຕຍຊວນ."

ຕາມ​ກົດ​ເກນ​ຂອງ​ລະດູ​ການ​ແລ້ວ,​ເວລາທີ່​ພູ​ຫຼູຊ່ານ​ເຂົ້າສູ່​ລະດູ​ບານ​ໃໝ່​ຢ່າງ​ແທ້​ຈິງ​ແມ່ນ​ໃນ​ກາງ​ແລະ​ທ້າຍ​ເດືອນ​ເມສາ.​​ໃນ​ສະ​ໄໝບູຮານ,ທ່ານ​ປາຍ​ຈຸ່ຍອີ້,ນັກ​ກະວີ​ລາຊະວົງ​ຖາງ​ຂອງ​ຈີນ​​​ໄປທ່ຽວ​ພູ​ຫຼູຊ່ານກັບ​ໝູ່,​ເຂົາ​ເຈົ້າ​ໄດ້​ຂຶ້ນ​ຈອມ​ພູ​ຊ່ຽງ​ລູ,ນອນ​ຢູ່​ວັດ​ຕ້າ​ລີ​ນ,ພໍດີ​ກົງ​ກັບ​ເວລາ​ທີ່​ດອກ​ຄາຍ​ແຂ່ງກັນ​ເບັ່ງ​ບານ,​ເປັນພາບ​ວິວທິວ​ທັດ​ທີ່​ມີ​ຊີວິດ​ຊີວາ​ແທ້ໆ.ທ່ານ​ປາຍຈຸ່ຍອີ້ປະ​ທັບໃຈຫຼາຍ,​ເລີຍ​​ແຕ່ງກາບກອນ​ຂຶ້ນ​ມາທັນທີ​ວ່າ:"​ເດືອນ​ເມສາ​ໃນ​ເມືອງ​ຄົນ,​ດອກ​ໄມ້​ທຸກ​ຊະນິດ​ໄດ້​ຫ່ຽວ​ແຫ້ງ​ໄປ​ແລ້ວ,ມີ​ແຕ່​ດອກ​ຄາຍ​ໃນ​ວັດ​ຫາ​ກໍ່​ເລີ່​ມ​ເບັ່ງ​ບານ".​ເພາະວ່າຍາມ​ນີ້​ໄດ້​ເຂົ້າ​ສູ່​ຕົ້ນລະດູ​ຮ້ອນ,ຢູ່​ຕີນ​ພູ​​​ເຫຼືອ​ແຕ່​ຕົ້ນ​ໄມ້​ທີ່ມີ​ໃບ​ຂຽວ​ອຸ່ມ​ທຸ່ມ,​ແຕ່​ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າ​ຢູ່​ຈອມ​ພູ​ຍັງ​ມີ​ຊີວິດ​ຊີວາ​ຄື​ລະດູບານ​ໃໝ່​ແນວ​ນີ້.

ປີ 1988,ສວນ​ເສັ້ນທາງ​ດອກ​ໄມ້​ພູ​ຫຼູຊ່ານ​ໄດ້​ສ້າງ"ເຮືອນ​ທ່ານ​ປາຍ​ຈຸ່ຍອີ້",ຢູ່​ເທິງ​ກ້ອນ​ຫີນໃນ​ສາລາ,​ໄດ້​ຄວັດ​ຕົວໜັງສືທີ່ຂຽນ​ວ່າ"ຮວ່າຈີ້ງ"​,ໝາຍ​ຄວາມ​ວ່າ​ເສັ້ນທາງ​ດອກ​ໄມ້,ຕາມ​ເລົ່າກັນມາ​ວ່າ,​ແມ່ນ​ຂຽນ​ໂດຍ​ທ່ານ​ປາຍ​ຈຸ່ຍອີ້.​ໃນ​ລະດູບານ​ໃໝ່,ຕາມ​ເສັ້ນທາງ​ດອກ​ໄມ້,ມີດອກຄາຍ​ນາໆ​ພັນງາມ​​​ເບັ່ງ​ບານ,ທິວ​ທັດ​ທຳ​ມະ​ຊາດ​ງາມ​​ເລີດ​ລ້ຳ.ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ທີ່​ຊື່ວ່າ​ເຊີນ​ຄຸ່ນ​ເວົ້າ​ວ່າ:

"ຈາກ​ຕົວ​ເມືອງ​ທີ່​ມີ​ບັນຍາກາດ​ຟົດ​ຟີ່ນີ່ນັນມາ​ຮອດ​ບ່ອນ​ນີ້,ຮູ້ສຶກ​ວ່າ​ໄດ້​ກັບ​ຄືນ​ສູ່​ທຳ​ມະ​ຊາດ,ດອກ​ໄມ້​ເປັນ​ພຸ່ມ​ເປັນ​ພົ້ວ​ເປັນ​ເອກະລັກ,ແລະ​ມີຫຼາຍ​ສີສະຫຼັບ​ສັບຊ້ອນ,ງາມ​ອີ່ຫຼີ."

ຍ້ອນ​ວ່າ​ມີດ​ອກ​ຄາຍຫຼາຍ​ຊະນິດ,ສະ​ນັ້ນ,ຕາມ​ເສັ້ນທາງ​ດອກ​ຄາຍ​ຂອງ​ພູຫຼູຊ່ານ,ພວກ​ມັນຈະເບັ່ງ​ບານ​ແຕ່​ເດືອນ​ມີນາຈົນ​ຮອດ​ຕົ້ນ​ເດືອນ​ພຶດສະພາ,ປະຈຸ​ບັນ,​ແຕ່​ລະ​ມື້​ກໍ່​ມີ​ນັກ​ທ່ອງ​ທ່ຽວ 3000 ກວ່າ​ຄົນ​ມາທ່ຽວ​ຊົມດອກ​ຄາຍ​ຢູ່​ແຫ່ງ​ນີ້.ທ່ານ​ຊຽນອີ້​​ເຟີ່ຍ,ຫົວໜ້າໜ່ວຍ​ຄຸ້ມ​ຄອງ​ສວນ​ເສັ້ນທາງ​ດອກ​ໄມ້​ພູຫຼູຊ່ານ​ບອກ​ວ່າ:

"​ເດືອນ​ພຶດສະພາ​ແມ່ນ​ຍາມ​ທີ່​ດອກ​ໄມ້​ໃນ​ພູ​ລູຊ່ານ​​ແຂ່ງ​ກັນ​ເບັ່ງ​ບານ,ນັບ​ແຕ່​ຕົ້ນ​ເດືອນ​ເມສາ​ເປັນ​ຕົ້ນ​ໄປ,ດອກ​ຄາຍ​ໃນ​ສວນ​ນີ້​​ເບັ່ງ​ບານ​​ເຕັມ​ໄປ​ໝົດ,​ຈຶ່ງດຶງ​ດູດຈິດ​ໃຈ​ຂອງນັກ​ທ່ອງ​ທ່ຽວຈຳນວນ​ຫຼວງ​ຫຼາຍ​ມາ​ອີ່ມ​ເອີ​ບ​ໃຈ​ກັບ​ຄວາມ​ງາມ​ຂອງ​ມັນ.ນັບ​ແຕ່​ເດືອນ​ພະຈິກ​ປີ 2008 ​ເປັນ​ຕົ້ນ​ມາ,ພວກ​ຂ້າພະ​ເຈົ້າ​ໄດ້​ນຳ​​ເຂົ້າ​ດອກ​​ໄມ້ຊະນິດ​ໃໝ່​ຈຳນວນ​ໜຶ່ງ​ຈາກ​ແຂວງ​ເຈີ້​ຈ່ຽງ,​ແຂວງ​ຟູ​ຈ້ຽນ​,ແຂວງ​ຮູ​ນານ​​​ແລະ​ແຂວງ​ອື່ນໆ,​​ໃນ​ນັ້ນ​ສ່ວນ​ຫຼາຍ​ກໍ່ແມ່ນ​ດອກ​ຄາຍ."

ໄລຍະ​ນີ້​​ແມ່ນ​ລະຫວ່າງ​ກາງຂອງລະດູບານ​ໃໝ່​ກັບ​ລະດູ​ຮ້ອນ, ບ່ອນ​ທີ່​ບໍ່​ຄວນພາດ​ນັ້ນຍັງ​ມີ​ຮ່ອມ​ພູ​ຈິນຊິ້ວທີ່​​ໃກ້​ກັບ​​ເສັ້ນທາງ​ດອກ​ໄມ້. ຮ່ອມ​ພູ​ຈິນຊິ້ວ​​ແມ່ນ​ຮ່ອມ​ພູ​ທີ່ສວຍ​ງາມຍາວ​ປະມານ 1 ກິ​ໂລແມັດ​ເຄິ່ງ. ຖ້າ​ທ່ານ​ຍ່າງທ່ຽວ​ຊົມ​ຕາມຂັ້ນ​ໃດ​ຫີນຂຶ້ນ​ພູ, ຈະ​ໄດ້​ຊົມ​ທິວທັດ​ທີ່​ງາມ​ປານ​ແຕ້ມ, ​ທ່ານຈະ​ສົດຊື່ນ​ໃຈຫຼາຍ. ທ່ານ​ວາງ​ຊົງ​ຢົງ, ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ໄຕ້​ຫວັນ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຄີຍ​​ໄປ​ພູ​ຫວງ​ຊ່ານແລະ​ພູ​ທ້າຍ​ຊ່ານ, ​ແຕ່​ວ່າ, ຄວາມ​ງາມ​ຂອງ​ພູ​ຫຼູຊ່ານ​ແມ່ນ​ຕ່າງ​ກັບ​ສອງ​ພູ​ດັ່ງກ່າວ​ນີ້. ​ເຖິງ​ວ່າ​ມັນ​ບໍ່​ມີ​ຄວາມທ້າ​ທາຍ​ຄື​ພູ​ຫວງ​ຊ່ານ, ​ແລະຄວາມ​ສະຫງ່າ​ງາມ​ຄື​ພູ​ທ້າຍ​ຊ່ານກໍ່ຕາມ, ​ແຕ່​ມັນ​ມີ​ຄວາມ​ສວຍ​ງາມ​ສະ​ເພາະ​ຕົວ​ມັນ​ເອງ, ມັນ​ແມ່ນຄວາມງາມ​ທີ່​ນິ້ມ​ນວນ​ແລະ​ອອນຊອນ​ໃຈຫຼາຍ."

ພູ​ຫຼູຊ່ານ​ອາດ​ເວົ້າ​ໄດ້​ວ່າ"ຍ່າງ​​ໄປ​ໃສ​ກໍ່​ເຫັນ​ຢາ", ພືດ​ທີ່​ເປັນ​ຢາພ​ພື້ນ​ເມືອງ​ມີ​ກໍ່​ອຸດົມສົມບູນທີ່ສຸດ. ສວນ​ຢາ​ພື້ນ​ເມືອງ​​​ໃນ​ແຫ່ງ​ນີ້​ໄດ້​ປູກ​ພືດ​ເປັນ​ຢາ 300 ກວ່າ​ຊະນິດ. ​​

ໃນເຂດຕົ້ນສົ້ນຕົ້ນ​ແປກຕົ້ນປາມມີ​ພືດປະ​ເພດ​ໃບ​ແຂງ 260 ກວ່າ​ຊະນິດ, ​ໃນ​ນັ້ນ, ມີ"ຕົ້ນສຸຍ​ຊ່າ​ນ(Metasequoia)"ທີ່​ຖືກ​ຂະ​ໜານ​ນາມ​ວ່າ"ຊາກ​ກັບກາຍ​ເປັນ​ຫີນທີ່​ຍັງ​ມີ​ຊິວິດ​ຢູ່", ມີ"ຕົ້ນຈິ່ນສຽນ(Goldlarch)"ທີ່​ມີ​ແຕ່​ຢູ່​ຈີນ, ​ແລະຕົ້ນ​ໄມ້​ອັນ​ລ້ຳ​ຄ່າ​ອື່ນໆ​ຂອງ​ພາຍ​ໃນ​​ແລະ​ຕ່າງປະ​ເທດ. ທ່ານ​ເວີ້​ຍຈົ່ງ​ສຽນ, ຫົວໜ້າ​ຫ້ອງການ​ສວນ​ພືດ​ຂອງ​ພູ​ຫຼູຊ່ານ​ກ່າວ​ວ່າ:

"ສວນ​ພືດ​ຂອງ​ພູ​ລູຊ່ານນັບ​ແຕ່ສ້າງສຳ​ເລັດ​​​ໃນ​ປີ 1934 ມາ​ຮອດ​ປະຈຸ​ບັນ​​ມີ​ອາຍຸ 75 ປີ​ແລ້ວ, ​ສວນ​ພືດ​ພວກເຮົາມີຈຸດ​ພິ​ເສດ​ສາມ​ຢ່າງ​ຄື​ ອັນ​ໜຶ່ງ​ແມ່ນ​ຕົ້ນ​ໄມ້ປະ​ເພດສົ້ນຕົ້ນ​ແປກ​ຕົ້ນ​ປາມ​ຫຼາຍ, ທົ່ວ​ໂລກ​ນີ້​ມີ 600 ກວ່າ​ຊະນິດ, ຢູ່​ໃນ​ສວນ​ເຮົາ​ນີ້​ກໍ່​ມີ 247 ຊະນິດ​ເທົ່າ​ກັບ​ເກືອບ​ເຄິ່ງໜຶ່ງ. ອັນທີ​ສອງ​ກໍ່​ແມ່ນ​ດອກຕູ້​ຈ່ວນ ທີ່​ມີ​ຮູບ​ຮ່າງ​ຄ້າຍຄື​ກັບ​ດອກ​ດັງ​ໂມ​ຢູ່​ລາວ, ດອກ​​ໄມ້​ນີ້​ຢູ່​ຈີນ​ມີ 600 ກວ່າ​ຊະນິດ, ​ໃນ​ສວນ​ພືດ​ເຮົາ​ກໍ່​ມີ 300 ຊະນິດ​ແລ້ວ, ກໍ່​​ເກືອບ​ເຄິ່ງໜຶ່ງຄື​ກັນ. ອັນທີ​ສາມ​ກໍ່​ແມ່ນ​ການ​ເຕົ້າ​ໂຮມພືດປະ​ເພດ​ຜັກກູດຂອງ​ສວນ​ພວກເຮົາ​ນີ້​​ແມ່ນ​​ທົ່ວ​ໂລກ​ຮັບ​ຮູ້​ຄື​ກັນ.

ພູ​ຫຼູຊ່ານ​ນອກຈາກ​ມີ​ເສັ້ນ​ທາງ​ດອກ​ໄມ້, ຮ່ອມ​ພູ​ຈິນຊີ້​ວ​, ​ແລະ​ສວນພືດ​ແລ້ວ, ຍັງ​ມີ​ທິວ​ທັດ​ຕ່າງໆ​ເຊັ່ນ​ຈອມ​ພູ​ວູລາວ, ຖ້ຳ​ເທວະ​ດາ​​ແລະ​ອື່ນໆທີ່​ເຮັດ​ໃຫ້​ຄົນ​ທ່ຽວ​ຊົມ​ແລ້ວ​ຈົນ​ລືມ​ກັບ. ​ເມື່ອ​ໄປ​ຮອດ​ພູ​ຫຼູຊ່ານ​ແລ້ວ, ຍັງ​ມີ​ອາຫານ​ພື້ນ​ເມືອງແຊບໆ​ໃຫ້​ກິນອີກ; ນອກ​ນີ້, ພູ​ຫຼູຊ່ານ​ຍັງ​ແມ່ນ​ບ່ອນ​ຜະລິດ​ຊາ​ຢຸນວູ້, ສະນັ້ນ, ຜູ້​ໃດ​ມັກ​ດື່ມ​ນ້ຳ​ຊາ​ກໍ່​ບໍ່​ຄວນ​ພາດ​ໂອກາດດີໆ​ແນວ​ນີ້.
​.ຈົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>