ເງິນ​ບໍ​ລິ​ຈາກ​ໃນປີ 2008 ​ໄດ້​ຊ່ອຍ​ເຫຼືອ​ຜູ້​ທຸກ​ຍາກ 52 ລ້ານ​ເທື່ອ​ຄົນ

(GMT+08:00) 2009-05-24 19:06:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຂອງ​ຈີນ​ປະກາດ "ບົດ​ລາຍ​ງານ​ສະຖິຕິ​ກ່ຽວ​ກັບ​ການ​ພັດທະນາ​ວຽກ​ງານການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ປີ 2008", ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເງິນ​ແລະ​ເຄື່ອງ​ບໍລິຈາກ​ໃນ​ປີ 2008 ​ໄດ້​ຊ່ອຍ​ເຫຼືອຜູ້​ທຸກ​ຍາກ 52 ລ້ານ​ເທື່ອ​ຄົນ.

ຕາມ​ສະ​ຖິຕິ, ປີ 2008, ວົງ​ການ​ຕ່າງໆ​ໃນ​ສັງຄົມ​ລວມ​ໄດ້​ບໍລິຈາກ​ເງິນ 90 ຕື້ 400 ລ້ານ​ຢວນ, ​ເສື້ອ​ແລະ​ຜ້າ​ຫົ່ມ 2 ຕື້ 100 ລ້ານ​ໂຕ.

ບົດ​ລາຍ​ງານ​ເຫັນ​ວ່າ, ປີ 2008, ​​ກິດ​ຈະ​ກຳ​ບໍລິຈາກ​ໄດ້​ດຳ​ເນີນ​​ໃນຂອບ​ເຂດ​ທົ່ວ​ປະ​ເທດ​ຢ່າງ​ກວ້າງ​ຂວາງ, ກາຍ​ເປັນ​ການ​ບໍລິຈາກ​ໃນ​ສັງຄົມ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ສະຖາປະນາ​ເປັນ​ຕົ້ນ​ມາ. ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ເກີດມີ​ການ​ເຄື່ອນ​ໄຫວ​ບໍ​ລິ​ການ​ຂອງ​ອາສາ​ສະໝັກ​ໃນ​ສັງຄົມ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່, ​ໄດ້​ປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ທີ່​ໄດ້ຮັບ​ຜົນສຳ​ເລັດ​ຍິ່ງ​ໃຫຍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>