ເຂື່ອນ​ໄຟຟ້າ​ນ້ຳຕົກ​ລິວ​ເຈ່ຍ​ເຊຍ---- ເຂື່ອນ​ໄຟຟ້າ​ນ້ຳຕົກຂະໜາດ​ລ້ານ​ກິ​ໂລ​ວັດ​ແຫ່ງ​ທຳ​ອິດ​ຂອງ​ຈີນ

(GMT+08:00) 2009-08-12 17:52:25 cri
-----------------------------------------------------------------------------------------------------------------

ວັນ​ທີ4ກຸມພາ​ປີ1975, ຢູ່​ລະ​ຫວ່າງ​ພູດ​ອຍຂອງ​ເຂດ​ພູ​ພຽງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ, ຢູ່​ເທິງ​ແມ່​ນ້ຳ​​ເຫຼືອງທີ່​ເມືອງ​ລານ​ໂຈ່​ວ, ເຂື່ອນ​ໄຟຟ້າ​ນ້ຳຕົກໃຫຍ່​ແຫ່ງ​ໜຶ່ງ​ໄດ້​ສ້າງ​ຂຶ້ນ, ນີ້​ກໍ່​ແມ່ນ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກລິວ​ເຈ່ຍ​ເຊຍທີ່​ເປັນ​ເຂື່ອນຜະລິດ​ໄຟຟ້າ​ດ້ວຍ​ພະລັງງານ​ນ້ຳ​ທີ່​ມີ​ຂະໜາດ​ໃຫຍ່​ສົມຄວນ​ຂອງ​ຈີນ​ໃນ​ປະຈຸ​ບັນ.


ຢູ່​ສູ​ນກາງເຂື່ອນ​ໄຟຟ້າ​, ມີ​ກຸ່ມ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຂະໜາດ​ໃຫຍ່5ໜ່ວຍ, ​ຕ່າງປະຕິບັດ​ໜ້າ​ທີ່​ສະໜອງ​ໄຟຟ້າ​ໃຫ້​ແຂວງ​ສ້າ​ນຊີ່, ​ແຂວງກ່ານ​ຊູ້​ແລະ​ແຂວງ​ຊີ່​ງ​ໄຫ.

ຫ້ອງ​ຈັກ​ຂອງ​ເຂື່ອນ​ໄຟຟ້າກວ້າງ​ປະມານ25​ແມັດ, ຍາວ180​ແມັດ, ສູງ​ປານ​ຕຶກ20ຊັ້ນ, ​ແມ່ນ​ຈີນ​ອອກ​ແບບ​ແລະ​ກໍ່ສ້າງ​ເອົາ​ເອງ​​ໝົດ. ​ເຂື່ອນ​ໄຟຟ້າ​ນ້ຳຕົກລິວ​ເຈ່ຍ​ເຊຍ​ສາມາດ​ຂັງນ້ຳ5ຕື້700ລານ​ແມັດ​ກ້ອນ, ຜະລິດ​ໄຟຟ້າ​5ຕື້700​ລ້ານ​ກິ​ໂລ​ວັດ​​ໂມງຕໍ່​ປີ, ຫຼາຍ​ກວ່າ​ໝົດ​ປີ​ໃນ​ໄລຍະ​ຕົ້ນ​ຫຼັງ​ການ​ປົດ​ປ່ອຍ. ພ້ອມ​ກັນ​ນັ້ນ, ຍັງ​ເປັນ​ຊຸມ​ຊົນລະປະທານ​ຂະ​ໜາດ​ໃຫຍ່​ທີ່​ມີ​ບົດບາດ​ຫຼາຍ​ຢ່າງ, ​ເຊັ່ນ ປ້ອງ​ກັນ​ນ້ຳ​ຖ້ວມ, ​ເປັ່ງ​ນ້ຳ​ເຂົ້ານາ, ​ປ້ອງ​ກັນ​ນ້ຳກ້ອນ​ແລະ​ລ້ຽງສັດ​ນ້ຳເປັນ​ຕົ້ນ. ມັນ​ສາ​ມາດ​ຫຼຸດ​ປະລິ​ມານ​ນ້ຳ​ໄຫຼ​ຈາກ8000​ແມັດ​ກ້ອນ​ຕໍ່​ວິນາທີ​ໃນ​ໄລຍະ​ນ້ຳ​ຖ້ວມ​ຂອງ​ແມ່​ນ້ຳ​ເຫຼືອງ​ລົງ​ເປັນ6000​ແມັດ​ກ້ອນ​ຕໍ່​ວິນາທີ, ​ເຊິ່ງມີ​ບົດບາດ​ປ້ອງ​ກັນ​ທີ່​ສຳຄັນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ເມືອງ​ລານ​ໂຈ່​ວ​ແລະ​ຍ່ານ​ໃຕ້​ແມ່​ນ້ຳ​ເຫຼືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>