ການ​ເດີນທາງ​ທີ່​ຍາວ​ໄກ

(GMT+08:00) 2009-08-13 15:52:18 cri
-----------------------------------------------------------------------------------------------------------------

ສຳລັບ​ຜູ້​ຂຽນ​ແລ້ວ, ການ​ເດີນທາງ​ຈາກ​ປັກ​ກິ່ງ​ມາ​ຄຸນ​ໝິງ, ​ເມືອງ​ເອກ​ຂອງ​ແຂວງ​ຢຸນໜານ​ເທື່ອ​ນີ້​ເປັນ​ຄັ້ງ​ທີ່​ສາມ​ແລ້ວ; ຄັ້ງ​ກ່ອນ​ກໍ່​ແມ່ນ​ໃນ​ເດືອນ​ເມສາ 2008 ຜ່ານ​ມາ​ນີ້​ເອງ; ​ແຕ່​ສິ່ງ​ທີ່​ປະ​ທັບ​​ໃຈ​ສຳ​ລັບ​ຄຸນ​ໝິງນັ້ນ, ບໍ່​ວ່າ​ຈະ​ມາ​ໃນ​​ເດືອນ​ເມສາ​ທີ່​ອາກາດ​ຢູ່​ປະ​ເທດ​ລາວ​ຮ້ອນ​ອົບ​ເອົ້າຫຼາຍຫຼື​ເທື່ອ​ນີ້​ຄື​ທ້ອງ​ເດືອນສິງຫາ​ທີ່​ເປັນ​ຍາມຝົນຕົກຫຼາຍທີ່​ສຸດ, ​ແຕ່​ອາກາດ​ຢູ່​ຄຸນ​ໝິງກໍ່​ຍັງ​ບໍ່​ຮ້ອນ​ແລະ​ບໍ່​ໜາວຫຼາຍຄື​ເກົ່າ, ສູງ​ສຸດ​ກໍ່​ບໍ່​ກາຍ 28-29 ອົງສາ, ນີ້​ຄື​ສະ​ເໜ່ຢ່າງ​ໜຶ່ງ​ທີ່ຫຼາຍໆ​ຄົນ​ຍ້ອງຍໍ​ຄຸນ​ໝິງ. ​ແຕ່​ວ່າການ​ເດີນທາງ​ມາ​ເທື່ອ​ນີ້, ຈຸດໝາຍ​ປາຍທາງ​ຂອງ​ຄະນະ​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ (CRI) ພວກ​ເຮົາ 10 ກວ່າ​ຊີວິດ​ຈາກ​ພະ​ແນ​ກພາສາ​ລາວ, ພາສາ​ມຽນມາ​ແລະ​ພາສາ​ຮິນ​ດູ​ນັ້ນ​ແມ່ນ​ຢູ່​ທີ່​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້-ຈິງ​ໂຜ​ເຕີ​ຫົງ​ແລະ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້ 12 ພັ່ນ​ນາ, ​ໂດຍ​ສະ​ເພາະ​ກໍ່​ແມ່ນ​ເມືອງ​ແລະ​ດ່ານ​ຢູ່​ຕາມ​ຊາຍ​ແດນ​ລະຫວ່າງ​ຈີນ​ກັບ​ມຽນມາ​ແລະ​ຈີນ​ກັບ​ລາວ.


ບ້ານເມືອງໝາງສື

ຄະນະ​ພວກ​ເຮົາ​ເລີ່​ມ​ເດີນທາງ​ອອກ​ຈາກ​ຄຸນ​ໝິງດ້ວຍ​ລົດ​ເມ​ໃຫຍ່​ໂອ້​ໂຖງ​ທີ່​ເຊົ່າ​ມາ​ເພື່ອ​ການ​ເດີນທາງ​ຄັ້ງ​ນີ້​ໂດຍ​ສະ​ເພາະ​ໃນ​ເວລາ 8 ​ໂມງ​ຂອງ​ວັນ​ອັງຄານ, ທີ 12 ສິງຫາ 2009 ​ເພື່ອ​ມຸ້ງ​ໜ້າ​ສູ່​ເມືອງ​ໝາງ​ສື ທີ່​ເປັນ​ເທດສະບານ​ຂອງ​ກິ່ງ​ແຂວງ​ເຕີ​ຫົງ. ສຳລັບ​ຜູ້​ຂຽນ​ແລ້ວ, ​ເຄີຍ​ເດີນທາງ​ໄປ​ເມືອງ​ນີ້​ເທື່ອ​ໜຶ່ງ​ແລ້ວ​ໃນ​ຍາມ​ບຸນປີ​ໃໝ່​ຂອງ​ເຜົ່າ​ລື້, ​ແຕ່​ເດີນທາງ​ດ້ວຍ​ຍົນ​ທີ່​ໃຊ້​ເວລາ​ພຽງ​ແຕ່ 45 ນາທີ​ກໍ່​ຮອດ​ແລ້ວ! ​ແຕ່​ເທື່ອ​ນີ້​ຜູ້​ຂຽນ​ຈະ​ພາ​ທ່ານ​ຊົມ​ສິ່ງ​ຕ່າງໆ​ຕາມ​ສອງ​ຟາກ​ຖະໜົນ​ຂອງ​ໄລຍະ​ທາງ​ຍາວ​ໄກ​ປະມານ 700 ກິ​ໂລ​ແມັດ, ຖ້າ​ຈະ​ທຽບ​ແລ້ວ​ກໍ່​ຊ່ຳກັບ​ຂີ່​ລົດ​ເມ​ຈາກ​ວຽງ​ຈັນ​ລົງ​​ໃຕ້​ໄປ​ປາກ​ເຊ​ພຸ້ນ​ລະ. ກິ່ງ​ແຂວງ​ເຕີ​ຫົງ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນ​ຄຸນ​ໝິງ.


ຜູ້ຂຽນບັນທຶກການເດີນທາງ

ພວກ​ເຮົາ​ເດີນທາງອອກ​ຈາກ​ຄຸນ​ໝິງ​ໄດ້​ປະມານ 20 ນາທີ​ກໍ່​ຫວິດ​ຕົວ​ເມືອງ​ເຂົ້າ​ສູ່​ຊານ​ເມືອງ​ແລ້ວ, ​ແລ່ນ​ລົດ​ກໍ່​ບໍ່​ໄວ​ບໍ່​ຊ້າ​ປະມານ 80-90 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ເທື່ອ​ນີ້​ຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ທີ່​ຜູ້​ຂຽນ​ເດີນທາງ​ໄກ​ຂະໜາດ​ນີ້​ດ້ວຍ​ລົດ​ໃນ​ຮອບ 4 ປີ. ພໍ​ຫວິດ​ຈາກ​ນະຄອນ​ຄຸນ​ໝິງທີ່​ມີມື​ຕຶກ​ອາຄານ​ສູງ​ສະງ່າ​ຢ່າງ​ຫຼວງຫຼາຍ, ພວກ​ເຮົາ​ກໍ່​ເລີ່ມ​ເຂົ້າ​ສູ່​ບັນຍາກາດ​ຂອງ​ຊົນນະບົດ, ຮູ້ສຶກ​ໄດ້​ເລີຍ​ເຖິງ​ການ​ໄດ້​ສຳຜັດ​ກັບ​ທຳ​ມະ​ຊາດ; ສອງ​ຟາກ​ທາງ​ເປັນ​ພູ​ພຽງ​ທີ່​ບໍ່​ມີ​ຕົ້ນ​​ໄມ້​ໃຫຍ່, ​ແຕ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ປູກ​ຂອງຝັງ​ຂຽວງາມ​ເຕັມ​ໄປ​ໝົດ​ຈົນ​ເກືອບ​ບໍ່​ເຫັນ​ບ່ອນ​ດິນ​ຫວ່າງ, ນອກຈາກ​ບ່ອທີ່​ເປັນ​ບ້ານ​ເປັນ​ເຮືອນ​ເທົ່າ​ນັ້ນ​, ບໍ່​ວ່າ​ຈະ​ເປັນ​ເຂົ້າ​ທີ່​ປູກ​ຢູ່​ຕາມ​ຮ່ອມ​ພູ​ນ້ອຍຫຼືຕາມ​ເປີ້ນພູ​ແບບ​ນາ​ຂັ້ນ​​ໄດ​ທີ່​ພວມ​ຖອກ​ຮວງ​ຂຽວງາມ, ສະ​ລັບ​ຊັບຊ້ອນ​ໄປ​ກັບ​ສວນ​ສາລີ​ທັງ​ທີ່​ກຳລັງ​ອອກດອກ​ຂຽວ​ແລະ​ທັງ​ເປັນ​ມານ​ແກ່​ແລ້ວ​ຈົນ​ໄດ້​ເກັບ​ກູ້​ຈຳນວນ​ໜຶ່ງ, ນອກ​ນັ້ນ​ກໍ່​ຍັງ​ມີ​ສວນ​ດອກ​ຕາ​ເວັນສະ​ລັບ​ໄປ​ກັບ​ເຄືອໝາກອຶ​ທີ່​ເລືອ​ເຕັມ​ຕາມ​ຫວ່າງ​ໄຮ່ນາ​ກັບ​ສວນ​ສາລີ.​ ​ເຮືອນ​ຂອງ​ຊາວ​ກະສິກອນ​ທີ່​ສະ​ລັບ​ຢູ່​ຕາມ​ສວນ​ຕາມ​ເປີ້​ນພູ​ນ້ອຍ​ນັ້ນ​ກໍ່​ເປັນ​ເຮືອນ​ກໍ່​ຊັ້ນ​ດຽວຫຼັງນ້ອຍ​ທີ່​ມຸງ​ດ້ວຍ​ກະ​ເບື້ອງ​ສີດຳ.


ສະໜາມຫຼວງເມືອງລູ້ຊີ່

ທ້ອງຟ້າ​ໃນ​ມື້​ທີ່​ພວກ​ເຮົາ​ເດີນທາງ​ນັ້ນຫາ​ແສງ​ແດດ​ຍາກ, ມີ​ເມກຝົນ, ທ້ອງຟ້າບົດ, ບາງ​ເທື່ອຝົນ​ກໍ່​ຕົກລົງ​ມາ​ ​ແຕ່​ບໍ່​ແຮງ. ນອກຈາກ​ພືດ​ພັນ​ທັນ​ຍາ​ຫານ​ແລ້ວ ກໍ່​ຍັງ​ເຫັນ​ໂຮງ​ຈັກ​ໂຮງງານ​ຢັ່ງຢາຍ​ໄປ​ຕາມ​ຊົນນະບົດ​ທັງ​ນ້ອຍ​ແລະ​​ໃຫຍ່. ​ເວົ້າ​ເຖິງ​ຖະໜົນ​ແລ້ວ, ຖື​ວ່າ​ຢູ່​ພາກ​ໃຕ້​ຂອງ​ຈີນ​ທີ່​ມີ​ພູຫຼາຍ ​ແຕ່​ຖະໜົນ​ຫົນທາງ​ສ້າງ​ໄດ້​ມາດຕະຖານ​ແໜ້ນໜາ​ກວ້າງຂວາງຫຼາຍ, ມີ​ເບື້ອງ​ລະ 3 ​​ເລນ​ມີ​ຄູ​ຂັ້ນ​ກາງ, ຕາມ​ທາງ​ກໍ່​ມີ​ອຸ​ໂມງລອດ​ພູທີ່​ຍາວ​ແຕ່ 300 ຈົນ​ຮອດ 1000​ ​ແມັດ; ບາງ​ບ່ອນ​ກໍ່​ຜ່ານ​ຂົວ​ທັງ​ຕ່ຳ​ທັງ​ສູງ​ລະຫວ່າງ​ໜ່ວຍ​ພູຫຼືຂ້າມ​ນ້ຳ, ບາງ​ບ່ອນ​ທີ່​ເປັນ​ທາງ​ທົບ​ສອກ​ຢູ່​ຕາມ​ເປີ້ນພູ ກໍ່​ຍັງ​ມີ​ການ​ສ້າງ​ຂົວ​ເສີມ​ອອກ​ມາ​ຈາກ​ເປີ້ນພູ​ອີກ​ເພື່ອ​ໃຫ້​ທາງ​ກວ້າງ; ລະບົບ​ກັນ​ພູ​ເຈື່ອນ​ກໍ່​ເຮັດ​ໄດ້​ແໜ້ນໜາ​ດີຫຼາຍ, ບໍ່​ວ່າ​ຈະ​ເປັນຕາ​ໜ່າງ​ເຫຼັກ, ຫຼືສ້າງ​ຊີມັງ​ສານ​ໄຂ​ວ່ກັນ​ແບບ​ຕາກະ​ໂລຫຼື​ແບບ​ອື່ນໆ​ເພື່ອ​ບໍ່​ໃຫ້​ດິນ​ພູ​ເຈື່ອນ​ລົງ​ມາ​ຖົມ​ທາງ, ​ໂດ​ຍສະ​ເພາະ​ກໍ່​ແມ່ນ​ຍາມຝົນຕົກຫຼາຍ​ແບບ​ນີ້.

​ໃນ​ລະຫວ່າງ​ທາງ​ນັ້ນ​ປະມານ 30 ນາທີຫຼື 1 ຊົ່ວ​ໂມງ​ກໍ່​ຈະ​ມີ​ປ້ຳ​ນ້ຳ​ມັນ​ ພ້ອມ​ຫ້ອງ​ນ້ຳ​ແລະ​ອາຫານ​ການ​ກິນ​ໄວ້​ຄອຍ​ບໍລິ​ການ​ສະດວກ​ສະບາຍດີ. ຜູ້​ຂຽນ​ຮູ້ສຶກ​ວ່າ​ຈາກ​ການ​ລົງທຶນ​ໃສ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ຖະໜົນ​ຫົນທາງ​ທີ່​ດີ​ແນວ​ນີ້​ຈຶ່ງ​ເຮັດ​ໃຫ້​ຈີນ​ພັດທະນາ​ໄວ, ​ເພາະວ່າ​ຖ້າ​ຖະໜົນ​ຫົນທາງ​ດີ​ມັນ​ກໍ່​ສົ່ງ​ຜົນ​ດີ​ໄປ​ເຖິງ​ເກືອບ​ທຸກຂະ​ແໜງ​ການ​ເສດຖະກິດ.
ຮອດ​ຕອນ​ທ່ຽງ​ປະມານ 12 ​ໂມງ​ປາຍ​, ຄະນະ​ພວກ​ເຮົາ​ແວ່​ກິນ​ເຂົ້າທີ່​ຮ້ານ​ອາຫານ​ເມືອງ​ນ້ອຍ "ຊຽງ​ຢຸນ" ທີ່​ຂຶ້ນ​ກັບ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອີສູ​ສົງ. ປະມານ​ຊົ່ວ​ໂມງ​ໜຶ່ງ​ກໍ່​ອອກ​ເດີນທາງ​ຕໍ່. ການ​ເດີນທາງ​ໄປ​ເຮັດ​ວຽກ​ເທື່ອ​ນີ້​ກໍ່​ໄດ້​ຮັບ​ການ​ຮ່ວມ​ມື​ອຳນວຍຄວາມ​ສະດວກ​ຈາກ​ຄະນະ​ນຳ​ຂອງ​ວິທະຍຸ​ປະຊາຊົນ​ແຂວງ​ຢຸນນານ ບໍ່​ວ່າ​ຈະ​ເປັນ​ການ​ກະກຽມຕິດຕໍ່ປະສານ​ງານ​ລ່ວງ​ໜ້າຫຼືການ​ນຳພາ​ລົງ​​ໄປ​ເຮັດ​ວຽກ. ຮອດ​ເວລາ 14 ​ໂມງ ພວກ​ເຮົາ​ກໍ່​ຜ່ານ​ເຂດ​ເມືອງ​ຕ້າຫຼີ, ຈາກ​ເຂດ​ນີ້​ໄປ ຜູ້​ຂຽນ​ສັງ​ເກດ​​ເຫັນ​ວ່າພູມ​, ​ປະ​ເທດ​ເລີ່​ມປ່ຽນ​ແປງ​ຈາກ​ພູນ້ອຍ-ພູ​ພຽງ​ເປັນ​ພູ​ໃຫຍ່​ສູງຄື​ກັບ​ພາກ​ເໜືອ​ຂອງ​ລາວ; ພືດ​ພັນຕາ​ມສອງ​ຟາກ​ຖະໜົນ​ກໍ່​ມີຫຼາຍຊະນິດ​ເພີ່ມ​ຂຶ້ນ​, ສະ​ລັບ​ກັບ​ຕົ້ນ​ເຂົ້າ​ແລະ​ສາລີ​ທີ່​ຂຽວ​ງາມ, ​ເຊັ່ນ​ວ່າ​ມີ​ຖົ່ວຍາວ, ຕົ້ນ​ກ້ວຍ, ຜັກ​ກະ​ລ່ຳ, ໝາກ​ເລັ່ນ​ແລະ​ອື່ນໆ. ລົດ​ພວກ​ເຮົາ​ແລ່ນ​ຜ່ານ​ຂົວ​ຂ້າມ​ນ້ຳ​ນູ້ຈ່ຽງທີ່​ເປັນ​ສີ​ແດງ​ໄຫຼຄົດ​ລ້ຽວ, ຄວາມ​ໃຫຍ່​ກໍ່​ຊ່ຳໆ​ກັບ​ນ້ຳ​ງື່ມ. ນ້ຳ​ນີ້​ຖື​ວ່າ​ສຳຄັນ​ສົມຄວນ​ສຳລັບ​ກິ່ງ​ແຂວງ​ເຕີ​ຫົງ. ​ໃກ້​ຈະ​ຮອດ​ເມືອງ​ໝາງ​ສື​ເທົ່າ​ໃດ ສອງ​ຟາກ​ທາງ​ກໍ່​ເຫັນ​ຕົ້ນ​ວິກ, ຕົ້ນ​ແປກ​ທີ່​ອ່າວ​ໃຫຍ່​ຊ່ຳ​ແຂນ​ຊ່ຳຂາຫຼາຍຂຶ້ນ, ​ເຫັນ​ສວນ​ໝາກມ່ວງ, ໝາກ​ລຳ​ໃຍ​ທີ່​ພວມ​ເປັນ​ໜ່ວຍ, ຜັກກູດ​ປ່າ, ຕົ້ນ​ກ້ວຍ​ປ່າ​ທີ່​ບອກ​ໃຫ້​ຮູ້​ເຖິງຄວາມ​ເປັນ​ທຳ​ມະ​ຊາດຄວາມ​ຊຸ່ມ​ຊື່ນຂອງ​ພູຜາ​ປ່າ​ໄມ້​ເຂດ​ນີ້​ຍັງ​ມີ​ອ່າວຫຼາຍຢູ່.

​ໃນ​ທີ່​ສຸດ​ຮອດ​ເວລາ 19 ​ໂມງ​ປາຍ, ຄະນະ​ພວກ​ເຮົາ​ກໍ່​ເດີນທາງ​​ເຖິງ​ເມືອງ​ໝາງ​ສື​ທີ່ເປັນ​ເທດສະບານ​ຂອງ​ນະຄອນ​ລູ້​ຊີ່, ​ເມືອງ​ເອກ​ຂອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​​ເຜົ່າ​ລື້​-ຈິງ​ໂຜ​ເຕີ​ຫົງ​ດ້ວຍ​ຄວາມ​ສະຫວັດດີ​ພາບ. ຢູ່​ປັກ​ກິ່ງ​ມາ​ດົນ, ​ໄດ້​ມີ​ໂອກາດ​ມາ​ສຳຜັດ​ກັບ​ທຳ​ມະ​ຊາດ​ບັນຍາກາດ​ຊົນນະບົດ​ຕາມ​ສອງ​ຟາກ​ທາງ 700 ກິ​ໂລ​ແມັດ​ນີ້, ຈາກ​ຄຸນ​ໝິງຫາ​ເຕີ​ຫົງ, ມັນ​ເຮັດ​​ໃຫ້​ຮູ້ສຶກ​ສະບາຍ​ຕາ​ສະບາຍ​ໃຈ​ອີຫຼີ!

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>