ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ຊ່ອຍຊູ​ຍູ້​ຫນູນ​​ໃຫ້​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​​ແຂວງ​ຢຸນນານ​ກາຍ​ເປັນ​ບ່ອນ​ສຳ​ຄັນ​ຂອງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ

(GMT+08:00) 2009-08-24 14:06:34 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ລັດຖະມົນຕີ​ການຄ້າຂອງ​ຈີນ​​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ເຊັນ"ສັນຍາ​ການ​ລົງທຶນ"ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ຮັບປະກັນ​ໃຫ້​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສ້າງ​ສຳ​ເລັດ​ຢ່າງ​ຮອບດ້ານ​ໃນ​ປີ 2010. ວັນ​ທີ 23 ສິງຫາ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIທີ່​ໄປ​ເອົາ​ຂ່າວ​ຢູ່​ເຂດ​ຊາຍ​ແດນ, ທ່ານ​ຈ່ຽງຜູ່​ເຊີງ, ​ເລຂາທິການ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ກ່າວ​ວ່າ, ການ​ສ້າງ ​ເຂດ​ການ​ຄ້າ​ເສລີ​ສຳ​ເລັດຈະ​ຊຸກຍູ້​​ໃຫ້ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ບັນລຸ​ການ​ຄ້າ​ແລະ​ເສດຖະກິດ​ກັບ​ຕ່າງປະ​ເທດ, ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ແລະ​ການທ່ອງທ່ຽວ​ຕ່າງປະ​ເທດ​ເຕີບ​ໂຕ​ເປັນ​​ເທົ່າໆ, ​ແລະ​ກາຍ​ເປັນ​ບ່ອນ​ສຳຄັນ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ແຂວງ​ຢຸນນານ. ທ່ານ​ຈ່ຽງຜູ່​ເຊີງ​ກ່າວ​ວ່າ:

"ພວກ​ເຮົາ​ໄດ້​ວາງ​ເປົ້າ​ໝາຍ​ອັນ​ຫນຶ່ງ​ຄືຈະ​ສ້າງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​​ໃຫ້ເປັນ​ບ່ອນ​ສຳຄັນ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ແຂວງ​ຢຸນນານ, ຈະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ກັບບັນ​ດາ​ປະ​ເທດ​ອາຊີ​ອາຄະ​ເນ, ​ເປີດ​ກວ້າງ​ການ​ໄຂປະຕູ​ສູ່​ພາຍ​ນອກ, ພະຍາຍາມ​ເຮັດ​ໃຫ້​ເສດຖະກິດການ​ຄ້າ​ກັບ​ຕ່າງປະ​ເທດ, ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ແລະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ເປັນ​ເທົ່າໆ. ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນຈະ​ສ້າງ​ສຳ​ເລັດ​ໃນ​ປີ 2010 ຕາ​ເວລາ​ຄາດຫມາຍ, ພວກ​ເຮົາ​ຫວັງ​ໃຫ້​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນມີ​ຄວາມ​ຄືບ​ໜ້າ​ໃໝ່​ໃນ​ດ້ານ​ແກ້​ໄຂ​ຜ່ານ​​ແດນ​ຢ່າງ​ສະດວກ​ທາງ​ຄົນ, ລົດ​ແລະສິນຄ້າ​ເປັນ​ຕົ້ນ. ຖ້າ​ເປັນ​ແນວ​ນັ້ນ, ການ​ເພີ່ມ​ຂຶ້ນ​ເປັນ ​ເທົ່າໆ​ໃນ 4 ດ້ານ​ກໍ​ສາມາດ​ບັນລຸຜົນ​ເປັນ​ຈິງ​ໂດຍ​ໄວ, ​ໃນ​ຖານະ​ເປັນ​ບ່ອນ​ສຳຄັນ​ທີ່​ແຂວງ​ຢຸນນານ​ໄຂ​ປະຕູ​ສູ່​ພາຍ​ນອກ​ໂດຍ​ສະ​ເພາະ​ແມ່ນ​​ໄຂປະຕຸ​ຕໍ່​ອາຊີ​ອາຄະ​ເນກໍ​ສາມາດ​ເສີມ​ຂະຫຍາຍ​ບົດບາດທີ່​ດີ​ກວ່າ​ເກົ່າ..

ສິບ​ສອງ​ພັ່ນ​ນາ​ມີ​ຊາຍ​ແດນ​ຕິດ​ກັບ​ລາວ​ແລະ​ມຽນມາ, ​ແລະ​ໃກ້​ກັບ​ໄທ, ​ເສັ້ນຊາຍ​ແດນ​ຍາວ​ເຖິງ 960 ກວ່າ​ກິ​ໂລ​ແມັດ, ມີ​ດ່ານ​ພາສີ​ອັນ​ດັບ​ຫນຶ່ງລະດັບ​ຊາດ​ສີ່​ແຫ່ງ.ທາງ​ຫລວງ​ແຕ່​ຄຸນ​ມິ​ງຫາ​ບາງກອກ​ທີ່​ຈີນ​​ກັບ​ອາ​ຊຽນ​ແລະ​ແມ່ນ​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງທີ່​ໄຫລ​ລົງມາ​ແຕ່​ກໍ່​ຜ່ານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ.ທ່ານ​ຈ່ຽງພູ​ເຊິ່ງບອກ​ວ່າ, ປີ 2008, GDP ຂອງ​ທົ່ວ​ກິ່ງ​ແຂວງ​ຫລາຍ​ກວ່າ 12 ຕື້ຢວນ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າປີ 2007 10%ຂຶ້ນ​ໄປ,ປີ 2008, ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ທົ່ວ​ກິ່ງ​ແຂວງ​​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 20%,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ກໍ່​ເພີ່ມຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ປະມານ 20%.ຂະ​ແຫນງ​ການ​ອຸດສາຫະກຳ​ທີ 3 ​ທີ່​ຖື​ການທ່ອງທ່ຽວ​ຊີວະ​ພາບ​ເປັນ​ຕົວ​ແທນ​ນັ້ນກໍ່​ກາຍ​ເປັນ​ຈຸດ​ເຕີບ​​ໂຕທີ່​ແຂງ​ແຮງ​ທີ່​ສຸດ​​ຂອງ​ເສດຖະກິດ​ສິບ​ສອງ​ພັ່ນ​ນາ​​ໃຕ້​ສະພາບ​ທີ່​ເກີດ​ວິ​ກິດ​ການ​ການ​ເງິນ.ທ່ານ​ຈ່ຽງຜູ​ເຊີ່ງ ​ກ່າວ​ວ່າ, ​ໃນຕໍ່ຫນ້າ​ນີ້, ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ຈະ​ສືບ​ຕໍ່​ເພີ່ມ​ການ​​​ເປີດປະ​ຕູ​ຕໍ່​ພາຍ​ນອກ​​ໃຫ້​ຫຼາຍ​ກວ່າ​ເກົ່າ, ​ໂດຍ​ສະ​ເພາະ​ແມ່ນ​ເສີມສ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດຂອງ​ອາຊີ​ອາຄະ​ເນໃນ​ຫຼາຍ​ຂົງ​ເຂດຢ່າງຮອບດ້ານ,​ ເພື່ອ​​ເຮັດ​​ໃຫ້​​ຕ່າງ​ຝ່າຍຕ່າງ​​ມີຜົນ​ປະ​ໂຫຍ​ດຮ່ວມ​ກັນ, ທ່ານ​ກ່າວ​ວ່າ:

   ທີ່​ຈິງ​ແລ້ວ, ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ແລະຫຼາຍ​ປະ​ເທດ​ຂອງອາ​ຊີ​ອາຄະ​ເນທີ່​ຢູ່​ໃກ້​ຫັ້ນ​ ມີຊົນ​ເຜົ່າ​ແລະ​ວັດທະນະທຳ​ດຽວ​ກັນ, ການ​ຟ້ອນ​ລຳ , ​ຄວາມເຊື່ອ​ຖື​ທາງສາສະຫນາ,​ສິ່ງ​ກໍ່ສ້າງ​​ແບບຊົນ​ເຜົ່າ​ແລະ​ອື່ນໆ​ລ້ວນ​ແຕ່​ຄ້າຍຄື​ກັນ. ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ພວກ​ເຮົາ​ກັບ​ບັນດາ​ປະ​ເທດ​ອາຊີ​ອາ​ຄະ​ເນ, ສິ່ງ​ທີ່ພວກ​ເຮົາ​ສະ​ເຫ​ນີ​ໃຫ້​ນັ້ນ ​ແມ່ນ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ ຮອບດ້ານ​, ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ເທົ່າ​ນັ້ນ,ຍັງ​ມີ​ການ​ຮ່ວມ​ມື​​ກັນໃນດ້ານ​ການ​ສຶກສາ,ວັດທະນະທຳ,ກະສິກຳ​ແລະ​ວິທະຍາສາດ​ເຕັກ​​ໂນ​ໂລ​ຢີ. ສອງ​ຝ່າຍ​ມີທ່າ​ແຮງ​ໃນ​ການຊ່ອຍ​ຊູ​ຍູ້​ຫນູນ​ກັນ,ສະຫນັບສະຫນູນ​ແລະ​ຊ່ອຍ​ເຫຼືອ​ເຊິ່ງ​ກັນ​ແລະກັນ, ອີງຕາມຜົນ​ປະ​ໂຫຍ​ດ(ເປົ້າ​ຫມາຍ)​ຂອງ​ສອງ​ຝ່າຍ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ ​ເພື່ອ​ເປີດ​ກວ້າງ​ຂົງ​ເຂດຮ່ວມ​ມື​ຂອງ​ພວກ​ເຮົາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>