ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສຳຄັນ​​ເທິງ​ເວທີ​ສາກົນ​ໃນ 60 ປີ​ມາ​ນີ້

(GMT+08:00) 2009-08-25 16:12:45 cri
-----------------------------------------------------------------------------------------------------------------

ປີ​ນີ້​ແມ່ນ​ປີ​ສ້າງຕັ້ງປະ​ເທດ​ຈີນ​ໃຫມ່ຄົບຮອບ 60 ປີ​,​ແລະ​ກໍ່​ແມ່ນ​ 60 ປີ​ທີ່​ປະ​ເທດ​ຈີນ​ໃຫມ່​ດຳ​ເນີນ​ວຽກ​ງານການ​ຕ່າງປະ​ເທດ.ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ 60 ປີ​ມາ​ນີ້, ຈີນ​ໄດ້​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ຢ່າງ​ແຫນ້ນ​ແຟ້ນ,​ໄດ້​ເຂົ້າຮ່ວມ​ການ​ຊຳ​ແລະ​ແກ້​ໄຂກາ​ນ ວິວາດ​ກັນຕ່າງໆ​ໃນ​ສາກົນ​ດ້ວຍ​ທ່າ​ທີຮັບຜິດຊອບ,​​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ໃນການ​ຊຸກ​ຍູ້​ສັນຕິພາບ,ການ​ພັດທະນາ​ແລະ​ວຽກ​ງານ​ຮ່ວມ​ມືຂອງ​ໂລກ.

ວັນ​ທີ 1 ຕຸລາ​ປີ 1949,ຢູ່​ປັກ​ກິ່ງ, ທ່ານ​ປະທານ​ເຫມົາ​ເຈີ​ຕົງ​​ໄດ້​ປະກາດ​ສະຖາ​ປາ​ນາສາ​ທາ​ລະນະ​ລັດ​ປະ​ຊາ​ຊົນ​ຈີນ,​ແລະ​ປະກາດ​ວ່າ, ຈີນ​ຍິນ​ດີ​ສ້າງ​ການ​ພົວພັນ​ກັບລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຄົາລົບຄວາມສະ​ເຫມີ​ພາບ​ກັນ, ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ, ​ເຄົາລົບ​ຜືນ​ແຜ່ນດິນ​ຄົບ​ຖ້ວນ​ແລະ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ.​ໃນ 60 ປີ​ມາ​ນີ້, ປະ​ເທດ​ທີ່​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ຈີນ​ນັ້ນ​ໄດ້​ຈາກ 18 ປະ​ເທດ​ເພີ່ມ​ຂຶ້ນ​ຮອດ171 ປະ​ເທດ,ຈໍ່​ຕົວ​ເປັນ​ສະພາບ​ການ​ທີ່​ມີ​ເພື່ອນ​ຢູ່​ທົ່ວ​ທຸກ​​ແຫ່ງ​ຫົນ​ໃນ​ໂລກ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ 60 ປີ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ໃຫຍ່​ຕ່າງໆ,​ເວົ້າຈາກ​ດ້ານ​ກວມ​ລວມ​ແລ້ວ​ແມ່ນ​ໄດ້​ຂະຫຍາຍ​ໄປ​ຫນ້າຢ່າງ​ບໍ່​ຢຸດ​ຢັ້ງ​ເຊັ່ນ:ຈີນ​ກັບຣັດ​ເຊຍ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ,​ແລະ​ໄດ້​ຂະຫຍາຍຕົວ​ຢ່າງ​ປອດ​​ໃສ​ແລະ​ຫມັ້ນທ່ຽງ​​ໃນ​ລະ​ດັບສູງ;ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ພວມ​ຂະຫຍາຍ​ໄປ​ສູ່​ທິດ​ທີ່​ຖືກຕ້ອງ,​ແລະ​ໄດ້​ກຳນົດ​ວ່າ​ໃຫ້​ສ້າງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ທີ່​ຮ່ວມ​ມື​ຢ່າງຮອບດ້ານ​​ແລະ​ຕັ້ງຫນ້າໃນ​ສັດຕະວັດ​ທີ 21;ຈີນ​ກັບ​ສະຫະພາບ​ເອີ​ລົບ​ໄດ້​ສ້າງ​ກາ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ;ທັງ​ໄດ້​ສ້າງ​ການ​ພົວພັນ​ຍຸດ​ທະ​ສາດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຍີ່ປຸ່ນ.

ການ​ພົວພັນ​ກັບປະ​ເທດ​ອ້ອມ​ຂ້າງ​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ກວ່າ​ເພິ່ນ​ໃນ​ການ​ຕ່າງປະ​ເທດ​ຂອງ​ຈີນ,ທ່ານ​ຢາງ​ເຈ​ຍສື​ ກ່າວ​ວ່າ, ​ໃນ 60 ປີ​ມາ​ນີ້, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ​ກັບປະ​ເທດ​ອ້ອມ​ຂ້າງ​ໄດ້ຂະຫຍາຍ ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ກ່າວ​ວ່າ:

ຈີນ​ຕັ້ງ​ຢູ່​ທະວີບອາຊີ,ພວກ​​ເຮົາ​​ໄດ້​ຖື​​ການ​​ແກ້​ໄຂ​ການ​ຂະຫຍາຍ​ການພົວພັນກັບປະ​ເທດ​​ໃກ້​ຄຽງ​​​ໃຫ້ດີ ໄວ້​ຢູ່​ໃນ​ຖານະທີ່ສຳຄັນ​ອັນ​ດັບ​ຫນຶ່ງຕະຫຼອດ​ມາ.ໃນ​ຊຸມ​ປີ1950,ຈີນກັບ​ມຽນມາ​ແລະ​ອິນເດຍ ກໍ່​​ໄດ້ຮ່ວມກັນສະ​ເຫ​ນີ​ຫຼັກ 5 ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ປະຈຸ​ບັນ, ​ຫຼັກການ​ເຫຼົ່າ​ນີ້​ໄດ້​ກາຍ​ເປັນ​ຫຼັກການ​ທົ່ວ​ໄປຂອງ​ປະຊາ​ຄົມ​ໂລກ​ແລ້ວ​. ​ໃນ​ຫຼາຍ​ປີ​ມາ​ນີ້, ພວກ​​ເຮົາ ​ຍັງ​ໄດ້​ສະ​​ເຫ​ນີຫຼັກການ​ການ​ຕ່າງປະ​ເທດ​ທີ່​ວ່າມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ.

ທ່ານ​ຢາງ​ເຈ​ຍສື​ ກ່າວ​ວ່າ,ປະຈຸ​ບັນ, ຈີນ​ກັບຣັດ​ເຊຍ​ແລະ​ປະ​ເທດ​ອາຊີ​ກາງ ​​ໄດ້ຮ່ວມ​ກັນ​ລິ​ເລີ່​ມສ້າງ​ຕັ້ງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​,ຈັດການສົນທະນາ​ກັບ​ປະ​ເທດ​ຕ່າງໆ​ຂອງອາ​ຊຽນ​ແລະ​ເຂົ້າ​ຮ່ວມການ​ສົນທະນາ​ລະຫວ່າງ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສາທາລະນະ​ລັດ​ເກົາຫຼີ, ການ​ຕິດ​ຕໍ່​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ອ້ອມ​ຂ້າງ​ນັບ​ມື້​ນັບ​ແຫ​ນັ້ນແຟ້ນ.

ປະຈຸ​ບັນ, ການຕິດ​ຕໍ່​ພົວພັນ​ລະຫວ່າງຈີນ​ກັບ​ປະຊາ​ຄົມ​ໂລກ​​​ນັບ​ມື້​ນັບ​ແຫນ້ນ​ແຟ້ນ, ຖານະແລະອິດ​ທິພົນ​ຂອງ​ຈີນຢູ່​ໃນ​ໂລກ​ກໍ່​ ​ເປີດ​ກວ້າງ​ແລະ​ຍົກ​ສູງ​ຂຶ້ນ​ເທື່ອລະ​ກ້າວ​ຢູ່. ​ໂດຍສ​ະ​ເພາະ​ແມ່ນ​ຫຼັງ​ຈາກ​ເກີດ​ວິ​ກິດ​ການ​ການ​ເງິນ​ສາກົນ​ເທື່ອ​ນີ້​ແລ້ວ, ຈຸດ​ຢືນ​ສຳຄັນ​​ຫຼາຍຢ່າງທີ່ຈີນວາງ​ອອກ ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະຄວາມ​ຍ້ອງຍໍ​ຊົມ​ເຊີຍ​ໂດຍ​ທົ່ວ​​ໄປ​ໃນ​​ໂລກ, ທ່ານ​ຢາງ​ເຈ​ຍສື​ກ່າວ​ວ່າ

ປະທານ​ຫູ​ຈີນ​ທ່າວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຕ່າງໆ​ຂອງG20, ນາຍົກລັດຖະມົນຕີ​ເວີນ​ເຈ່ຍ​ປາວ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ແລະ​ການ​ພົບ​ປະ​ເຈລະຈາຜູ່​ນຳ​ຈີນ​ເອີ​ລົບ, ຜູ່​ນຳ​ຈີນ​ແລະ​ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຕັ້ງໜ້າ​ພິຈາລະນາ​ຄົ້ນຄວ້າຈະ​ເຮັດ​ແນວ​ໃດ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຟູ​ຄືນ​ໃໝ່, ​ເຮັດ​​ແນວ​ໃດ​ດຳ​ເນີນ​ການ​ປະຕິ​ຮູບ​ລະບົບ​ການ​ເງິນ​ສາກົນ. ພວກ​ເຮົາ​ຍັງ​​ໄດ້​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ພະຍາດ​ໄຂ້​ຫວັດ​ໃຫຍ່​ສາຍ​ພັນ​ໃໝ່A/H1N1​ແລະ​ຮັບ​ມື​ການ​ທ້າ​ທາຍ​ຂອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ, ສະ​ນັ້ນ​ເສດຖະກິດ​ຈີນ​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ແລະ​ໄວ​ສົມຄວນ, ​​ແລະ​ຈີນ​ພະຍາຍາມ​​ເຂົ້າຮ໋ວມການ​ຕັ້ງໜ້າ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ, ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​​ໃຫ້​ແກ່​ປະຊາ​ຄົມ​ໂລກ​ໃນ​ຕົວ​ຈິງ, ​​ໄດ້ປະກອບສ່ວນສຳຄັນ​ຕໍ່​ການ​ຊຸກຍູ້​ໃຫ້​ເສດຖະກິດ​​ໂລກ​ຟື້ນ​ຕົວ​ຄືນ​ໃໝ່.

​​ເມື່ອ​ຈ້ອງ​ມອງ​ເບິ່ງອະນາຄົດ, ທ່ານ​ຢາງ​ເຈ​ສື​ມີ​ຄວາມ​ໝັ້ນ​ໃຈ​ເຕັມປ່ຽມ​ຕໍ່​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຈີນ. ທ່ານ​ກ່າວ​ວ່າ, ຈີນ​ຈະ​ຍຶດໝັ້ນ​​ເດີນຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ປະຕິບັດ​ຍຸດ​ທະ​ສາດ​ເປີດ​ປະຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ໃຫ້​ແກ່​ການ​ກໍ່ສ້າງ​ໂລກ​ກົມກຽວ​ກັນ​ທີ່​ມີ​ສັນຕິພາບ​ຍາວ​ນານ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>