ລາຍ​ການ​ພິ​ເສດ:​ສິບ​ສອງ​ພັ່ນ​ນາ——ວັດ​ທະນະ​ທຳ​ຄ້ຳ​ຊູ​ຊີວິດ

(GMT+08:00) 2009-09-16 16:09:09 cri
-----------------------------------------------------------------------------------------------------------------
(ສຽງຂຸ່ຍ​ລື້: 5-10ວິນາທີ)
​​ໂຄສົກ:​ເມື່ອ​ໄດ້​ຍິນສຽງ​ຂຸ່ຍນ້ຳ​ເຕົ້າ​ທີ່​ອອນຊອນ​ຈັບ​ໃຈ​ສຽງ​ນີ້,ຄົງ​ຈະ​ມີ​ໜ້ອຍ​ຄົນ​ທີ່​ສຸດ​ທີ່​ບໍ່​ຮູ້​ວ່າ​ເປັນ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຄົນ​ຊົນ​ເຜົ່າ​ໃດ​ຂອງ​ປະ​ເທດ​ຈີນ;​ເພາະ​ມັນ​ມີ​ເອກະລັກ​ແລະ​ເປັນ​ຕົວ​​ແທນ​ໃຫ້​ແກ່​ເຜົ່າ​ລື້​ທີ່​ດຳລົງ​ຊີວິດ​ຢູ່​​ແຂວງ​ຢຸນນານ​ຂອງ​ຈີນ​ມາ​ແຕ່​ດຶກ​ດຳ​ບັນ.​ເຜົ່າ​ລື້​ແມ່ນ 1 ​ໃນ 25 ຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຂວງ​ຢຸນນານ,​ເຕົ້າ​ໂຮມ​ກັນ​ຫຼາຍ​ຢູ່​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ເຜົ່າ​ຈິ່ງ​ໂຜ​​ເຕີ​ຫົງ​ແລະ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້ 12 ພັ່ນ​ນາ.​ໂດຍ​ສະ​​ເພາະ​ແມ່ນ 12 ພັ່ນ​ນາ​ຫຼື​ໃນ​ສະ​ໄໝ​ບູຮານ​ເອີ້ນ​ວ່າ​ເມືອງ​ພາລາ​ນະ​ສີ,ສາມາດ​ເວົ້າ​ໄດ້​ເລີຍ​ວ່າ​ແມ່ນຖິ່ນ​ຂອງ​​ເຜົ່າ​ລື້​ຢ່າງ​ແທ້​ຈິງ.
(ສຽງ​​ເຊີນຊວນ​ຂອງ​ພໍ່​ອຸ່ນ​ຮອດ​ເປັນ​ພາສາ​ລື້)
​ໂຄສົກ​ຊາຍ:​ໃນ​ຂະນະ​ທີ່​ພວມ​ປັດ​ກວາດ​ໃບ​ໄມ້​ອອກ​ຈາກ​ເດີ່ນ​ໜ້າ​ເຮືອນ​ຮູບຊົງ​ລື້​ທີ່​ງົດ​ງາມ​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນ​ຢູ່​ນັ້ນ,ພໍ່​ອຸ່ນ​ຮອດ​ກໍ່​ທັງ​ປັດ​ທັງ​ກ່າວ​ຄຳ​ເຊີນຊວນ​ແຂກ​ທາງ​ໃກ້​ແລະ​​ໄກ​ໃຫ້​ມາ​ທ່ຽວ​ບ້ານ​ການ​ຫຼານ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນ​ຊຽງ​ຮຸ່ງ,​ເມືອງ​ເອກ​ຂອງ​ກິ່ງ​ແຂວງ 12 ພັ່ນ​ນາ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ພຽງ 26 ກີ​ໂລ​ແມັດ.ບ້ານ​ນີ້​ມີ​ປະຫວັດ​ມາ​ຫຼາຍ​ຮ້ອຍ​ປີ​ແລ້ວ,ປະຈຸ​ບັນ​ມີ​ປະຊາຊົນ​ເຜົ່າ​ລື້​ດຳລົງ​ຊີວິດ​ຢູ່​ເກືອບ 2000 ຄົນ​ແລະ​ທັງ​ເປັນ​ສວນ​ທ່ອງ​ທ່ຽວ​ວັດທະນະທຳ​ເຜົ່າ​ລື້​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນ​ຊຽງ​ຮຸ່ງ​ອີກ.
ຍິງ:ບ້ານ​ການ​ຫຼານ​ຖືກ​ແບ່ງ​ອອກ​ເປັນ 2 ​ເຂດ​ໃຫຍ່​ຢ່າງຈະ​ແຈ້ງ,​ເຂດ​ໜຶ່ງ​ເປັນ​ເຂດ​ຄຸ້ມ​ເຮືອນ​ຂອງ​ປະຊາຊົນ​ທີ່​ຕັ້ງ​ລຽງ​ລາຍ​ຢູ່​ຕາມ​ສອງ​ຟາກ​ທາງ​ຊີມັງ​ກວ້າງ​ປະມານ 4-5 ​ແມັດ.​ເຮືອນ​ຮູບຊົງ​ລື້​ທີ່​ມຸງ​ດ້ວຍ​ກະ​ເບື້ອງ​ສີດຳ,ຫຼັງຄາ​ແອນ,ບາງ​ຫຼັງ​ກໍ່​ມີ​ຮູບ​ນົກ​ຍຸງ​ທີ່​ເປັນ​ສັດ​ສິລິ​ມຸງຄຸນ​ຂອງ​ຊາວ​​ເຜົ່າ​ລື້,​ແຕ່​ລະ​ຫຼັງ​ມີ​ລະບຽງ​ນັ່ງ​ຫຼິ້ນ,​ເປັນ​ເຮືອນ​ຊັ້ນ​ດຽວ​ແຕ່​ມີ​ເສົາ​ມີ​ຂັ້ນ​ໃດ,ມີ​ທັງ​ໝົດ 320 ຫຼັງ.ອ້ອມ​ຮອບ​ເຮືອນ​ແຕ່​ລະ​ຫຼັງ​ຮົ່ມ​​ເຢັນ​ໄປ​ດ້ວຍ​ຮົ່ມ​ຕົ້ນ​ພ້າວ​ສູງ,ຕົ້ນ​ໂພ​ໃຫຍ່,ຕົ້ນ​ໝາກກ້ຽງ​ໃຫຍ່,ໝາກ​ມີ້,ໝາກມ່ວງ,ຕົ້ນ​ກ້ວຍ​ແລະ​ໝາກ​ໄມ້​ພື້ນ​ເມືອງ​ເຂດ​ຮ້ອນນາໆ​ພັນ!ມີ​ວັດ​ເຖິງ 4 ​ແຫ່ງ​ທີ່​ເປັນ​ບ່ອນ​ທຳ​ພີ​ທີ​ທາງ​ສາດສະໜາ​ພຸດ​ນິກາຍ​ຫິນະ​ຍານ​ທີ່​ອົບຮົມ​ໃຫ້​ຄົນ​ລື້​ມີ​ນິ​ໃສ​ໃຈຄໍ​ໂອມ​ອ້ອມ​ອາລີ,ສຸພາບ​ອ່ອນ​ຫວານ,​ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ,ຮັກ​ແຂກ​ແພງ​ຄົນ​ແລະ​ບໍ່​ມັກ​ຄວາມ​ຮຸນ​ແຮງ!
ຊ:ບາງ​​ເຮືອນ​ທີ່​ອ່າວ​ໃຫຍ່​ກໍ່​ດັດ​ແປງ​ໃຫ້​ເປັນ​ຮ້ານ​ອາຫານ​ພື້ນ​ເມືອງ​ແລະ​ເຮືອນ​ພັກ 4-5 ຫ້ອງ​ກໍ່​ມີ! ຊາ​ວ​ເຜົ່າ​ລື້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ​ດ້ວຍ​ສີສັນ​ພິ​ເສດຂອງ​ເຜົ່າ​ລື້​​ເອງ,ຄວາມ​ຮັກ​ແຂກ​ແພງ​ຄົນ​ແລະ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຊາວ​ເຜົ່າ​ລື້​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມັກມາ​ພັກຜ່ອນ​ຢູ່​ນີ້​​ເປັນ​ເວລາຫຼາຍ​ເດືອນກໍ່​ບໍ່​ຢາກ​ເມືອ.
ຊ:ທ້າວNaoto Macda(ນາ​ໂອ​ໂຕະ ມາ​ອີດ),ຊາຍ​ໜຸ່ມ​ຍີ່ປຸ່ນ​ຮູບ​ຮ່າງ​ສູງ​ມາ​ຈາກ​ນະຄອນ​ນາ​ໂກ​ຢາທີ່​ເວົ້າ​ພາສາ​ຈີນ​ໄດ້​ຢ່າງ​ຫຼ່ຽນ​ໄຫຼ ບອກ​ວ່າ,ລາວ​ມາ​ພັກຢູ່​ບ້ານ​ລື້​ການ​ຫຼານ​ມາ​ໄດ້​​ເດືອນ​ປາຍ​ແລ້ວ,ລາວ​ເວົ້າ​ວ່າ:
(ສຽງ​ຍີ່ປຸ່ນ:"ຂ້ອຍ​ມັກ​ຮີດຄອງ​ປະ​ເພນີ​ຂອງ​ປະຊາຊົນ​ເຜົ່າ​ລື້​ຂອງ​ຈີນ​ຫຼາຍ,ມັນ​ໜ້າ​ສົນ​ໃຈ​ແລະ​ເປັນຕາ​ຄົ້ນຄວ້າ​ຮ່ຳຮຽນ​ຫຼາຍ.")
(ສຽງ​ປະກອບ:ຕາກ​ອັກ ​ໂຊ​ຍ ​ໂຊ​ຍ ​ໂຊ​ຍ ​ໂຊ​ຍ ​ໂຊ​ຍ  ​ໂຊ​ຍ!)
ຊ:ສຽງ​ນີ້,​ເວລາ​ກິນ​ເຂົ້າ​ຮ່ວມ​ກັນ​ຢູ່​ຮ້ານ​ອາຫານ​ຂອງ​​ເຜົ່າ​ລື້​ນ້ອຍ-​ໃຫຍ່​ຫຼື​ແມ່ນ​ແຕ່​ໄປ​ກິນ​ເຂົ້າຢາມ​ຄອບຄົວ​ປະຊາຊົນ​ກໍ່​ຈະ​ໄດ້​ຍິນ​ເປັນ​ປົກກະຕິ! ມັນ​ຄື​ການ​ເຊີນຊວນ​ຍົກ​ຈອກ​ເຫຼົ້າ​ຂາວ​ໃສ​ທີ່​ປຽບ​​ເໝືອນ​ນ້ຳ​ໃຈ​ຂອງ​ຄົນ​ເຜົ່າ​ລື້,ກິນ​ຮ່ວມ​ກັບ​ອາຫານ​ພື້ນ​ເມືອງ​ທີ່​​ເນັ້ນ​ຊີ້ນ​ງົວ ຄວາຍ,ປາ,​ໄກ່ລາດ,ຜັກ​ພື້ນ​ເມືອງ,​ເຊັ່ນ​ຜັກ​ຄາ,ໝາກອຶ,ໝາກບວບ,ໝາກ​ລິ​ມ​ໄມ້,ຜັກ​ສົ້ມ,ໝົກ​ໄກ່ລາດ​ຫຼື​ປາ​ນ້ອຍ​ໃສ່​ໃບຕອງ,ໜໍ່​ໄມ້​ສົດ​ໆ​ແລະ​ອື່ນໆ​ທີ່​ລົດ​ຊາດ​ສ່ວນ​ຫຼາຍ​ເຜັດ​ສະ​ໃຈ!
ຍ:ອີກ​ສ່ວນ​ໜຶ່ງ​ຂອງ​ບ້ານ​ຖືກ​ເນລະມິດ​ໃຫ້​ເປັນ​ເຂດ​ຈັດ​ກິດຈະກຳ​ທ່ອງ​ທ່ຽວ​ວັດທະ​ນະ​ທຳ​​ເຜົ່າ​ລື້​ທີ່​ຫຼາກ​ຫຼາຍ,ນັກ​ທ່ອງ​ທ່ຽວ​ທັງ​ຄົນ​ຈີນ​ເອງ​ທັງ​ຄົນ​ຕ່າງປະ​ເທດ​ຍ່າງ​​ເລາະ​ຫຼິ້ນ​ໃນ​ເຂດ​ນີ້​ດ້ວຍ​ຄວາມ​ສະບາຍ​ຕາ​ສະບາຍ​ໃຈ,ບາງ​ກຸ່ມ​ກໍ່​ຂີ່​ລົດ​ນ້ອຍ​ນຳ​ທ່ຽວ​ທີ່​ບັນຈຸ​ໄດ້​ປະມານ 10 ຄົນ.ພາບ​ຍິງ​ເຜົ່າ​ລື້​ທີ່​ນຸ່ງ​ຊຸດ​​ເສື້ອ​ສິ້ນ​ພື້ນ​ເມືອງ​ສີສັນ​ສົດ​ໃສ;ຜູ້​ຊາຍ​ນຸ່ງ​ເສື້ອ​ຜ້າ​ໄໝ,ຜ້າ​ສີ​ງາມ​ເຫຼື້ອມ​ມັດ​ຫົວ,ຢືນຍິ້ມ​ຕ້ອນຮັບ​ແຂກ​ທີ່​ເຂົ້າຮ່ວມ​ຫຼິ້ນ​ກິດຈະກຳ​ຕ່າງໆ​ທາງ​ປະ​ເພນີ,​ໂດຍ​ສະ​ເພາະ​ແມ່ນ​ການ​ຊົມ​ແລະ​ຫຼິ້ນ​ບຸນ​ຫົດ​ນ້ຳ​ຢູ່​ກາງ​ເດີ່ນ​ກວ້າງ​ຮ່ວມ​ກັນ​ທີ່​ແຂກ​ຄົນ​ປະ​ທັບ​ໃຈ​ຫຼາຍຫຼື​ຈະ​ເປັນ​ການ​ຊົມ​ກອນ​ຂັບ​ລຳ​ພື້ນ​ເມືອງ​ຫຼື​ຟ້ອນ​ນົກ​ຍຸງ​ຫຼື​ຊົມ​ຊ້າງ​ອາຊີ​ທີ່​ໜ້າ​ຮັກ!
(ສຽງ​ພໍ່​ອຸ່ນ​ຮອດ:"ການທ່ອງທ່ຽວ​ບໍ່​ໄດ້​ເຂົ້າ​ມາ​ທຳລາຍ​ຮີດຄອງ​ປະ​​ເພນີ​ດັ້ງ​ເດີມ​ແລະ​ວິຖີ​ດຳລົງ​ຊີວິດ​ທີ່​ຜາ​ສຸກ​ຂອງ​ພວກ​ເຮົາ​ເລີຍ,ກົງກັນຂ້າມ​ມັນ​ຍັງ​ເຮັດ​ໃຫ້​ພວກ​ເຮົາ​ມີ​ລາຍ​ໄດ້​ຈາກ​ການທ່ອງທ່ຽວ​ເພີ່ມ​ຂຶ້ນ​ອີກ.")
ຊ:ມັນ​ຄື​ຄຳ​ກ່າວ​ຂອງ​ພໍ່​ອຸ່ນ​ຮອດ​ທີ່​ເຄີຍ​ເປັນ​ນາຍບ້ານ​ການ​ຫຼານ​ແຫ່ງ​ນີ້​ເຖິງ 6 ປີ​ຕໍ່​ນັກ​ຂ່າວ CRI ພວກ​ເຮົາ,​ເພິ່ນ​ເອງ​ນອກຈາກ​ມີນາ,ມີ​ສວນ​ຢາງ​ພາລາ​ທີ່​ກວ້າງ​ໃຫຍ່​ແລ້ວ,​ເຮືອນ​ຂອງ​​ເພິ່ນ​ຍັງ​ດັດ​ແປງ​ປະດັບ​ປະດາ​ຢ່າງ​ງົດ​ງາມ​ໃຫ້​ເປັນ​ຮ້ານ​ອາຫານ​ຢູ່​ເທິງ​ເຮືອນ​ແລະ​ກ້ອງ​ຕະຫຼ່າ​ງ;ມີ​ຫ້ອງ​ນອນສຳລັບ​ນັກ​ທ່ອງ​ທ່ຽວ​ອີກ 5 ຫ້ອງ;ອີກ​ບໍ່​ດົນ​ກໍ່​ຈະ​ຂະຫຍາຍ​ຕື່ມ.
ຍ:ປະຊາຊົນ​ຊາວ​​ເຜົ່າ​ລື້​ຢູ່ 12 ພັ່ນ​ນາ​ສ່ວນ​ຫຼາຍ​ແລ້ວ​ຍັງ​ຮັກສາ​ຮີດຄອງ​ປະ​ເພນີ​ແລະ​ວິ​ຖີດຳລົງ​ຊີວິດ​ແບບ​ດັ້ງ​ເດີມ​ໄດ້​ດີ​ຫຼາຍ;​​ເຂົາ​ເຈົ້າ​ຢູ່​ແບບ​ລຽບງ່າຍ​ທ່າມກາງ​ຄວາມ​ອຸດົມສົມບູນ​ຂອງ​ທຳ​ມະ​ຊາດ! ຖ້າ​ຂຶ້ນ​ເຮືອນ​ເຜົ່າ​ລື້,ຢ່າ​ລືມ​ປົດ​ເກີບ​ໄວ້​ຕີນ​ຂັ້ນ​ໃດ​ກ່ອນ​ຂຶ້ນ.
(ສຽງ​ເສບ​ຕ້ອນຮັບ​ເຂົ້າບ້ານ​ຂອງ​ເຜົ່າ​ລື້​ບ້ານ​ລຸງ​ເໜືອ)
ຍ:ສຽງ​ກອງ​ຍາວ,ສຽງ​ຄ້ອງ,ສຽງ​ແຊ່ງ​ໃນ​ຈັງຫວະ​ດັ້ງ​ເດີມ​ຂອງ​ເຜົ່າ​ລື້​ດັງ​ຂຶ້ນ​ຢູ່​ບ້ານ​ລຸງ​ເໜືອ,ທີ່​ຫ່າງ​ຈາກ​ຕົວ​ເມືອງ​ຫ້າ​ທີ່​ເປັນ​ເມືອງ​ຕິດ​ກັບ​ຊາວ​ແດນ​ລາວ​ພຽງ 5 ກີ​ໂລ​ແມັດ.​ໄກ່ລາດ​ລ້ຽງ​ປ່ອຍ​​ແລ່ນຢອກ​ໃຍ​ກັນ​ຕາມ​ເດີ່ນ​ບ້ານ​ຢ່າງ​ອິດ​ສະຫຼະ​ເສລີ;ສາຍ​ນ້ຳ​ຫຼ້າ​ໄຫຼ​ລອດ​ກ້ອງ​ຂົວ​ເຫຼັກ​ລິດໆ;ນອກ​ບ້ານ​ມີ​ກໍ່​​​ໃຜ່,ສວນ​ຢາງພາລາ,ສວນ​ອ້ອຍ,ສວນ​ສາລີ,​ໄຮ່ນາ​ທີ່​ເຂົ້າ​ພວມ​ຖອກ​ຮວງ​ອ່ອນ​ສີຂຽວ;ຢູ່​ໃນ​ບ້ານ,ລະຫວ່າງ​ເຮືອນ​ເຕັມ​ໄປ​ດ້ວຍຕົ້ນ​ໝາກ​​ໄມ້​ແລະ​ພືດ​ຜັກ​ທີ່​ປອດ​ສານພິດ​ເຄມີ,ສາມາດ​ເກັບ​ໄປ​ປຸງ​ແຕ່ງອາຫານ​ໄດ້​ຢ່າງ​ສະບາຍ.ຍາມ​ປົກກະຕິ​ຕັ້ງໜ້າ​ທຳ​ການ​ຜະລິດ,ຍາມ​ມີ​ບຸນ​ກໍ່​ເຕົ້າ​ໂຮມ​ກັນ​ທີ່​ເດີ່ນ​ກວ້າງ​ກາງ​ບ້ານ​ຈັດ​ກິດຈະກຳ​ຂັບ​ຮ້ອງ​ຟ້ອນ​ຕາມ​ຮີດຄອງ​ປະ​ເພນີ;​ຊຶ່ງ​ເປັນ​ຊີວິດ​ທີ່​ຜາ​ສຸກ​ອີ່ຫຼີ! ທ່ານ​ຕ່າວ​ເຈຍ​ຊຽງ,ຮອງ​ເຈົ້າ​ເມືອງເມືອງ​ຫຼ້າ​ບອກ​ວ່າ:
(ຮອງ​ເຈົ້າ​ເມືອງ​ຫຼ້າ:"​ເວົ້າ​ເຖິງ​ການ​ສົ່ງ​ເສີມ​ອະນຸລັກ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ".)
ຊ:ລັດຖະບານ​ກໍ່​ຄື​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຍາມ​ໃດ​ກໍ່​ມີ​ນະ​ໂຍບາຍ​ທີ່​ສະ​​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຊຸກຍູ້​ສົ່ງ​ເສີມ​ໃຫ້​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ປະ​ເທດ​ອື່ນ​ທີ່​ມີ​ຊາຍ​ແດນ​ຕິດ​ຕໍ່​ກັນ​ໃຫ້​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ຊ່ວຍ​ເຫຼືອ​ກັນ​ພັດທະນາ,ຍົກ​ລະດັບ​ຊີວິດການ​ເປັນ​ຢູ່​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນຮ່ວມ​ກັນ, ຢູ່ຮ່ວມ​ກັນ​ຢ່າງ​ຜາ​ສຸກ, ທັງ​ນີ້​ກໍ່​ຍ້ອນ​ລັດຖະບານຈີນຮູ້​ດີ​ວ່າ ປະຊາຊົນທີ່​ຢູ່​ຕາມ​ຊາຍ​ແດນ​ຍ່ອມ​ມີ​ການ​ພົວພັນ​ແບບ​ຍາດ​ພີ່ນ້ອງ​ທີ່​ຕັດ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້, ມີ​ວັດ​ທະ​ນະ​ທຳ​ຮີດຄອງປະ​ເພນີ​ອັນ​ດຽວ​ກັນຫຼືອາດ​ຈະ​ເປັນ​ເຜົ່າ​ດຽວ​ກັນ, ​ແຕ່​ຢູ່​ຄົນ​ລະ​ປະ​ເທດ​ເທົ່າ​ນັ້ນ, ການ​ໄປມາຫາ​ສູ່​ ການ​ຕິດ​ຕໍ່​ພົວພັນ​ຊື້-ຂາຍຮ່ວມ​ກັນ​ຈຶ່ງ​ສະໜິດ​ແໜ້ນຫຼາຍ.
ຍິງ: ນາງ​ແກ້ວ, ທີ່​ເປັນ​ຄົນ​ເຜົ່າ​ລື້​ຂອງ​ລາວ​ຢູ່​ເມືອງ​ສິງ​ ແຂວງຫຼວງນ້ຳ​ທາ​ຮູບ​ຮ່າງ​ຕ່ຳ​ຫັນ​ມັງ​ພ້ອມ​ໝູ່​ອີກ​ຜູ້​ໜຶ່ງ​ພວມ​​ເອີ້ນຈ່າວ​ຂາຍ​ໝາກ​ໄມ້​ຢູ່​ແຄມທາງກາງ​ບ້ານ​ການຫຼານທີ່​ເປັນ​ບ້ານ​ເຜົ່າ​ລື້​ຂອງ​ຈີນ, ​ໃນ​ຂະນະ​ທີ່​ຊາວບ້ານ​ນີ້​ເກືອບ 10 ຄົນ​ພວມ​ເລືອກ​ຊື້​ໝາກ​ໄມ້ຂອງ​ນາງ​ຢູ່.
​(ແກ້ວ: ການ​ໄປ​ມາ​ຄ້າຂາຍ​ສະດວກຫຼາຍ, ພາສາ​ກໍ່​ເວົ້າ​ເຂົ້າ​ໃຈ​ກັນ, ຈາກ​ເມືອງ​ສິງ​ມາ​​ແຖວ​ນີ້​ກໍ່​ຂີ່​ລົດ​ພຽງ​ແຕ່ 3 ຊົ່ວ​ໂມງປາຍ, ຢູ່​ນີ້ 1 ຄືນ 2 ຄືນ​ແລ້ວ​ກໍ່​ກັບ, ທ່ຽວ​ໄປ​ທ່ຽວ​ມາ​ເລື້ອຍໆ.)
​ຍິງ: ໄດ້​ຍິນ​ແນວ​ນີ້ກໍ່​ຍິ່ງຮູ້​ວ່າ, ຄວາມ​ຜູກ​ພັນ​ຂອງ​ປະຊາຊົນ​ຕາມ​ຊາຍ​ແດນ​ແໜ້ນ​ແຟ້ນຂະໜາດ​ໃດ! ທ່ານຈ່າງ​ເວີ້​ຍພີ​ງກໍ່​ແມ່ນ​ນັກທຸລະກິດ​ຈີນ​ຜູ້ໜຶ່ງ​ທີ່​ໄປ​ລົງທຶນ​ປູກໝາກ​ເຜັດ​ໃຫຍ່​ພັນ​ດີ​ຢູ່ຫຼາຍບ້ານ​ຂອງ​ເມືອງ​ນາ​ໝໍ້, ​ແຂວງ​ອຸດົມ​ໄຊຂອງ​ລາວ, ມີ​ທັງ​ໝົດ 96 ຄອບຄົວ​ທີ່​ປູກ; ລາວ​ຂົນ​ຝຸ່ນ​ ຂົນ​ແນວ​ພັນ​ໄປ​ໃຫ້, ປະຊາຊົນ​ລາວ​ມີ​ແຕ່​ອອກ​ແຮງ​ງານ​ປູກ​ເທົ່າ​ນັ້ນ, ບໍ່​ຕ້ອງ​ລົງທຶນ​ຫຍັງ​ແລ້ວ​ກໍ່​ເກັບ​ຊື້​ເຂົ້າ​ມາ​ຂາຍ​ຢູ່​ຈີນ​ແລະ​ສ່ວນ​ໜຶ່ງກໍ່​ຂາຍ​ຢູ່​ຕະຫຼາດທ້ອງ​ຖິ່ນ​ຂອງ​ລາວ, ​ແຕ່ລະ​ປີ​ແຕ່​ລະ​ຄອບຄົວ​ລາຍ​ຮັບ​ກໍ່ປະມານ 6-7 ພັນ​ຢວນຫຼືປະມານ​ເກືອບ 10 ລ້ານ​ກີບ; ປະຊາຊົນ​ລາວ​ເຜົ່າ​ລື້​ເຂດ​ນີ້​ດີ​ໃຈຫຼາຍທີ່​ລາຍ​ຮັບ​ຄອບຄົວ​ນັບ​ມື້​ນັບ​ສູງ​ຂຶ້ນ.
(ທ່ານຈ່າງ​ເວີ້​ຍພີ​ງ: ​ເວົ້າ​ເຖິງ​ການ​ໄປ​ປູກ​ໝາກ​ເຜັດຢູ່​ລາວ​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ແນວ​ໃດ)
ຊາຍ: ​ແຂວງ​ຢຸນນານ​ຂອງ​ຈີນ​ມີ​ຊາຍ​​ແດນ​ຕິດ​ກັບ​ລາວ 3 ​ແຂວງຫຼືຫຼວງນ້ຳ​ທາ, ອຸດົມ​​ໄຊ​​ແລະ​ຜົ້ງ​ສາລີ; ​ແຕ່​ມີ​ດ່ານ​ສາກົນ​ພຽງ​ແຫ່ງ​ດຽວ​ຄື​ດ່ານ​ບໍ່​ຫານ-ບໍ່​ເຕັນ; ນອກ​ນັ້ນ​ກໍ່​ແມ່ນ​ດ່ານ​ລະດັບ​ທ້ອງ​ຖິ່ນ​​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ຕາມ​ແນວ​ຊາຍ​ແດນ​ໄປມາຫາ​ສູ່​ຕິດ​ຕໍ່​ຊື້​ຂາຍ​ແລກປ່ຽນ​ກັນ​ໄດ້​ຢ່າງ​ສະ​ດວກ. ຢູ່​ເຂດ​ພັດທະນາ​ເສດຖະກິດ​ບໍ່​ຫານ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ພັດທະນາ​ໄວຫຼາຍ, ຕຶກ​ອາຄານ​ໃໝ່ໆ​ປົ່ງ​ຂຶ້ນປານ​ດອກ​ເຫັດ; ຍ້ອນ​ມີ​ຖະໜົນ R3 ຄຸນ​ໝິງ-ບາງກອກ​ທີ່​ເຊື່ອມ​ຕໍ່ 3 ປະ​ເທດ​ຈີນ-ລາວ-​ໄທຈຶ່ງ​ເຮັດ​ໃຫ້​ຈຳນວນ​ຄົນ​ແລະ​ສິນຄ້າ​ເຂົ້າ​ອອກ​ດ່ານ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ທ່ານອູ​ປີ່​ນ,ຫົວໜ້າ​ດ່ານ​ບໍ່​ຫານ​ເວົ້າ​ເຖິງ​ເລື່ອງ​ນີ້​ວ່າ:
(ຫົວໜ້າ​ດ່ານ​ບໍ່​ຫານ: ​ເວົ້າ​ເຖິງ​ຜົນ​ດີ​ແລະ​ຄວາມ​ສະດວກ​ໃນ​ການ​ໄປມາ, ​ໂດຍ​ສະ​ເພາະ​ປະຊາຊົນ​ຕາມ​ແນວ​ຊາຍ​ແດນ.)
(ສຽງ​ດົນຕີເຜົ່າ​ລື້: ປະສານ​ໄປ​ກັບສ​ຽງ​ໂຄສົກ​ຍິງ)
ຍິງ: ວັດທະນະທຳຮີດຄອງ​ປະ​ເພນີ​ເກົ່າ​ແກ່​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ມໍລະ​ດົກ​ອັນ​ລ້ຳ​ຄ່າ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ຊາດ​ຈີນ​ທີ່​ເປັນ​ຕົວ​ແທນ​ຂອງ​ຄວາມຫຼາກຫຼາຍ, ຕົວ​ແທນ​ຂອງ​ຄວາມ​ສາມັກຄີ​ກົມກຽວ; ຫຼາຍຊົນ​ເຜົ່າ, ຫຼາຍພາສາ, ຫຼາຍວັດທະນທຳ, ​ແຕ່​ຢູ່​ຮ່ວມກັນ​ຢ່າງ​ຜາ​ສຸກ​ພາຍ​ໃຕ້ຮົ່ມ​ທຸງ​ດາວ​ເຫຼືອງ 5 ດວງ​ພື້ນສີ​ແດ​ງທີ່​ເປັນ​ສູນ​ລວມດວງ​ໃຈ​ຂອງ​ປະຊາຊົນ​ຈີນ​ທຸກ​ຊົນ​ເຜົ່າ. ສຽງ​ຂຸ່ຍ​ນ້ຳ​ເຕົ້າ​ເຜົ່າ​ລື້​ທີ່​ອອນຊອນ​ຈັບ​ໃຈ​ນີ້​ຈະ​ດັງ​ຕໍ່​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ​ຢ່າງ​ບໍ່​ສິ້ນ​ສຸດ​ຄຽງ​ຄູ່​ກັບສຽງ​ດົນຕີພື້ນ​ເມືອງ​ເຜົ່າຕ່າງໆ​ຂອງ​ຈີນ​ທີ່ຈັບ​ມື​ກັນ​ມຸ້ງໜ້າ​ສູ່​ອະນາຄົດ​ທີ່​ຜາ​ສຸກ!
(ສຽງດົນ​ຕີ​ເຜົ່າ​ລື້ດັງ​ແຮງ​ຂຶ້ນ​ປະມານ 5-6 ວິນາທີ)
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>