ການ​ຮ່ວມ​ມື​ແລະໄຂ​ປະ​ຕູ​ສູ່​ພາຍ​ນອກ​ແມ່ນ​ເສັ້ນ​ທາງ​ອັນ​ຈຳ​ເປັນ​ສຳ​ລັບ​ຈີນ​ກ້າວ​ໄປ​ສູ່​ການ​ຫັນ​ເປັນ​ທັນ​ສະ​ໄໝ

(GMT+08:00) 2009-09-29 19:18:28 cri
-----------------------------------------------------------------------------------------------------------------
ເມື່ອ​​ເວົ້າ​ເຖິງ​ການ​ພັດທະນາ​ນັບ​ແຕ່​ປະ​ເທດ​ຈີນໃໝ່ສ້າງຕັ້ງຂຶ້ນ60ປີມານີ້,ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນເຄີຍ ຕີລາຄາຄືແນວນີ້: ການ​ພັດທະນາ​ຂອງ​ຈີນ​​ເປັນ​ການ​ພັດທະນາ​ໂດຍ​ສັນຕິ,​​​ເປັນ​ການ​ພັດ​ທະ​ນາ​ຂອງ​ການໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ເປັນ​ການ​ພັດ​ທະ​ນາ​ຂອງ​ການ​ຮ່ວມ​ມື.​ແມ່ນ​ແທ້,​ເມື່ອ​ສັງ​ເກດ​ຈາກ60​ປີ​ທີ່​ຜ່ານ​ມາ,ທ່ານ​ຈະ​ພົບ​ວ່າ,ການ​​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມືກັບ​ຕ່າງປະ​ເທດ​ເປັນ​ຫົວ​ຂໍ້​ຫຼັກ​ຂອງ​ປະຫວັດ​ການ​ພັດທະນາ​ຂອງ​ປະ​ເທດ​ຈີນ​ໃໝ່​ແຕ່​ຕົ້ນ​ຕະຫຼອດ​ປາຍ​ແລະ​ກໍ່​ແມ່ນ​ເສັ້ນທາງ​ທີ່ຈຳ​ເປັນ​ຕ້ອງຜ່ານຂອງ​ຈີນ​ເພື່ອ​ກ້າວ​ໄປ​ສູ່​ການ​ຫັນ​ເປັນ​ທັນ​ສະ​ໄໝ.

ໃນ​ໄລຍະຕົ້ນທີ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1949,ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງການ​ສ້າງສາ​ຄືນ​ໃໝ່.ລັດຖະບານ​ຈີນ​ໃໝ່​ທີ່​ນຳ​ໂດຍປະທານ​ເໝົາ​ເຈີ​ຕົງຫວັງ​ຢາກ​ອີງ​ໃສ່​ທຶນແລະ​ເຕັກນິກ​ກ້າວໜ້າຂອງ​​ຕ່າງປະ​ເທດມາ​ພັດທະນາ​ອຸດສາຫະກຳ​ແຫ່ງ​ຊາດ​ໂດຍ​ໄວ,ສະ​ນັ້ນ,ການ​ແລກປ່ຽນ​ກັບ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຈິ່ງ​ຖືກ​ຈັດ​ເປັນ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຈີນ​ໃໝ່.​ແຕ່​ຍ້ອນ​ວ່າ​ໃນ​ຄາວ​ນັ້ນ,ປະ​ເທດ​ຕາ​ເວັນ​ຕົກ​ປະຕິບັດ​ນະ​ໂຍບາຍ​ປິດ​ລ້ອມ​ແລະຫ້າມ​ຄ້າຂາຍ​ກັບຈີນ,ຈີນ​ຈິ່ງ​ຈຳ​ເປັນ​ຕ້ອງ​ອີງ​ໃສ່ສະຫະພາບໂຊ​ວຽດພຽງ​ຝ່າຍ​ດຽວ,ຍາກ​ທີ່​ຈະ​​​ປະຕິບັດ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື​ຢ່າງຮອບດ້ານ,ພຽງ​ແຕ່​ໄປມາຫາ​ສູ່​ກັນ​ກັບ​ໂຊ​ວຽດດ​ແລະປະ​ເທດ​ສັງຄົມ​ນິຍົມ​ຈຳນວນ​ໜຶ່ງ​ໃນ​ເອີ​ລົບ​ຕາ​ເວັນ​ອອກ​ແລະ​ປະ​ເທດ​ໂລກ​ທີ​ສາມ​ໃນ​ອາຊີ ອາ​ຟິຼກກາ​ແລະ​ອາ​ເມ​ລິ​ກາ​ລາ​ຕິນ​ເທົ່າ​ນັ້ນ.ຜ່ານ​ຈາກ​ການ​ທຳ​ຄວາມ​ພະຍາຍາມ,ປະ​ເທດ​ຈີນ​ໃໝ່​ໄດ້​ສ້າງ​ລະບົບ​ການ​ຄ້າ​ກັບ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ​​ແລະ​ເປັນ​ເຈົ້າ​ຕົນ​ເອງ,​ໄດ້​ຮັບ​ຜົນສຳ​ເລັດ​ບໍ່​ໜ້ອຍ​ໃນການ​​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​.

ແຕ່​ວ່າ,ການປະຕິວັດ​ວັດທະນະທຳທີ່​ເກີດ​ຂຶ້ນ​ໃນ​ປີ1966​ເຮັດ​ໃຫ້​ຈີນ​ຕົກ​ສູ່​ໃນ​ສະພາບ"ປິດ​ປະຕູ",ການ​ພັດທະນາ​ຂອ​ງ​ເສດຖະກິດ​ປະສົບ​ຄວາມ​ລົ້ມ​ແຫຼວ​ຢ່າງ​ໜັກໜ່ວງ.​ໃນ​ເວລາທີ່​ການ​ປະຕິວັດວັດທະນະທຳ"ສິ້ນ​ສຸດ​ລົງ​ນັ້ນ​,ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຫຼືGDPຂອງ​ຈີນ​ກວມ​ພຽງ​ແຕ່ປະມານ1,8%​ ​ຂອງ​​ໂລກ ເທົ່າ​ນັ້ນ.ການ​​ແລກປ່ຽນ​ດ້ານ​ວັດທະນະທຳ​ກໍ່​ມີ​ແຕ່​ພົບ​ພັນ​ກັບ​ບາງ​ປະ​ເທດ​ເທົ່າ​ນນັ້ນ.ສ່ວນ​ຢູ່​ຕ່າງປະ​ເທດ,ການ​ປະຕິ​ວັດ​ເຕັກນິກ​ໃໝ່​ເທື່ອ​ທີ​ສາມ​ພວມ​ດຳ​ເນີນ​ຢ່າງ​ຄຶກຄື້ນ,​ເສດຖະກິດ​ຂອງຫຼາຍ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໄດ້ພັດທະນາ​ຢ່າງ​ວ່ອງ​ໄວ.ຄວາມຫຼຸດ​ໂຕນ​ກັນ​ຢ່າງ​ໃຫຍ່​ຫຼວງ​ເຮັດ​ໃຫ້​ຜູ່​ນຳ​ຈີນ​ໃນ​ຄາວ​ນັ້ນ​ຮັບ​ຮູ້​ວ່າ,ການ​ພັດທະນາ​ຂອງ​ຈີນ​ແຍກ​ອອກ​ຈາກ​ໂລກ​ບໍ່​ໄດ້,ຈີນ​ຄັນ​ຢາກ​ພັດທະນາ​ກໍ່​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບ,​ເປີດ​ກວ້າງ​ການ​ໄຂ​ປະຕູ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ.

ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ຂອງ​ຄະນະ​ກຳມະການ​ສູນ​ກາງພັກ​ກອມ​ມູນິດ​ຈີນຊຸດ​ທີ11​ທີ່​ຈັດ​ຂຶ້ນ​ໃນ​​ເດືອນ​ທັນວາ​ປີ1978​ເປັນ​ບາ​ດລ້ຽວອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ຈີນ​ໃໝ່.​ແຕ່​ນັ້ນ​ມາ,ຈີນ​ກໍ່ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.

ປີ1980,ຈີນ​ຕັ້ງ​ເຂດ​ ​ເສດຖະກິດ​ພິ​ເສດ ຢູ່​ນະຄອນ​​ເຊິ​ນ​ເຈີ້ນ,ນະຄ​ອນ​ເຊ້ຍ​ເມີນ,ນະຄອນ​ຈູ່​ໄຫ​ແລະ​ນະຄອນ​ຊົ່ວ​ທາວ,ນຳ​ເຂົ້າ ​ທຶນ,​ເຕັກນິກ​ແລະ​ບົດຮຽນ​ດ້ານ​ການ​ຄຸ້ມ​ຄອງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ.ຈາກ​ນັ້ນ​ມາ30​ປີ,ຈີນ​ເປີດ​ກວ້າງ​ເຂດ​ແຄວ້ນ​ແລະ​ຂົງ​ເຂດ​ໄຂ​ປະຕູ​ເລື້ອຍໆ,ມາ​ຮອດ​ປັດຈຸບັນ,​ໄດ້​ກາຍເປັນ​ສະພາບການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຮອບດ້ານ,ມີ​ຫຼາຍລະດັບ​ແລະ​ໃນ​ຂົງ​ເຂດ​ກວ້າງຂວາງ.

ຜົນທີ່​ໄດ້​ຮັບ​ຈາກ​ການ​ຕັດສິນ​ໃຈ​ເຮັດ​ແນວ​ນັ້ນ​ແມ່ນ,ຈີນ​​ໄດ້ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່​ດຶງ​ດູດ​ທຶນ​ທີ່ມາ​ຈາກ​ຕ່າງປະ​ເທດຫຼາຍ​ທີ່​ສຸດ​ໃນ​ທົ່ວ​ໂລກ​ໃນ17​ປີ​ລຽນຕິດ, ​ໃນ500ວິ​ສາຫະກິດ​ເຂັ້ມ​ແຂງຂອງ​ໂລກ​ມີ480​ແຫ່ງ​ໄດ້​ລົງທຶນ​ຢູ່​ຈີນ.ຍອດ​ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​​ໃນ​ປີ2008​ບັນລຸ​ເຖິງ256​0ຕື້​ໂດ​ລາ,​ເມື່ອ​ທຽບ​ກັບ​ປີ1950​ແລ້ວ​ໄດ້​ເພີ່ມ​ຂຶ້ນ2000​ກວ່າ​ເທົ່າ.

ວັນ​ທີ10​ເດືອນ​ພະຈິກ​ປີ2001,ຄຽງ​ຄູ່​ກັບສ​ຽງກອງ​ສະຫຼອງ,ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO,ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໄດ້​ເຂົ້າ​ສູ່​ໄລຍະ​ໃໝ່.

ມາ​ຮອດ​ປັດຈຸບັນ,ຄູ່​ຮ່ວມ​ມື​ການ​ຄ້າ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຮອດ220​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ.ຈີນ​ກັບ129ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຊັນ​ສັນຍາ​ປົກ​ປ້ອງ​ການ​ລົງທຶນ​.ການ​ສົນທະນາ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ຈີນ​ອາ​ເມ​ລິ​ກາ,ການ​ສົນທະນາ​ລະດັບ​ສູງກ່ຽວ​ກັບ​ເສດຖະກິດ​ການ​ຄ້າລະຫວ່າງ​ຈີນ​ກັບ​ເອີ​ລົບ,ການ​ສົນທະນາ​ລະດັບ​ສູງ​ເສດຖະກິດ​ຈີນ​ຍີ່​ປຸ່ນ,​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືຈີນ​ອາ​ຟິຼກກາ,ກອງ​ປະຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ເສດຖະກິດ​ການ​ຄ້າ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​​ເປັນ​ຕົ້ນ,​ໃນ​ການ​ສົນທະນາກັບ​ໂລກ​ເຫຼົ່າ​ນີ້,ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ຂະຫຍາຍ​ກວ້າງ​ອອກ​ແລະ​ກ້າວສູ່​ລວງ​ເລິກຕື່ມ​ອີກ.ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ​ເຊັ່ນ​ສະຫະ​ປະຊາ​ຊາດ,ທະນາຄານ​ໂລກ​ກໍ່​ນັບ​ມື້​ນັບ​​​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ເຫັນ​ຂອງ​ຈີນ​ແລະ​ບົດຮຽນ​ຂອງ​ຈີນ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>