ຈີນ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​​​ໂລ​ຊີ​ກັບ 152 ປະ​ເທດ​ແລະ​ເຂດ​ແຄວ້ນ

(GMT+08:00) 2009-09-30 17:42:03 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 30 ກັນຍາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ວ້ານກ່າງ,ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າວ​ວ່າ,ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​​ໄດ້​ສະຖາປະນາ​ຂຶ້ນ​ເປັນ​​ເວລາ 60 ປີ​ມາ​ນີ້,ຈີນ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ​ກັບ 152 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ,​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ດ້ານ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ລັດຖະບານ 104 ສະບັບ​ກັບ 97 ປະ​ເທດ​ແລະ​ເຂດ​ແຄວ້ນ,ການ​ຮ່ວມ​ມື​ລະຫວ່າງ​ຊາດ​ດ້ານ​ວິທະຍາສາດ​​ເຕັກ​ໂນ​​ໂລ​ຊີ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ສູນຂ່າວ​ວັນຊາດ​ຄົບຮອບ 60 ປີ​ຈັດ​ຂຶ້ນ,ທ່ານ​ວ້ານກ່າງ​ກ່າວ​ວ່າ,ນັກ​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ອົງການ​ວິຊາ​ການ​ສາກົນ​ເກືອບ​ 1 ພັນ​ອົງການ,​ແລະ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຢູ່​ໃນ​ຫັ້ນ.ຈີນ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມຫຼາຍ​ໂຄງການ​ວິທະຍາສາດ​ສາກົນ​​ເຊັ່ນ: ​ໂຄງການ​ໜ່ວຍ​​ເຢນມະນຸດ ​ແຜນການ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກກາລີ​ເລ ​​ແຜນການ​ເຄື່ອງ​ປະຕິ​ກອນ​ທົດ​ລອງ​ການ​ປ່ຽນ​ແປງ​ແບບ​ຈຸ້ມ​ເຂົ້າຂອງ​ນີວ​ເຄຼຍສາກົນ​ຫຼື ITER ແລະ​ອື່ນໆ,​ແລະ​ໄດ້​ດຳ​ເນີນ​ແຜນການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ສາກົນທີ່​ຈີນ​ເປັນ​ຝ່າຍ​ຕົ້ນຕໍເຊັ່ນ:​​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ ພະລັງງານ​ໃໝ່​ຂອງ​ຢາ​ ພະລັງງານ​ຍືນ​ຍົງ​ແລະ​ອື່ນໆ.

ທ່ານ​ວ້ານກ່າງ​ຍັງ​ກ່າວ​ວ່າ,ຈີນ​ໄດ້​ສ້າງ​ເຂດ​ປະດິດ​ສ້າງສາ​ກົນ​ແລະ​ພື້ນຖານ​ແບບຢ່າງ​ການ​ຮ່ວມ​ມື​ດ້ານ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ລະດັບ​ສູງ​ຫຼາຍ​ແຫ່ງ,​ແລະ​ໄດ້ຊ່ວຍ​ຕ່າງປະ​ເທດຢ່າງ​ຕັ້ງໜ້າ​​ໃນ​ດ້ານ​ວິທະຍາສາດ​​ເຕັກ​​ໂນ​​ໂລ​ຊີ,ສະໜັບສະ​ໜູນອົງການ​ແລະ​ວິ​ສາ​ຫະກິດຄົ້ນ​ຄວ້າ​ວິທະຍາສາດ​ໄປ​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>