ຫົກ​ສິບ​ປີ​ຂອງ​ຂ້ອຍ

(GMT+08:00) 2009-10-01 09:13:37 cri
-----------------------------------------------------------------------------------------------------------------

ວັນ​ທີ1​ຕຸລາ​ປີ1949, ​ໃນ​ເວລາ​ທ່ານ​ປະທານ​ໝາ​ວ​ເຈີ​ຕົງ​ປະກາດ​ສປຈີນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຫໍ​ທ່ຽນ​ອ່ານ​ເໝິນ, ທຸງຊາດ​ຈີນ​ໄດ້​ຊັກ​ຂຶ້ນສູ່​ຍອດ​ເສົາ​ຢູ່​ສະໜາມ​ຫຼວງ​ຢ່າງສະຫງ່າ​ເຄັ່ງຂຶມ, ​​ໃນ​ເວລາ​ນັ້ນ, ນາງ​ຫຼິນ​ລີ້​ຍັງ​ແມ່ນ​ສາວ​ນ້ອຍ​ຢູ່. ກ່ອນ​ໜ້າ​ນີ້​ສອງ​ປີ, ແມ່​ຂອງນາງ​ທີ່​ເປັນ​ນັກ​ຂ່າວ​ຕິດຕາມ​ກອງ​ທະຫານ​ໄດ້​ເກີດ​ນາງຢູ່​ສະໜາມຮົບ.

ຂ້ອຍ​ແມ່ນ​ເກີດ​ຢູ່​ໃນ​ໂບດ, ຕອນນັ້ນ, ​ມັນ​ເປັນ​ໂຮງໝໍ​ສະໜາມ​ຂອງ​ກອງ​ທະຫານ, ຂ້ອຍ​ຫາ​ກໍ່​ເກີດ​, ​ໂບດ​ກໍ​ຖືກລະ​ເບີດ​ແລ້ວ​ພັງ​ທະລາ​ຍລົງ, ຂ້ອຍ​ລອດ​ຕາຍຢ່າງປະຕິ​ຫານ.

ຢູ່​ບ້ານ​ກ່ວນຕີ້​ຕາ​ແສງ​ອ້ຽນຊີ່​ເຂດ​ຫວຍ​ໂຢວນະຄອນຫຼວງ​ປັກ​ກິ່ງ​ທີ່​ໄກ​ຈາກ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເໝິນ60ຫຼັກ, ມີ​ເດັກ​ຊາຍ​ຜູ້​ໜຶ່ງ​ຊື່ວ່າ​ຫຼີໝິງສາຍ, ​ເວລາ​ນັ້ນ, ລາວ​​ອາຍຸ11​ປີ, ​ລາວ​ສົນ​ໃຈ​ນຳສຽງ​ປືນ​ສະດຸ​ດີ​ທີ່​ດັງ​ມາ​ຈາກ​ໃນ​ເມືອງ​. ​​​ປີ​ນີ້​​ເພິ່ນອາຍຸ71​ປີ​ແລ້ວ, ​ເພິ່ນ​ຍັງ​ຈື່​ພາບ​ທີ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ເຄື່ອນ​ທັບ​ເຂົ້າ​ເມືອງ​ເປ​ຜິ​ງ​ໃນ​ເວລາ​ນັ້ນ​ໄດ້​ດີ​ຢູ່.

ສປຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ຄຶກຄື້ນ​ຫຼາຍ, ການກວດ​​ແຖວ​ທະຫານ, ຊ້ອມ​ທະຫານ, ​ເດີນ​ສວນສະໜາມ, ສະ​ເຫຼີ​ມສະຫຼອງ​ສປຈີນ​ສ້າງ​ຕັ້ງ​.

​ໃນ​ເວລາ​ນັ້ນ, ພວກ​ເພິ່ນ​ສອງ​ຄົນ​ຍັງ​ບໍ່​ຮູ້​ວ່າ, ປະ​ເທດ​ຈີນ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນັ້ນຈະ​ເປີດ​ສັງກາດ​ໃໝ່. ຄື​ກັບທ່ານ​ປະທານ​ໝາ​ວ​ເຈີ​ຕົງ, ​ເວົ້າ​ນັ້ນ​ວ່າ, ​ແຕ່​ນີ້​ຕໍ່​ໄປປະຊາຊົນ​ຈີນ​ໄດ້​ລຸກ​ຂຶ້ນຢືນ.

ກ່ອນ​ທີ່​ປະ​ເທດ​ຈີນ​ໃໝ່ຈະ​ສ້າງ​ຕັ້ງ​ຂຶ້ນ, ຊາວ​ກະສິກອນ​ທີ່​ເກືອບ​ບໍ່​ມີ​ດິນ​ນາ​ເລີຍ, ມີ​ແຕ່​ອາ​ໄສ​ການ​ເຊົາ​ດິນ​​ຂອງ​ເຈົ້າ​ທີ່​ດິນ​ເພື່ອ​ລ້ຽງ​ຊີບ, ສ່ວນ​ຜົນ​ເກັບ​ກ່ຽວ​ສ່ວນ​ຫຼາຍ​ຕ້ອງ​ມອບ​ໃຫ້​ເຈົ້າ​ທີ່​ດິນ. ຄອບຄົວ​ຂອງ​ທ່ານ​ຫຼີໝິງສາຍ​ກໍ​​ເປັນ​ແບບ​ນີ້.

​ໃນ​ເວລາ​ນັ້ນ, ກິນ​ຄາບ​ນີ້​ແລ້ວ​ຍັງບໍ່​ຮູ້​ວ່າ​ຄາບ​ໜ້າ​ຈະ​ມີ​ກິນຫຼື​ບໍ່. ພໍ່​ຂອງ​ຂ້ອຍ​ເປັນ​ບ່າວ​ນາເຈົ້າ​ທີ່​ດິນ, ​ເພື່ອ​ຫາ​ເງິນ​ຊື້​ອາຫານ. ​ໃນ​ເວລາ​ນັ້ນ, ຄອບຄົວ​ຂ້ອຍ​ບໍ່​ມີ​ເຮືອນ​ຢູ່, ມີ​ແຕ່​ເອົາ​ງ່າ​ໄມ້​ມາ​ຄ້ຳ​​ໃສ່​ກັນ​ເປັນ​ຮັງ​ຄື​ນົກ, ​ເວລາ​ນອນ, ກໍ່​ນັ່ງ​ອີງ​ຫຼັງ​ໃສ່​ກັນ.

ພາຍຫຼັງ​ປະະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ຄອບຄົວ​ຫຼີໝິງສາຍ​ຈິ່ງ​ຈິ່ງມອງ​ເຫັນ​ຄວາມ​ຫວັງ​ແຫ່ງ​ຊີວິດ. ນັບ​ແຕ່​ລະດູ​ໜາວ​ປີ1950​ຫາ​ລະດູ​​ໃບ້​​ໄມ້​ປົ່ງ​​ປີ1953, ຈີນ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ດິນ​ທີ່​ມີ​ຂະໜາ​ດ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຈີນ. ຊາວ​ກະສິກອນ​ທີ່​ບໍ່​ມີ​ດິນ​ນາ​ຫຼື​ມີ​ດິນ​ນາ​ໜ້ອຍ300​ລ້ານ​ຄົນ​ຂອງ​ຈີນກໍ່​ໄດ້​ດິນ​ນາ​46ລ້ານ​ກວ່າ​ເຮັກຕາ​ແລະ​ພາຫະນະ​ຜະລິດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃດໆ, ​ຍົກ​ເລີກຄ່າ​ເຊົາ​ດິນຄິດ​ໄລ່​ເປັນ​ເຂົ້າ35ຕື້​ກວ່າ​ກິ​ໂລທີ່​ຕ້ອງເສຍ​ໃຫ້​ເຈົ້າ​ທີ່​ດິນ​ໃນ​ແຕ່ລະ​ປີ​.

ທ່ານ​ຫຼີໝິງສາຍ​ຍັງ​ຈື່​ວ່າ, ຄອບຄົວ​ຂອງ​ຕົນ​ໄດ້​​ດິນ0,3​ເຮັກຕາ, ​ແລະຍັງ​ໄດ້​ຄວາຍ​​ເຖິກໂຕ​ໜຶ່ງ, ຄົນໝົດ​ຄອບຄົວ​ພາກັນ​ດີ​ໃຈ​ເອົາ​ແທ້​ເອົາ​ວ່າ.

ປີ1958, ​ເມືອງຫວຍ​ໂຢ້​ວຂອງ​ນະຄອນ​ຫຼວງ​ປັກ​ກິ່ງ​ຈະ​ສ້າງ​ອ່າງ​ເກັບ​ນ້ຳ​ທີ່​ສະ​ສົມ​ນ້ຳ​ໄດ້100​ລ້ານ​ແມັດ​ກ້ອນ, ​ເພື່ອ​ເປັ່ງ​ນ້ຳ​ເຂົ້ານາ​ແລະ​ລະບາຍ​ນ້ຳ​ຖ້ວມ. ທ່ານ​ຫຼີໝິງສາຍ​ກໍ​ໄດ້​ໄປ​ເຮັດ​ວຽກ​ຢູ່​ອ່າງ​ເກັບ​ນ້ຳຄື​ກັນ. ​ໃນ​ເວລາ​ນັ້ນ, ບໍ່​ມີ​ອຸປະກອນ​ຂະໜາດ​ໃຫຍ່, ປະຊາຊົນ6​ໝື່ນ​ກວ່າ​ຄົນ​ໄດ້​ໃຊ້​ແຮງ​ຄົນ​ແລະ​ຍູ້​ລໍ້​ຂົນ​ດິນ​ແລະ​ເບ​ຕົງ2​ລ້ານ​ກວ່າ​ແມັດ​ກ້ອນ.

​ໃນ​ເວລາ​ນັ້ນ, ຫ້າວຫັນ​ຟົດ​ຟື້ນຫຼາຍ, ບໍ່​ຮູ້ສຶກ​ເມື່ອຍ​ເລີຍ. ​ເຮັດ​ວຽກຕັ້ງແຕ່​ຟ້າ​ຫາ​ກໍ່​ແຈ້ງຈົນ​ຮອດ​ຟ້າ​ມືດ. ​ຢູ່​ບ່ອນ​ເຮັດ​ວຽກ, ມີ​​ໂທລະ​​ໂຄ່ງໃຫຍ່​​ເປີດຄຳ​ຂວັນ​ເພື່ອ​ລະດົມ​ໃຈ​ຄົນ. ​ເອີ້ນ​ແມ່ຍິງ​ເປັນ​ກອງ​ວິລະ​ສັດ​ຕີ, ​ເອີ້ນ​ຜູ້ຊາຍ​ເປັນ​ກອງ​ຕະລຸມ​ບອນ.
ປີ1954, ​ໃນ​ເວລາ​ທ່ານ​ຫຼີໝິງສາຍ​ກັບພໍ່​ແມ່​ຊາວບ້ານໄປ​ອອກ​ແຮງ​ງານ​ຢູ່​ຕາມ​ດິນ​ນາ​ຂອງ​ຕົນ​ຢ່າງມີ​ຄວາມສຸກ​ແລ້ວ, ນາງ​ຫຼິນ​ລີ້​ທີ່​ຢູ່​ໃນ​​ເມືອງ​ປັກ​ກິ່ງ​ກໍ​ພໍດີ​ຮອດ​ອາຍຸ​ເຂົ້າ​​ໂຮງຮຽນ​ແລ້ວ. ພໍ່​ແມ່​ຂອງ​ນາງ​ເຮັດ​ວຽກ​ຢູ່ໃນ​ອົງກາ​ນປົກຄອງ​ລັດ​ຫຍຸ້ງ​ນຳວຽກ​ຫຼາຍ, ຈົນ​ລືມ​ວ່າ​ລູກ​ສາວ​ຂອງ​ຕົນ​ຄວນ​ເຂົ້າ​ໂຮງຮຽນ​ແລ້ວ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>