ຈີນ​ຈັດ​ພິທີ​ສວນສະ​ໜາມ​ເພື່ອ​ສະ​ເຫຼີມ​ສະຫຼອງ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ60​ປີ

(GMT+08:00) 2009-10-01 11:40:22 cri
-----------------------------------------------------------------------------------------------------------------



ຕາມ​ຂ່າວCRI, ຕອນ​ເຊົ້າ​ວັນ​ທີ1​ຕຸລາ​ນີ້, ຈີນ​ໄດ້​ຈັດ​ພິທີ​ສວນສະໜາມ​ເພື່ອ​ສະ​ເຫຼີ​ມສະ​ຫຼອງ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ60​ປີ. 14ກ້ອນ​ກຳລັງສວນສະໜາມ, 30ກ້ອນ​ກຳລັງ​ປະກອບ​ອາວຸດ​ໜ້າດິນ​ແລະ12​ກ້ອນ​ກຳລັງ​ທາງ​ອາກາດ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຮັບ​ການ​ສຳ​ຫຼວດກວດ​ແຖວ​ຈາກ​ຜູ້ນຳ​ລັດ ​ເຊັ່ນ ທ່ານ​ຫູ​ຈີນ​ທາວ ​ແລ​ະທ່ານ​ອື່ນໆ​ພ້ອມ​ດ້ວຍ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ດ້ວຍ​ໂສມ​ໜ້າ​ໃໝ່​ອ່ຽມ.


ອາວຸດ​ຍຸດ​ໂທ​ປະກອນ​ທີ່​ສະ​ແດງ​ອອກ​ໃນ​ພິທີ​ເທື່ອ​ນີ້​ມີ500​ກວ່າ​ເຄື່ອງ​ແລະ​ເຮືອບິນ150​ກວ່າ​ລຳ, ​​ແມ່ນ​ໄດ້​ສະ​ແດງກຳລັງ​ອາວຸດ​ຍຸດ​ໂທ​ປະກອນປະຈຳການ​ທີ່​ ​ຜະລິດ​ເອງ​ຫຼາຍ​ທີ່​ສຸດ​ແລະ​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​​ໃນ​ປະຫວັດ​ການ​ສວນສະໜາມ​​ໃນ​ວັນຊາດ​ທຸກ​ເທື່ອ​ທີ່​ຜ່ານ​ມາ. ອາວຸດ​ຍຸດ​ໂທ​ປະກອນ​ທີ່​ລວມທັງ ຍົນ​ຈູ່​ໂຈມ​ຈ່ຽນ-10​ແລະ​ຍົນ​ຈູ່​ໂຈມ​ຈ່ຽນ-11B​ແບບ​ໃໝ່, ​ລ້ວນ​ແຕ່​ໄດ້​ປະກົດ​ຕົວ​ເປັນ​ຄັ້ງ​ທຳ​ອິດໃນ​ພິທີ​ສວນສະໜາມ​ວັນຊາດ​, ​​ເຊິ່ງ​ໄດ້​ກວມ90%ຂອງ​ອາວຸດ​ຍຸດ​ໂທ​ປະກອນ​​ລຸ້ນ52ທີ່​ຈີນ​ຜະລິດ​ເອງ. ນີ້​ແມ່ນ​ການສະ​ແດງ​​ແສນ​ຍານຸພາບ​ທັງ​ໝົດ​ແຫ່ງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ສ້າງສາ​ກອງທັບ​ຂອງໝາກຜົນ​ໃໝ່​ສຸດ, ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ກຳລັງ​ປ້ອງ​ກັນ​ປະ​ເທດຂອງ​ຈີນ​ໄດ້​ບັນລຸ​ການ​ຫັນປ່ຽນ​ຈາກ​ການ​ສູ້​ຮົບ​ດ້ວຍ​ທະຫານ​ປະກອບ​ເຄິ່ງກົນ​ຈັກ, ​ຂະຫຍາຍ​ໄປ​ສູ່​ແບບ​ກົນ​ຈັກ​ແລະ​​ແບບ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າ​ວສານ​ປະສົມ​ກັນ​ຜ່ານ​ຂ້າມ​ໄປ​ສູ່​​ແບບ​​ປະສານເປັນ​ອົງ​ປະກອບ​ດຽວ​ຮ່ວມກັນ​ສູ້​ລົບແບບ​ປະສົມ​ອັນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>