ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາ​ມາດ​ສ້າງ​ປະ​ເທດ​ຂອງ​ຕົນ​ໃຫ້​ດີ

(GMT+08:00) 2009-10-01 14:49:57 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI,​ເວລາ10​​ໂມງ​ວັນ​ທີ1​ຕຸລາ​ນີ້,ຢູ່ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ຈັດ​ພິ​ທີ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສາທາ​ລະນະ​ລັດ​ປະຊາຊົນ​ຈີນ​ຄົບ​ຮອບ​60​ປີ​ຢູ່​ສະ​ໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ.ທ່ານ​ຫູ​ຈິນທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,​ປະ​ທານ​ປະ​ເທດ​ຈີນ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ກ່າວ​ຄຳ​ປາ​ໃສ​ສຳ​ຄັນ.​ທ່ານ​ກ່າວ​ວ່າ,ປະຊາຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາມາດ​ສ້າງ​ປະ​ເທດ​ຂອງ​ຕົນ​ໃຫ້​ດີ,​ແລະ​ກໍ່​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມາດ​ປະ​ກອບ​ສ່ວນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໂລກ.

ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ60​ປີ​ມາ​ນີ້,ປະຊາຊົນ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກລຳບາກ​ແລະ​ຄວາມ​ທົດ​ສອບ​ຕ່າງໆ​ນາໆ,ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ປະຈັກ​ຕາ​ຊາວ​ໂລກ.​ໃນ​ຕໍ່ໜ້າ,ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ​ທີ່​ເປັນ​ເອກະລາດ,​ເປັນ​ເຈົ້າ​ຕົນ​ເອງ,ຍຶດໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນຕິ,ປະຕິບັດ​ຍຸດ​ທະ​ສາດ​ໄຂ​ປະຕູ​ສູ່​ພາຍ​ນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຂະຫຍາຍມິດຕະພາບ​ແລະ​ການ​ຮ່ວມ​ມື​ກັບ​ທຸກ​ປະ​ເທດ​ບົນ​ພື້ນຖານ​ຫຼັກ5​ປະການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ,ຊຸກ​ຍູ້​ການ​ສ້າງ​ໂລກ​ທີ່​ກົມກຽວ​ກັນ​ທີ່​ມີ​ສັນຕິພາບ​ຖາ​ວອນ,​ແລະຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ.

ທ່ານ​ຫູ​ຈິນທາວ​ຍັງ​ຮຽກຮ້ອງ​ໃຫ້​ກອງທັບ​ແລະ​ກອງຕຳຫຼວດປະກອບ​ອາວຸດ ຂອງຈີນປະຕິ​ບັດ​ພາລະ​ໜ້າ​ທີ່​ຢ່າງ​ແທ້​ຈິງ,ສຸມ​ໃສ່​ການ​ປົກປັກ​ຮັກສາ​ອະທິປະ​ໄຕ,ຄວາມປອດ​ໄພ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ແລະ​ສັນຕິພາບ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>