ວົງ​ການ​ຕ່າງໆ​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ສະ​ເຫຼີ​ມສະຫຼອງ​ວັນຊາດ

(GMT+08:00) 2009-10-01 17:14:09 cri
-----------------------------------------------------------------------------------------------------------------

 


ຕາມ​ຂ່າວCRI: ວັນ​ທີ 1 ຕຸລາ​ນີ້, ນອກຈາກ​ປັກ​ກິ່ງ​ແລ້ວ, ​ແຫ່ງ​ຕ່າ​ງໆ​ຂອງ​ຈີນ​ກໍ​ໄດ້​ຈັດ​ກິດຈະກຳ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ສ.ປ.ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີ. ​ເຂດ​ປົກຄອງ​ຕົນ​ເອງ​​ຕິ​ເບ​ດ​ໄດ້​ຈັດ​ພິທີ​ຊັກ​ທຸງຊາດ​ຂຶ້ນ​ສູ່​ຍອດເສົາຢູ່​ນະຄອນ​ລາຊາ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ອຸຍ​ເກີດ​ຊິນ​ຈ່ຽງໄດ້​ຈັດ​ພິທີຊັກ​ທຸ​ງຊາດ​ຂຶ້ນສູ່​ຍອດ​ເສົາ​ຢູ່​ນະຄອນ​ອູ​ລຸ​ມກີ, ​ເພື່ອ​ອວຍພອນ​ໃຫ້​ປະ​ເທດ​ຊາດ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ວັດທະນະ​ຖາວອນ; ​ຕອນ​ເຊົ້າ​ວັນ​ທີ 1 ຕຸລາ​ນີ້, ເຂດ​ພິ​ເສດ​ຮົງ​ກົງກໍ​ໄດ້​ຈັດ​ພິທີ​ຊັກ​ທຸງຊາດ​ຂຶ້ນສູ່​ຍອດ​ເສົາ​ແລະ​ງານ​ລ້ຽງ​ຢ່າງ​ຄຶກຄື້ນ, ​ເຂດ​ພິ​ເສດມາ​ກາວ​ກໍ​ໄດ້​ຈັດ​ພິທີ​ຊັກ​ທຸງຊາດແລະ​ກິ​ດຈະ​ກຳ​ແລ່ນ​ຢ່າງ​ມວນ​ຊື່ນ​ໃນ​ວັນ​ຍ່າງ​ໂລກທີ່"ຊາວ​ມາ​ກາວ​ຕ້ອນຮັບ​ວັນຊາດ"

​ໃນ​ໄລຍະ​ບຸນວັນຊາດ, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຈະ​ສືບ​ຕໍ່​ດຳ​ເນີນ​ກິດຈະກຳປະ​ເພດ​ຕ່າງໆ​ເຊັ່ນ​ວັດທະນະທຳ, ການ​ທ່ອງ​ທ່ຽວ​ພັກຜ່ອນ, ​ເຮັດ​ໃຫ້​ບັນຍາກາດ​ຊື່ນ​ຊົມ​ຍິນດີ​ທີ່​ສ.ປ.ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີ​ຕໍ່​ເນື່ອງ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>