ພິທີ​ໃຫຍ່​ໂຕ​ມະ​ໂຫລານ60ປີ​ເປັນ​ພິຍານ​ຂອງ​ຜົນສຳ​ເລັດ​ຈີນ

(GMT+08:00) 2009-10-01 17:58:10 cri
-----------------------------------------------------------------------------------------------------------------

ສຳ​ລັບຄົນ​ຈີນ,ວັນ​ທີ1 ຕຸລາ​ບໍ່​ແມ່ນ​ວັນ​ທຳ​ມະດາ.ວັນ​ທີ1 ຕຸລາ​ປີ1949,ຢູ່​​ເທິງ​ຫໍ​ທ່ຽນ​ອ່ານ​ເມີນ ​ໃຈກາງ​ຂອງ​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ມາ​ວ​ເຈີ​ຕົງ ຜູ່​ນຳ​ທີ່​ເຖິງ​ແກ່​ກຳ​​​ໄປແລ້ວ​ຂອງ​ຈີນ​ປະກາດ​ການ​ກຳ​ເນີ​ດຂອງ​ປະ​ເທດ​ຈີນ​ໃໝ່​ໃຫ້​ທົ່ວ​ໂລກ​​ໄດ້​ຮັບ​ຮູ້.ມື້​ດຽວ​ກັນຫຼັງ60ປີຈາກ​ນັ້ນ,ຢູ່​ສະຖານ​ທີ່​​ເກົ່າ,ຈີນ​ໄດ້​ຈັດພິທີສວນ​ສະໜາມ​ສແລະ​​ເດີນຖະບວນຂອງ​ມວນ​ຊົນ,​ເພື່ອລະລຶກວັນ​ດັ່ງກ່າວ​ຢ່າງ​ຍິງ​ໃຫຍ່​.

ເວລາ10​ໂມງຂອງວັນ​ທີ1 ຕຸລາ​ນີ້​ຕາມ​ເວລາ​ປັກ​ກິ່ງ,ຄຽງ​ຄູ່​ກັບ​ສຽງປືນ​ກຽດຕິຍົດດັງ​ຂຶ້ນ60ນັດ,ພິທີສະ​ເຫຼີ​ມສະຫຼອງ​ສ.ປຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ60ປີ​ໄດ້​ເລີ່ມຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​​ເມີນ.

ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຂີ່​ລົດ​​ເກງຍີ່​ຫໍ​ທຸງ​ທີ່ຈີນ​ຜະລິດອອກ​ຈາກ​ຂົວ​ຈີ່ນສຸຍ​ຢູ່​ໜ້າ​ປະຕູຫໍທ່ຽນ​ອ່ານ​ເມີນ,​ເລີ່​ມກວດ​ແຖວ​ທະຫານ​​ແຕ່​ທິດຕາ​ເວັນ​ຕົກ​ຫາທິດ​ຕາ​ເວັນ​ອອກ.

ພາຍຫຼັງກວດ​ແຖວແລ້ວ,ກອງກ​ກຽດຕິຍົດ3​ເຫຼົ່າ​ທັບໄດ້​​ເຊີນທຸງຂອງ​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ,​ແລະ​ນຳ​ໜ້າ56ກ້ອນ​ກຳລັງ​ເດີນ​ສວນສະໜາມ,ຜ່ານ​ເຂດ​​ໃຈກາງ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ​ຕາມ​ລຳດັບ,​ເປັນ​ອັນວ່າ​ການ​ເດີນ​ຂະ​ບວນສວນສະໜາມ​​ເທື່ອ​ທີ14ຂອງ​ປະ​ເທດ​ຈີນ​ໃໝ່​ໄດ້​​ເລີ່​ມຂຶ້ນ​ຢ່າງ​ເປັນ​ທາງການ.

ກ້ອນ​ກຳລັງ​ອາວຸດ​ຍຸດ​ໂທ​ປະກອນ 30 ກ້ອນ,ກ້ອນ​ກຳລັງ​ເທິງ​ອາກາດ 12 ກ້ອນ,​ໄດ້​ສ້າງ​ສະຖິຕິ​​ໃໝ່ດ້ານ​ຈຳນວນ​ແລະ​ຄຸນ​ນະພາ​ບ​ໃນ​ປະຫວັດ​ການ​ເດິ​ນສວນສະໜາມ​ຂອງ​ຈີນ.​ໄດ້​ສະ​ແດງ​ອາວຸດ​ຍຸດ​ໂທ​ປະກອນ 52 ລຸ້ນ,ລ້ວນ​ແຕ່​ແມ່ນ​ຈີນ​ຜະລິດ​ເອງ.ອາວຸດ​ຍຸດ​ໂທ​ປະກອນ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ທີ່​ກ້າວໜ້າ​ເຊັ່ນ​ຍົນ​ເຕືອນ​ໄພ​ເທິງ​ອາກາດ ລົດ​ສູ້ຮົບ​ລຸ້ນ​ໃໝ່ ຣາດາ​ລຸ້ນ​ໃໝ່ ຍົນສອດ​ແນມ​ບໍ່​ມີ​ຄົນ​ຂັບ​ແລະ​​ສື່ສານທີ່​ຜ່ານ​ດາວ​ທຽມ​ເປັນ​ຕົ້ນ​ໄດ້​ນຳ​ອອກ​ສະ​ແດງ​ໝົດ,​ເກືອບ 90%​ແມ່ນ​ເຂົ້າ​ຮ່ວມ​ການ​ເດິ​ນສວນສະໜາມ​ເປັນ​ເທື່ອ​ທຳ​ອິດ.

ສະໜາມ​ຫລວງ​ທຽນ​ອານ​ເມິ​ນ​ໃນ​ມື້​ນີ້​ບໍ່​ພຽງ​ແຕ່​​ແຕ່​ມີສວນສະໜາມ​ເທົ່າ​ນັ້ນ,ຍັງແມ່ນ​ສະຖານ​ທີ່​ທີ່ມ່ວນ​ຊື່ນ​ຟົດ​ຟື້ນທີ່​ສຸດ.

ຫລັງ​ຈາກ​ພິທີສວນ​ສະໜາມ​ເປັນ​ເວລາ 66 ນາທີ​ແລ້ວ,ກອງ​ກຽດຕິຍົດ​ທີ່​ປະ​ກອບ​ດ້ວຍ​ກ້ອນ​ກຳລັງ​ທຸງຊາດ​ແລະກ້ອນ​ກຳລັງວັນຊາດ ປ້າຍ​ປີ1949​ຊ2009ປີ​ແລະ​ເຄື່ອງໝາຍປະຈຳ​ຊາດ​ໄດ້​ເປີດ​ສາກ​ການ​ເດີນຂະ​ບວນຂອງ​ມວນ​ຊົນ.ຄຽງຄູ່​ກັບ​ສຽງ​ດົນຕີ​ສັນລະ​ເສີນ​ທຸງ​ແດງ,ຊາວ​ໜຸ່ມ 1949 ຄົນ​ໄດ້​ຊູ​ທຸງ​​ແດງຫ້າ​ດາວ​ທີ່ເປັນ​ທຸງຊາດ​ຈີນ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດສາດ​ເດິ​ນຂະ​ບວນສະຫລອງ​ວັນຊາດ​ຍ່າງ​ນຳ​ໜ້າ​​ຂອງ​ຂະບວນກ້ອນ​ກຳລັງ.ມວນ​ຊົນ​ວົງ​ການ​ຕ່າງໆ​ໜຶ່ງ​ແສນ​ຄົນ ລົດ​ປະດັບ 60 ຄັນ​ໄດ້​ຜ່ານ​ເຂດ​ໃຈກາງ​ສະໜາມ​ຫລວງ​ທຽນ​ອານ​ເມິນ​ຕາມ​ລຳດັບ,ສົມທົບ​ກັບ​ຮູບ​ເບື້ອງຫລັງ​ທີ່​ປະກອບ​ດວ້ຍຊາວ​ໜຸ່ມ​ເຍົາວະ​ຊົນ 8​ ​ແສນ​ຄົນ​ໃນ​ສະໜາມ​ຫລວງ,​ໄດ້​ສະ​ແດງ​ວິວັດ​ທະ​ນາ​ການ​ປະຫວັດສາດ​ຂອງ​ສາທາລະນະ​ລັດ.ຢູ່​ສະໜາມຫລວງ​ໄດ້​ຮ້ອງ​ເພງ​ສັນລະ​ເສີນ​ປະ​ເທດ​ຊາດ​ຢ່າງກືກ​ກ້ອງ.

ພິທີສວນສະໜາມ​ແລະ​ການ​ເດິ​ນຂະ​ບວນຂອງ​ມວນຊົນຢູ່​ສະໜາມ​ຫລວງ​ທຽນ​ອານ​ເມິ​ນ​ແມ່ນ​ພິທີ​ໃຫຍ່​ໂຕ​ມະ​ໂຫລານ​ສະຫລອງ​ວັນ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ຄົບຮອບ 60 ປີ,​ແລະ​ຍັງ​ແມ່ນ​ພິທີ​ໃຫຍ່​ໂຕ​ມະ​ໂຫລານ​ຂອງ​ປະຊາຊົນ​ຈີນ​ທຸກ​ຖ້ວນ​ໜ້າ.

ບໍ່​ຕ້ອງ​ສົງ​ໄສ​​ເລີຍວ່າ,ຄົນ​ຈີນ​ທີ່​ສາມາດ​ເບິ່ງ​ພິທີ​ສະຫລອງ​ວັນຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ຢ່ສະຖານ​ທີ່​ຕົວ​ຈິງ​ນັ້ນ​ແມ່ນ​ກຸ່ມ​ຄົນ​ທີ່​​ໂຊກ​ດີ​ທີ່​ສຸດ.

ໃນ​ແທ່ນ​ຊົມ​ຂອງ​ແຂກ​ຜູ້​ມີ​ກຽດ, ທ່ານ​ເວີ້​ຍຈິ່ນ​ເສິ່ງ, ທີ່​ປຶກສາ​ລັດຖະບານ​ຈີນ​ເບິ່ງ​ລົດ​ບັນທຸກ​ອາວຸດຍຸດ​ໂທ​ປະກອນ​ແບບ​ໃໝ່​ແລ່ນ​ຜ່ານ​ຄັນ​ແລ້ວ​ຄັນ​ອີກ, ​ທ່ານ​ຮູ້ສຶກ​ພາກ​ພູມ​ໃຈ​ທີ່​ສຸດ​ຕໍ່ກຳລັງ​ປ້ອງ​ກັນ​ປະ​ເທດ​ທີ່​ສະ​ແດງ​ໃນ​ການ​ເດີນ​ສວນສະໜາມ​ເທື່ອ​ນີ້.

"ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ພວກເຮົາ​​ເຂັ້ມ​ແຂງຫຼາຍ, ​ໄວ້​ໃຈ​ໄດ້, ສາມາດ​ປົກ​ປັກ​ຮັ​ກສາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ, ພ້ອມ​ກັນນັ້ນກໍ່​​ແມ່ນ​ກຳລັງ​ທີ່​ໄວ້​​ໃຈ​ໄດ້​​ໃນ​ການ​ປົກ​ປັກ​ຮັກສາສັນຕິພາບ​ຂອງ​ໂລກ."

ປະຊາຊົນ​ຈີນ​ສ່ວນຫຼາຍທີ່​ສຸດ​ແມ່ນ​ໄດ້​ຊົມ​ພິທີ​ສະ​ເຫຼີມສະ​ຫຼອງທີ່​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງທ່ຽນ​ອານ​ເມີນ​ໂດຍ​ຜ່ານການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ, ການກະຈາຍສຽງ​ແລະ​ອິນ​ເຕີ​ເນັດ. ​ເຖິງ​ວ່າ​​ບໍ່​​ໄດ້ຢູ່ບ່ອນ​ຈັດ​ພິທີ​ກໍ່ຕາມ, ​ແຕ່​ກໍ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຄື​ກັນ. ​ໃນ​ຮ້ານ​ຄ້າ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ, ນັກ​ຂ່າວ​ໄດ້​ສຳພາດ​ທ່ານ​ລີ​ເຕີ​ຢູ້, ຊາວ​ເມືອງ​ປັກ​ກິ່ງທີ່​​ເບິ່ງ​ຈໍ​ໃຫຍ່​ຊົມ​ການ​​ສວນສະໜາມ​ແລະ​ການ​ເດີນ​ຂະ​ບວນຂອງ​ມວນ​ຊົນ.

"​ເທື່ອ​ນີ້​ງາມຫຼາຍ, ​​ເປັນ​ການ​ປຸກ​ລະດົມກຳລັງ​ໃຈ​ປະຊາຊົນ​ທົ່ວ​ປະ​ເທດຢ່າງຫຼວງຫຼາຍ".

ຈາກ​ປີ 1949 ຫາ​ປີ 2009, ບໍ່​ພຽງ​ແຕ່​ແມ່ນ​ການ​ຂ້າມຜ່ານ​ຂອງ​ເວລາ​ເທົ່າ​ນັ້ນ, ຍັງແມ່ນ​ການ​ກ້າວ​ກະ​ໂດດ​ອັນ​ໃຫຍ່ຫຼວງຂອງ​ກຳລັງ​ແຮງ​ຕົວ​ຈິງ​ຂອງ​ຊາດ. ປະ​ເທດ​ຈີນ​ໃໝ່​ໃນ​ເວລາ​ຫາ​ກໍ່ສ້າງ​ຕັ້ງຂຶ້ນ, ຍັງ​ແມ່ນ​ປະ​ເທດ​ກະສິກຳ​ທີ່ຫຼ້າຫຼັງຄື​"ລົດ​ຄັນ​ໜຶ່ງ​ກໍ່​ບໍ່​ສາມາດ​ຜະລິດອອກ​ໄດ້", ຜ່ານການ​ພັດທະນາ​ມາ 60 ປີ, ຈີນ​ໄດ້​ພັດທະນາ​ເປັນ​ອົງ​ກອນ​ເສດຖະກິດ​​ໃຫຍ່​ອັນ​ດັບ 3 ຂອງ​ໂລກ​ແລ້ວ.

ສາມາດ​ເວົ້າ​ໄດ້​ວ່າ, ​ເຕັກນິກ​ທາງ​ການ​ທະຫານ​ຂອງ​ປະ​ເທດ​ໃດກ້າວ​​ໜ້າທັນ​ສະ​ໄໝ, ​ມັນ​ກໍ່​ສະ​ແດງ​ໃຫ້​ເຫັນ​ກຳລັງ​​ແຮງສັງ​ລວມຂອງປະ​ເທດ​ນັ້ນຍົກ​ສູງ​ຂຶ້ນ. ​ສະນັ້ນ, ພິທີ​ສະຫຼອງທີ່​ຈັດ​ຂຶ້ນ​ໃນ​ສະໜາມຫຼວງທ່ຽງ​ອານ​ເມີນ​ໃນ​ວັນ​ທີ 1 ຕຸລາ​ນີ້, ມີ​ຄວາມໝາຍ​ເລິກ​ເຊິ່ງຍາວ​ໄກ​ກວ່າ​​ເກົ່າ. ທ່ານ​ສິນ​ສຽວ​ອີ່​ງ, ນັກວິຊາການ​ທີ່​ມີ​ຊື່​ສຽງ​ຊີ້​ອອກ​ວ່າ:

"ການ​ເດີນຂະ​ບວນ​ທີ່​ລະ​ລຶກສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີ, ມີ​ລັກສະນະ​ພິ​ເສດ​ອັນ​ໜຶ່ງ​ຄື​ຖື​ຄົນ​ເປັນ​ກົກ, ມີ​ບົດບາດ​ທີ່​ເຕົ້າ​ໂຮມ​ຈິດ​ໃຈ, ປຸກລະດົມ​ຈິດ​ໃຈ​​ເພື່ອ​ໃຫ້​ຈີນ​ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ອະນາຄົດຢ່າງ​ໃຫຍ່​ຫຼວງ."

ຄົນ​ຈີນ​ຄວນ​ຮູ້​ສຶກພາກ​ພູມ​ໃຈ​ຍ້ອນ​ປະ​ເທດ​ຊາດ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 60 ປີ. ​ໃນ 60 ປີ​ມາ​ນີ້, ຈີນ​ໄດ້​ບັນລຸ​ການ​ປ່ຽນ​ແປງ​ຈາກ​ປະ​ເທດ​ອ່ອນ​ແອ​ກາຍ​ເປັນ​ປະ​ເທດ​​ໃຫຍ່​ທີ່​ສຳຄັນ​ໃນ​ໂລກ, ​ໄດ້​​​ເດີນ​ຕາມ​ເສັ້ນທາງ​ອັນ​ຍິ່ງ​ໃຫຍ່​ທີ່​ຟື້ນ​ຟູ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ. ຜົນ​ສະທ້ອນຂອງ​ຈີນ​ຕໍ່​ທົ່ວ​ໂລກ​ກໍ​ນັບ​ມື້​ນັບ​ເດັ່ນ​ຊັດ​ຂຶ້ນ. ລັດຖະບານ​ຈີນ​ພວມ​ຫວນ​ຄືນ​ໝາກຜົນ​ແລະ​ບົດຮຽນ​ໃນ 60 ປີຜ່ານມາ, ​ໂລກ​ກໍ່​ພວມຄອງ​ຄອຍ​ເບິ່ງ​ອະນາຄົດ​ຂອງ​ຈີນ.

ກໍ​ຄື​ຜູ້ນຳ​ຈີນ​​ໄດ້​ເວົ້າວ່າ, ຈີນ​ບໍ່​ສາມາດ​ແຍກ​ອອກຈາກ​ໂລກ, ​ໂລກ​ກໍ​ຕ້ອງການ​ຈີນ​ຄື​ກັນ. ປະທານ​ຫູ​ຈີນ​ທ່າວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາຢູ່​ເທິງ​ເວທີ​ຄະນະ​ປະທານ​ທີ່​ຖ່ຽນອ່ານ​ເໝີ​ນວ່າ, ການ​ສຳ​ເລັດ​ຜົນ​ຂອງ​ຈີນ​ໃນ​ອະນາ​ຄົດ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​​ເກົ່າ​ຕໍ່​ທົ່ວ​ໂລກ.

"ປະຊາຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມາດ​ສ້າງສາ​ປະ​ເທດ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ, ກໍ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມາດ​ປະກອບສ່ວນ​​ເທົ່າ​ທີ່​ຄວນ​ຂອງ​ຕົນ​ຕໍ່​ໂລກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>