ທ່ານ​ຫູ​ຈິນທາວກວດກາ​ວຽກ​ງານປ້ອງ​ກັນ​ຄວາມ​ປອດ​ໄພ,​ຄົມມະ​ນາຄົມ​ແລະ​ການ​ທ່ອງ​ທ່ຽວ​ໄລຍະ​ວັນຊາດ​ທີ່​ປັກ​ກິ່ງ

(GMT+08:00) 2009-10-08 16:56:01 cri
-----------------------------------------------------------------------------------------------------------------


ຕາມ​ຂ່າວCRI: ວັນ​ທີ7ຕຸລາ​ນີ້,ທ່ານ​ຫູ​ຈິນທາວ,​ເລຂາທິການ​ໃຫຍ່ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ,ປະທານ​ປະ​ເທດຈີນ,ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງຈີນ​ໄດ້​ລົງ​​ໄປຢ້ຽມຢາມພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນຫຼວງ​ປັກ​ກິ່ງ​ສາຂາ​ທ່ຽນ​ອັນ​ເມີນ,ສະຖານີ​ລົດ​ໄຟ​ໃຕ້​ດິນ​ສາຍ​ທີ4​ແລະ​ພະລາດ​ຊະ​ວັງ​ລະດູ​ຮ້ອນ,​ເພື່ອກວດກາວຽກ​ງານປ້ອງ​ກັນ​ຄວາມ​ປອດ​ໄພ,ຄົມມະນາຄົມ​ແລະ​ການ​ທ່ອງ​ທ່ຽວ​ໄລຍະ​ວັນຊາດ​ທີ່​ປັກ​ກິ່ງ.ທ່ານ​ໄດ້​ຢື້​ຢ້າມຖາມ​ຂ່າວ​ພະນັກງານ,ຕຳຫຼວດ​ປ້ອງ​ກັນ​ຄວາມ​ສະຫງົບ​,ນາຍ​ແລະ​ພົນຕຳຫຼວດທີ່​ປະຕິບັດ​ໜ້າ​ທີ່​ຢ່າງ​ຫ້າວຫັນ,​ທ່ານ​ໄດ້ຖາມ​ຂ່າວຄາວແລະ​ຂອບ​ໃຈຢ່າງ​ຈິງ​ໃຈ​.


ຢູ່​ສູນ​ບັນຊາ​ສາຂາ​ເຂດ​ທ່ຽນ​ອັນ​ເມີນ​ຂອງ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ປັກ​ກິ່ງ,ທ່ານ​ຫູ​ຈິນທາວ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ໄລຍະ​ວັນຊາດ​ຢ່າງ​ລະອຽດ,ຊົມ​ອຸປະກອນຂອງຕຳຫຼວດ​ທີ່​ທັນ​ສະ​ໄໝ,ຕ້ອນຮັບ​ການ​ເຂົ້າພົບ​ຂອງ​ຜູ່​ຕາງໜ້າ​ຕຳຫຼວດ​ພິ​ເສດ,ຕຳຫຼວດ​ລາດ​ຕະ​ເວນ,ຕຳຫຼວດຈາລະ​ຈອນຂອງ​ປັກ​ກິ່ງ,ນາຍແລະພົນຕຳຫຼວດປະກອບອາວຸດຈຳນວນ​ໜຶ່ງທີ່​ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ທ່ຽນ​ອັນ​ເມີນ.

ທ່ານ​ຫູ​ຈິນທາວ​ຍັງ​ຂີ່​ລົດ​ໄຟ​ໃຕ້​ດິນ​ສາຍ​ທີ4ທີ່​ຫາ​ກໍ່​ເລີ່​ມ​ແລ່ນຮັບ​ໃຊ້ກ່ອນ​ວັນຊາດ​ຈີນ,​ໄປ​ພະລາດ​ຊະ​ວັງ​ລະດູ​ຮ້ອນ ​ແຫຼ່ງທ່ອງ​ທ່ຽວທີ່​ມີ​ຊື່​ສຽງ​ຂອງ​ປັກ​ກິ່ງ.ຢູ່​​ແຫ່ງ​ນັ້ນ,ທ່ານ​ຫູ​ຈິນທາວ​ໄດ້​ຢື້​ຢາມ​ຖາມ​ຂ່າວ​ພະນັກງານ,ອາສາ​ສະໝັກ,ຜູ່ທຳ​ອະນາ​ໄມ,​​ໂອ້​ລົມ​ກັບ​ນັກ​ທ່ອງທ່ຽວ​ຊາວຈີນ​ແລະຊາວ​ຕ່າງ​ປະ​ເທດ​ຢ່າງ​ສະໜິດສະໜົມ,​ເພື່ອຊອກ​ຮູ້​ສະພາບ​ການ​ສັນຈອນ,ການ​ບໍລິການມວນຊົນ ​ແລະ​ວຽກ​ງານກວດກາຄວາມ​ປອດ​ໄພຂອງ​ປັກ​ກິ່ງ​ໃນ​ໄລຍະ​ວັນຊາດ.ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,​ໃນຖານະ​ເປັນ​ຕົວ​ເມືອງ​ສາກົນ​​ໃຫຍ່,ປັກ​ກິ່ງ​ຕ້ອງ​ແກ້​ໄຂ​ບັນຫາ​ຄົມມະນາຄົມ​ຂອງ​ຕົວ​ເມືອງ​ໃຫ້​ດີ,​ເສີມ​ຂະຫຍາຍ​ບົດບາດສຳຄັນຂອງ​ລະບົບ​ຂົນ​ສົ່ງສາທາລະນະ​ໂດຍ​ສະ​ເພາະ​​ແມ່ນ​ລົດ​ໄຟ​,ສະໜອງ​ຄວາມ​ວ່ອງ​ໄວ,ຄວາມປອດ​ໄພ,ຄວາມສະດວກ​​ສະບາຍ​ໃນ​ການ​ເດີນທາງໃຫ້​ແກ່​ປະຊາ​ຊົນ​ທົ່ວ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>