ຮອງ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ກ່າວວ່າ ບົດບາດ​ຂອງ​ຈີນ​ໃນວຽກ​ງານ​ສາກົນ​ແມ່ນ​ສຳຄັນ​ທີ່​ສຸດ

(GMT+08:00) 2009-10-09 16:27:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ທ່ານ​ຊ່າ​ຈູ​ຄ່າງ,ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ເສດຖະກິດ​ແລະ​ສັງຄົມ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ເປັນ​ພິ​ເສດ,ທ່ານ​ກ່າວ​ວ່າ,ບົດບາດ​ຂອງ​ຈີນ​ໃນ​ວຽກ​ງານ​ສາກົນ​ແມ່ນ​ສຳຄັນ​ທີ່​ສຸດ,​ຈີນ​ໄດ້ມີ​ການ​ປະກອບສ່ວນ​ນັບ​ມື້​ນັບ​ຫຼາຍຂຶ້ນ.

ທ່ານ​ຊ່າ​ຈູ​ຄ່າງ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ,​ແມ່ນ​ປະ​ເທດ​ສະມາຊິກຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,ຍັງ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ຮັບຜິດຊອບ.​ໃນ​ບັນຫາຕ່າງໆ​ທີ່​ປະຊາ​ຄົມ​ໂລກ​ສົນ​ໃຈ​ເຊັ່ນ​ການ​ຫຼຸດອາວຸດ​ນີວ​ເຄຼຍ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ອື່ນໆ,ຫຼັກ​ໝັ້ນ​ຂອງ​ຈີນ​ແມ່ນ​ສົມ​ເຫດ​ສົມ​ຜົນ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ.​ໃນ​ບັນຫາ​ຮັກສາ​ສັນຕິພາບ,ຈີນ​ແມ່ນ​ປະ​ເທດ​ທີ່​ສົ່ງ​ທະຫານ​ຮັກສາ​ສັນຕິພາບ​​ໄປ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ​ບັນດາປະ​ເທດສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ.

ທ່ານ​ຊ່າ​ຈູ​ຄ່າງ​ກ່າວ​ວ່າ,ຈີນ​ແມ່ນ​ກຳລັງ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ,ຊຸກຍູ້​ການ​ພັດທະນາ.ຈີນ​ສະ​ແຫວ​ງ​ຫາການ​ເຂົ້າ​ຮ່ວມ​ວຽກ​ງານ​ສາກົນຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ,​ແຕ່​ບໍ່​ແມ່ນ​ຢາກ​ຍາດ​ແຍ່ງ​ສິດ​ນຳພາ,ຍິ່ງ​ບໍ່​ສະ​ແຫວ​ງຫາ​ເຈົ້າອຳນາດ.ທີ່​ຈິງ​ແລ້ວ,ປະ​ເທດທີ່​ພວມ​ພັດທະນາທັງຫຼາຍເຊິ່ງລວມທັງ​ຈີນ,​​ໃນ​ວຽກ​ງານ​ສາກົນ,ບໍ່​ໄດ້​ຮັບ​ສິດອອກສຽງເທົ່າ​ທີ່​ຄວນ,ນີ້​ກໍ່​ແມ່ນ​ບັນຫາ​ທີ່​ປະ​ເທດ​ຈຳນວນ​ໜຶ່ງ​ສະ​​ເໜີ​ຂຶ້ນເລື້ອຍໆ​ກ່ຽວ​ກັບວ່າ ລະບຽບ​ສາກົນ​ບໍ່​ຍຸດຕິ​ທຳ,ບໍ່​ສົມ​ເຫດ​ສົມ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>