ທ່ານ​ທັກ​ສິນ ຊິນ​ນະ​ວັດ,​ອະ​ດີດ​ນາ​ຍົກ​ໄທ​ເດີນ​ທາງ​ໄປ​ເຖິງ​ພະ​ນົມ​ເປັນ,ການ​ພົວ​ພັນ​ລະ​ຫວ່າງ​ໄທ​ກັບ​ກຳ​ປູ​ເຈຍ​ເຮັດ​ໃຫ້​ຫຼາຍ​ຝ່າຍ​ເປັນ​ຫ່ວງ​ນຳ.

(GMT+08:00) 2009-11-11 16:45:43 cri
-----------------------------------------------------------------------------------------------------------------

ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ ທ່ານ​ຜູ່ຟັງ​ທີ່​ໂຄລົບ, ​ໂດຍ​ຕອບ​ສະຫນອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ, ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ທັກສິນ ຊິນນະ​ວັດ,ອະດີດ​ນາຍົກລັດຖະມົນຕີ​ໄທ​ທີ່​ໄປອາ​ໄສ​ຢູ່​ຕ່າງປະ​ເທດນັ້ນ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫຼວງພະນົມ​ເປັນຂອງ​ກຳປູ​ເຈຍ, ​ເພື່ອ​ໄປ​ຖ່າຍ​ທອດ​ປະສົບ​ການ​ແກ່​ວົງ​ການ​ເສດຖະກິດ​ກຳປູ​ເຈຍ. ການ​ກະທຳ​ດັ່ງກ່າວຂອງ​ທ່ານ​ທັກສິນ​ຖືກ​ຖື​ເປັນ​ສັນຍະ​ລັກ​ທີ່​ຮັບ​ເອົາ​ຕຳ​ແຫນ່​ງ​ເປັນທີ່​ປຶກສາ​ເສດຖະກິດ ຂອງ​ລັດຖະບານ​ກຳປູ​ເຈຍ, ດ້ວຍ​ເຫດ​ນີ້, ການ​ພົວພັນ​ລະຫວ່າງ​ໄທ​ກັບ​ກຳປູ​ເຈຍ​ທີ່​ເຄັ່ງ​ຕຶງ​ຂຶ້ນຢູ່​ແລ້ວ​ນັ້ນ​ຍິ່ງ​ເຄັ່ງ​ຕຶງ​ຂຶ້ນຕື່ມ​ອີກ.

  ວັນ​ທີ 4 ພະຈິກ​ນີ້, ​ຢູ່​ທີ່​ນະຄອນຫຼວງ​ພະນົມ​ເປັນ, ທ່ານ​ຮຸນ​ແຊນ,ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​​ແຕ່ງ​ຕັ້ງທ່າ​ນທັກສິນ ຊິນນະ​ວັດ​ເປັນ​ທີ່​ປຶກສາ​ສ່ວນ​ຕົວ​ຂອງ​ທ່ານ ​ແລະ​​ເປັນທີ່​ປຶກສາດ້ານ​ເສດຖະກິດ​ຂອງ​ລັດຖະ ບານ​ລາຊະ​ອານາຈັກ​ກຳປູ​ເຈຍ.  ພາຍຫຼັງການ​ແຕ່ງ​ຕັ້ງ​ດັ່ງກ່າວມີ​ຂຶ້ນ ກໍ່​ເກີດ​ມີ​ສຽງ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ທັນທີ​ຈາກຝ່າຍໄທ, ​ເພື່ອ​ປະ​ທ້ວງ​ການ​ກະທຳ​ດັ່ງກ່າວ ຂອງ​ກຳປູ​ເຈຍ, ​ໃນ​ວັນ​ທີ 5ພະຈິກ​ນີ້ ໄທ​ໄດ້​ຮຽກ​​ເອກ​ອັກຄະ​ລັດຊະ​ທູດ​ຂອງ​ຕົນ ທີ່​ປະຈຳ​ຢູ່ກຳ​ປູ​ເຈຍ​ກັບ​ຄືນ​ປະ​ເທດ, ​ເພື່ອ​ເປັນ​ການ​ຕອບ​ໂຕ້ຄືນ ກຳປູ​ເຈຍ​ກໍ່​ໄດ້​ຮຽກ​ເອກ​ອັກ​ຄະ​ລັດຊະ​ທູດ​ຂອງ​ຕົນ​ກັບ​ຄືນ​ປະ​ເທດເຊັ່ນ​ກັນ. ທ່ານ ອະພິສິດ ​ເວ​ດຊາ​ຊີວະ, ນາຍົກລັດຖະມົນຕີ​ໄທ ກ່າວໃນ​ມື້​ດຽວ​ກັນວ່າ, ຈະ​ພິຈາລະນາ​ຄືນ​ກ່ຽວ​ກັບ​ການ​ພົວພັນທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ​ແລະ​ຈະຕິດຕາມ​ສະຖານະ​ການ ​ແລ້ວ​ຈຶ່ງ​ຕັດສິນ​ໃຈ​ວ່າ​ຄວນ​ຈະສືບ​ຕໍ່ຫຼຸດລະດັບ​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ລົງຫຼືບໍ່, ​ໃນ​ຂະນະ​ດຽວ​ກັນ​ທ່ານ​ໄດ້​ປ​ະ​ກາດ​ວ່າ, ຈະ​ຢຸດຕິ​​ໂຄງການ​ຮ່ວມ​ມືລະຫວ່າງສອງ​ປະ​ເທດ​ ແລະ​​ໂຄງການ​ຊ່ວຍ​ເຫຼືອຕໍ່ ກຳປູ​ເຈາ​ຍ​ເປັນ​ການ​ຊົ່ວຄາວ, ຫວັງ​ວ່າ​ກຳປູ​ເຈຍ​ຈະ​ທົບ​ທວນຄືນ​ການ​ກະທຳ​ຂອງ​ຕົນ​ເອງວ່າ ​ຖືກຕ້ອງ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງສອງ​ປະ​ເທດ ທີ່​ຍຶດໝັ້ນມິດຕະພາບ ​ແລະ​ສະຖຽນ​ລະ​ພາບ​ມາ​ໂດຍ​ຕະຫຼອດຫຼືບໍ່.

 ເຖິງ​ວ່າ​ປະ​ເຊີນ​ກັບ​ການ​ປະ​ທ້ວງຢ່າງ​ຮຸນ​ແຮງ​ແລະ​ມາດ​ຕະການ​ຕ່າ​ງໆ​ຈາກໄທ, ​ແຕ່ກຳປູ​ເຈຍກໍ່​ຍັງ​ຍຶດໝັ້ນ​ຫຼັກ​ໝັ້ນ​ຂອງ​ຕົນ. ວັນ​ທີ 8 ພະຈິກ​ນີ້ຢູ່​ພະ​ນົມ​ເປັນ, ທ່ານ​ຮຸນ​ແຊນ, ນາຍົກລັດຖະ ມົນຕີກຳປູ​ເຈຍ​ກ່າວ​ວ່າ, ທ່ານ​ທັກສິນ​ຈະ​ຢ້ຽມຢາມ​ກຳປູ​ເຈຍ​ໃນ​ວັນ​ທີ 12 ພະຈິກ​ນີ້​ຕາມ​ຄຳ​ເຊີນ​, ​ແລະຖ່າຍ​ທອດ​ບົດ​ຮຽນ​​ໃຫ້​ຜູ້​ຊ່ຽວຊານດ້ານ​ເສດຖະກິດ​ຂອງ​ກຳປູ​ເຈຍ. ​ແຕ່​ທ່ານທັກສິນ​ໄດ້​​​ເດີນທາງ​ເຖິງສະໜາມ​ບິນ​ສາກົນ​ພະ​ນົມ​ເປັນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ພະຈິກ, ​ໄວ​ກວ່າ​ເວລາ​ກຳນົດ 2 ວັນ, ທ່ານ​ຮຸນ​ແຊນກ່າວ​ວ່າ​ກຳປູ​ເຈຍ​ຍິນ​ດີ​ຕ້ອນຮັບ​ທ່ານ​ທັກສິນຫຼາຍ.

ນັກວິ​ເຄາະ​ເຫັນ​ວ່າ, ​ເຖິງ​ວ່າ​ທ່ານ​ທັກສິນ​ຢ້ຽມຢາມ​ກຳປູ​ເຈຍ​ເທື່ອ​ນີ້​ມີ​ເວລາ​ບໍ່​ດົນ, ​ແຕ່​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ຍິນ​ດີ​ຮັບຕຳ​ແໜ່​ງ​ເປັນ​ທີ່​ປຶກສາ​ເສດຖະກິດ​ຂອງ​ລັດຖະບານ​ກຳປູ​ເຈຍ, ​ເລື່ອງ​ນີ້​ຈະ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ທີ່ຍັງ​ບໍ່​ທັນ​ຟື້ນ​ຟູຈາກ​ການ​ປະ​ທະ​ກັນຢູ່ຊາ​ຍ​ແດນ​ນັ້ນ​ຊຸດ​ໂຊມ​ລົງ​​ເຖິງ​ຈຸດ​ຕ່ຳ​ສຸດ.


ລັດຖະບານ​ໄທ​ກ່າ​ວວ່າ, ຖ້າວ່າ​ມີ​ການ​ຢືນຢັນ​ວ່າ​ທ່ານ​ທັກສິນ​ໄປ​ຮອດ​ກຳປູ​ເຈຍ​ແລ້ວ, ຈະ​ອີງ​ຕາມ​ສັນຍາ​ສົ່ງ​ຄົນ​ຮ້າຍ​ຂ້າມ​ແດນ​ທີ່​ສອງ​ຝ່າຍ​ເຊັນ​ກັນ​ນັ້ນ​ຮຽກຮ້ອງ​ໃຫ້​ກຳປູ​ເຈຍ​ສົ່ງ​ຕົວທ່າ​ນທັກສິນ​ໃຫ້​ໄທ. ​ແຕ່​ວ່າ​ກຳປູ​ເຈຍ​ຍັງ​ຍຶດໝັ້ນ​ຈະ​ບໍ່​ສົ່ງ​ຕົວ​ທ່ານ​ທັກສິນ​ໃຫ້​ໄທ​ຄື​ເກົ່າ.

​ນັກວິ​ເຄາະ​ເຫັນ​ວ່າ,​ເທື່ອ​ນີ້,ກຳປູ​ເຈຍ​ໃຊ້​ຫຼັກໝັ້ນ​ແຂງ​ກະດ້າງ​ປານ​ນີ້​​ໃນ​ບັນຫາ​ທັກສິນ,​ແລະສ້າງ​ຄວາມ​ຂັດ​ແຍ່ງກັບ​ລັດ​ຖະ​ບານ​ໄທ,​ແມ່ນ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ປະ​ໂຫຍ​ດທາງ​ສອງ​ດ້ານ,ຄື​:​ການ​ເມືອງ​ແລະ​ເສດຖະກິດ.ກ່ອນ​ອື່ນ,​ແຕ່​ຕົ້ນປີ​ນີ້​ມາ,​ກອງ​ທະ​ຫານ​ຂອງ​ໄທ​ແລະ​ກຳ​ປູ​ເຈຍ​ເປັນ​ປໍ​ລະ​ປັກ​ກັນຍ້ອນ​ມີ​ຄວາມ​ຂັດ​ແຍ່ງ​ກັນກ່ຽວ​ກັບ​ດິນ​ແດນ​ຢູ່​ອ້ອມ​ຜາ​ສາດ​ພະ​ວິ ຫານ,​ຈົນ​ຮອດ​ຊູ່​ມື້​ນີ້ການ​ເຈລະຈາ​ກ່ຽວ​ກັບ​ເລື່ອງ​ນີ້​ກໍ່​ບໍ່​ໄດ້​ຮັບຄວາມ​ຄືບ​ໜ້າ​ລັກສະນະ​ທາດ​ແທ້​ຫຍັງ.​ສະ​ນັ້ນ,​ວົງ​ການ​ພາຍ​ນອກ​ທວາຍ​ເບິ່ງ​ວ່າ,​ທ່າ​ທີ​ແລະ​ການ​ຕັດສິນ​ຂອງ​ກຳປູ​​ເຈຍ​ແມ່ນ​ຢາກ​ໃຊ້​ແຮງ​ກົດ​ດັນ​ຕໍ່​ລັດ​ຖະ​ບານ​ໄທ,​ແລະ​​ໃຊ້​ເປັນ​ໂຕ້ນ​ຊີງ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ບັນ​ຫາ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ.​ນອກ​ນີ້,​ລັດ​ຖະ​ບານ​​ທັກ​ສິນ​ເຄີຍ​ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ສ້າງ​ທາງ​ຫຼວງ​ຢ່າງ​ໜ້ອຍ​4​ສາຍ,​ສະ​ນັ້ນ,​ທ່ານ​ຮຸນ​ແຊນ​ສະ​ໜັບ​ສະ​ໜູນ​ທ່ານ​ທັກ​ສິນ​ຢ່າງ​​ແຂງ​ແຮງ,​ຄື​ຊິ​ຢາກ​ດຶງ​ດູດ​ທ່ານ​ທັກ​ສິນ​ລົງ​ທຶນ​ຢູ່​ກຳ​ປູ​ເຈຍ,​ເຊິ່ງ​ລວມ​ທັງ​ໂຄງ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ​ເທິງ​ທະ​ເລ.

ວົງ​ການ​ພາຍ​ນອກ​ເຫັນ​ໂດຍ​ທົ່ວ​​ໄປ​ວ່າ,ກ່ຽວ​ກັບ​ເລື່ອງ​ທີ່ກຳ​ປູ​ເຈຍ​ຈະ​ສົ່ງ​ທ່ານ​ທັກສິນ​ກັບ​ຄືນ​ໄທ​ຫຼື​ບໍ່,​ສົງ​ຄາມ​ດ້ານ​ການ​ຕ່າງ​ປະ​ເທດ​ລະ​ຫວ່າງ​ໄທ​ກັບ​ກຳ​ປູ​ເຈຍ​ຍັງ​ຈະ​ເລື່ອນ​ຂັ້ນ​ອີກ,​ໄທ​ຈະ​ໃຊ້​ມາດ​ຕະ​ການ​ການ​ຕ່າງ​ປະ​ເທດ​​ແນວ​ໃດ​ຂຶ້ນ​ຢູ່​ກັບ​ທ່າ​ທີ​ຂອງ​ກຳ​ປູ​ເຈຍ,​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ​ຈຶ່ງ​ເຫັນ​ໄປ​ໃນ​​ແງ່​ດີ​ບໍ່​ໄດ້​ດ້ວຍ​ເຫດ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>