ງ່າ​ໄມ້​ໝາກ​ສົ້ມມໍ​ອັນລ້ຳ​

(GMT+08:00) 2008-05-22 19:47:48 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 7 ​ເມສາ​ນີ້,ງ່າ​ໄມ້​ໝາກ​ສົ້ມມໍ​ງ່າໜຶ່ງ​ທີ່​ນາງ​ສາວຕຳ​ແໜ່​ງສູງ​ສຸດເຮັດ​ພິທີ​ໄຕ້​​ເຊື້ອ​ໄຟ​ສັກສິດ​ຊູ​ຂຶ້ນ​ໃນ​ພິທີ​​ໄຕ້​ເຊື້ອ​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ຢູ່​​ເກຼັກນັ້ນ​ໄດ້​ຍ້າຍ​ມາ​ວາງສະ​ແດງ​ຢູ່ເຮືອນ​ແກ້ວ​ໃນ​ສວນ​ພືດ​ປັກ​ກິ່ງ,​ໄດ້​ດູດ​ດຶງ​ປະຊາຊົນ​ຫຼາຍໆ​ຄົນ​ມາ​ຊົມ​ເບິ່ງ.

ງ່າ​ໄມ້​ໝາກ​ສົ້ມມໍທີ່​ວາງສະ​ແດງ​ໃນ​ເທື່ອ​ນີ້,​ແມ່ນ​ງ່າ​​ໄມ້​ໝາກ​ສົ້ມມໍ​ພຽງ​ງ່າ​ດຽວ​ທີ່​ນາງ​ສາວຕຳ​ແໜ່​ງສູງ​ສຸດເຮັດ​ພິທີ​ໄຕ້​ເຊື້ອ​ໄຟ​ສັກ​ສິດ​ນຳ​ໃຊ້​ໃນ​ພິທີ​ໄຕ້​ເຊື້ອ​​ໄຟ​ສັກສິດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008,ດັ່ງ​ນັ້ນ,ລ້ຳ​ຄ່າ​ທີ່​ສຸດ.ສິ່ງ​ທີ່​ວາງສະ​ແດງ​ນຳກັນ​ນັ້ນ​ຍັງ​ມີ​ປ້າຍ​ວາງສະ​ແດງ​ໃຫຍ່​ທີ່​ຍາວ​ປະມານ 16 ​ແມັດ​ຫຼາຍ​ແຜ່ນ,​ເທິງປ້າຍ​ວາງສະ​ແດງ​ເຫຼົ່າ​ນີ້,​ໄດ້​ຕິດ​ຮູບ​ແລະ​ໜັງສື​ຈຳ​ນວນ​ຫຼວງ​ຫຼາຍ,​ເພື່ອ​ແນະນຳ​ຄວາມ​ຮູ້​ທີ່​ກ່ຽວຂ້ອງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ.ງານ​ວາງສະ​ແດງ​ເທື່ອ​ນີ້​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 10 ​ເມສາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>