​ຄຳສັ່ງ​ຈຳກັດ​ຖົງ​ພລາສຕິກ

(GMT+08:00) 2008-06-02 16:17:24 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ນັບ​ແຕ່ວັນ​ທີ1ມິຖຸນາ​ນີ້​ເປັນຕົ້ນ​ໄປ,ຊູ​ເບີ​ມາ​ເກັດ ຮ້ານ​ຄ້າ​ແລະຕະຫຼາດຂອງ​ຈີນ​ໄດ້​ຢຸດຕິ​ການ​ເອົາ​ຖົງ​ຢາງພລາສຕິກ​ໃຫ້​ລູກ​ຄ້າ​ໂດຍ​ບໍ່​ຈ່າຍ​ເງິນ. "ຄຳສັ່ງ​ຈຳກັດ​ຖົງພລາສຕິກ"ນີ້​ໄດ້​ຮັບ​ການ​ສົນ​ໃຈ​ຈາກ​ສື່​ມວນ​ຊົນ​ຕ່າງປະ​ເທດ.



BBCລາຍ​ງານ​ວ່າ,ການ​ຈຳກັດ​ຖົງ​ພລາສຕິກຢູ່ຈີນ ມີ​ຈຸດປະສົງ​ຢາກ​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ການ​ຊື້​​ເຄື່ອງ​ຂອງ​ຄົນ​ທັງຫຼາຍ,​ເພື່ອຫຼຸດ​"ມົນ​ລະ​ພິດ​ສີຂາວ"ຍ້ອນ​ຂີ້​​ເຫຍື້ອພລາສຕິກ,​ເພື່ອ​ປະຢັດ​ພະລັງງານ​ແລະ​ປັບປຸງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ.ຂ່າວ​ຍັງ​ແຈ້ງວ່າ,"ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ"​ແມ່ນ​ໜຶ່ງ​ໃນຄຳ​ຂວັນສາມ​ຢ່າງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ​ນີ້,ລັດຖະບານຈີນ​ພວມ​ຕັ້ງໜ້າ​ຊຸກຍູ້​ນ​ະ​ໂຍບາຍ​ແລະ​ໂຄງການ​ອະ​ນຸລັກ​ສິ່​ງ​ແວດ​ລ້ອມ.



ຂ່າວສາ​ນລອຍ​ເຕີ​ລາຍ​ງານ​ວ່າ,ຜູ່​ບໍລິ​ໂພ​ກ​ແລະ​ຜູ່​​ເຂົ້າ​ອິນ​ເຕີ​ເນັດຂອງ​ນະຄອນຫຼວງ​ປັກ​ກິ່ງ​ແລະ​ແຫ່ງ​ອື່ນໆລ້ວນ​ແຕ່​ເຫັນ​ດີ​ນຳ​ມາດ​ຕະການ​ດັ່ງກ່າວ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ຈີນ​ມີ​ຄວາມຮັບ​ຮູ້​ນັບ​ມື້​ນັບ​ແຈ່ມ​ແຈ້ງ​ຕໍ່​ຜົນ​ຮ້າຍ​ຂອງ​ຖົງພລາສຕິກຕໍ່​ສິ່ງ​ແວດ​ລ້ອມ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>