ຈີນ​ຈະ​ສຳ​ເລັດ​ແຜນ​ການ​ສ້າງ​ສາ​ຄືນ​ໃໝ່​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ແຂ​ວງ​ເສ​ສວນ​ພາຍ​ໃນ​3ປີ

(GMT+08:00) 2008-06-05 14:26:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ4ມິຖຸນາ​ນີ້ ໜ່ວຍ​ຊີ້​ນຳການວາງ​ແຜ​ນການ​ສ້າງສາ​ຄືນ​ໃໝ່​ກ່ຽວ​ກັບ​ການທ່ອງທ່ຽວ​ຫຼັງ​ໄພ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊ່ວນຈັດ​ກອງ​ປະຊຸມ​ຢູ່​ນະຄອນ​ເສີງ​ຕູ່,ອີງ​ຕາມແຜນການ,ຈີນ​ຈະສຳ​ເລັດການ​ສ້າງສາ​ຄືນ​ໃໝ່​ກ່ຽວ​ກັບ​ການທ່ອງທ່ຽວ​ຫຼັງ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ພາຍ​ໃນ3ປີ​ຄືປີ2008 ຫາ​ປີ2010.

ທ່ານ​ຊ້າ​ວຊີ​ເຫວີຍ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດຈີນ​ກ່າວ​ວ່າ,​ແຜນການ​ຕົ້ນຕໍ​ລວມທັງ​ເຂດ​ປະສົບ​ໄພ​ໜັກໜ່ວງ​ຄື​ເມືອງ​ເວີ້​ນຊ່ວນ​ເປັນຕົ້ນ,​ແຜນການ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ​ຂອງ​ແຂວງ​ສ້າ​ນຊີ່​ແລະ​ແຂວງ​ກັ່ນ​ຊູ້​ຈະ​ຖື​ແຜນການ​ຂອງ​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ເປັນ​ຕົວຢ່າງ.ທ່ານ​ຍັງ​ກ່າວ​ວ່າ,​​ແຫຼ່ງທ່ອງ​ທ່ຽວຄື​ສູ​ນານ​ຈູ​ໄຫ​ທີ່​ບໍ່​ໄດ້​ປະສົບ​ໄພ​ໂດຍ​ກົງ​ແລະ​ເຂດ​ຈີວ​ໄຈ້​ໂກ່​ວທີ່​ປະສົບ​ໄພ​ບໍ່​ໜັກຈະ​ໃຫ້​ເປີດ​ຕະຫຼາດ​ທ່ອງ​ທ່ຽວ​ໂດຍ​ໄວ,ບໍ່​ຕ້ອງ​ລໍຖ້າ​ແຜນການລວມ.

ຕາມ​ສະຖິຕິ,​ໃນ​ແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊ່ວນ​ເທື່ອ​ນີ້,​ເຂດ​​ແຫຼ່ງທ່ອງ​ທ່ຽວ​ຂອງ​ແຂວງ​ເສ​ສວນມີ1ສ່ວນ4​ໄດ້ຖືກ​ທຳລາຍ.ນັບ​ມາ​ຮອດ​ວັນ​ທີ27ພຶດສະພາ​ແລ້ວ​ນີ້,​ແຜ່​ນດິນ​ໄຫວ​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ມີ​ຄວາມ​ເສຍ​ຫາຍ​ເຖິງ62ຕື້400ລ້ານ​ຢວນ,​ເທົ່າກັບ​ເຄິ່ງໜຶ່ງຂອງ​​ລາຍ​​ໄດ້ດ້ານ​ການ​ທ່ອງ​ທ່ຽວ​​ແຂວງ​ເສ​ສວນ​​ໃນ​ປີ2007.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>