ທວນ​ໄຟ​ງານ​ກິລາ​ໂອ​ລິມ​ປິກ​ຂຶ້ນ​ຮອດ​ຈອມ​ພູ​ຈູ​ມູ​ລັງ​ມາ​ແມ່ນ​ການ​ປີນ​ພູ​ທີ່ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

(GMT+08:00) 2008-06-05 14:32:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ4ມິຖຸນາ​ນີ້ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຮົງ​ກົງ ມາ​ກາວ​ແລະ​ໄຕ້​ຫວັນ ທ່ານ​ນີໝ້າ​ສີ​ເຢິນ ທີ່​ເຄີຍ​ເປັນ​ຜູ່​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ ​ລິ​ມປິກ​ປັກ​ກິ່ງ​ໃນ​ການ​ປີນຈອມ​ພູ​ຈູ​ມູລັງ​ມາ​ໄດ້​ກ່າວ​ວ່າ,ການ​ສົ່ງ​ຕໍ່ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ຂຶ້ນ​ຮອດ​ຈອມ​ພູ​ຈູ​ມູລັງ​ມາ​ແມ່ນ​ການ​ປີນ​ພູ​ທີ່ອະນຸລັກ​ສິ່ງ​ແວດ​ລ້ອມ,ບໍ່​​ໄດ້​ຖິ້ມ​ຂີ້​ເຫຍື້ອ​ຢູ່​ຫັ້ນ.

ທ່ານ​ກ່າວ​ວ່າ,ໜ່ວຍ​ປີນ​ພູ​ເຄີຍ​ປະຈຳ​ຢູ່3ຄ້າຍ​ຢູ່​ພູ​ຈູ​ມູລັງ​ມາ,ພາຍຫຼັງ​ໄປ​ຮອດ​ຈອມ​ພູ​ຢ່າງສຳ​ເລັດ​ຜົນ​ແລ້ວ,ຜູ່​ປະສານ​ງານ​ໄດ້​ອະນາ​ໄມ​ທຸກ​ຄ້າຍ​ຢ່າງ​ລະອຽດ,ຂີ້​ເຫຍື້ອ​ທີ່​ໃຊ້​ໄດ້​ແມ່ນ​ເອົາ​ລົງ​ພູ​ນຳ​ໃຊ້​ຄືນ​ໃໝ່,ສິ່ງ​ທີ່​ໃຊ້​ບໍ່​ໄດ້ແມ່ນ​ຊຳລະ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ.

ວັນ​ທີ8ພຶດສະພາ​ແລ້ວ​ນີ້,ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສົ່ງ​ຕໍ່​ຢູ່​ເທີ​ງຈອມພູ​ຈູ​ມູລັງ​ມາ​ຢ່າງ​ສຳ​ເລັດ​ຜົນ,​ແມ່ນ​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ໄປ​ຮອດ​ຈອມ​ພູ​ຈູ​ມູລັງ​ມາ ຈອມ​ພູ​ສູງ​ສຸດ​ໃນ​ໂລກ​ທີ່​ສູງ​ກວ່າ​ລະດັບ​ນ້ຳທະ​ເລ8844ແມັດປາຍ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ​ງານ​ກິລາ​ໂອລິ​ມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>