ຈີນ​ຈະ​ຮັບປະກັນ​​ໃຫ້​ເງິນ​ແລະ​ເຄື່ອງຊ່ວຍ​ເຫຼືອ​ທີ່​ບໍລິຈາກ​​ໃຫ້​ໄປ​ເຖິງ​ມືປະຊາ​ຊົນ​ທີ່ປະສົບ​​ໄພ​ຢ່າງ​ແທ້​ຈິງ

(GMT+08:00) 2008-06-05 16:26:24 cri
-----------------------------------------------------------------------------------------------------------------

ວັນ​ທີ 4 ມິຖຸນາ​ນີ້,ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ,ຖະ​ແຫຼ​ງສະພາບກ່ຽວ​ກັບ​ຈີນ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສາກົນ​ພາຍຫຼັງ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ.​ໃນ​ກອງ​ປະຊຸມ​ຂ່າວ,​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ,ຈີນ​ຈະ​ໃຊ້​ມາດ​ຕະການ,ຮັບປະກັນ​ໃຫ້​ເຄື່ອງ​ຂອງແລະ​ເງິນ​ຊ່ວຍ​​ເຫຼືອ​ທີ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ບໍລິຈາກ​ນັ້ນ​ໃຫ້​ໄປ​ເຖິງ​ມືປະຊາຊົນ​ທີ່ປະສົບ​ໄພຢ່າງ​ແທ້​ຈິງ;ພ້ອມ​ກັນ​ນັ້ນ,ຈີນຊົມ​ເຊີຍ​ປະຊາ​ຄົມ​ໂລກຊ່ວຍ​ເຫຼືອ​ແລະສະໜັບສະໜູນການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຢູ່​ເຂດ​ປະສົບ​ໄພ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມິຖຸນາ​ນີ້,ທ່ານ​ວາງ​ຈື້ນ​ຢ້າວ ຫົວໜ້າ​ກົມ​ກູ້​ໄພ​ກະ​ຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ກ່າວ​ວ່າ,ມາ​ຮອດ​ເວລາ 12 ​ໂມງ​ວັນ​ທີ 4 ມິຖຸນາ​ນີ້,ນັບ​ລວມ​ແລ້ວ,ຈີນ​ໄດ້​ຮັບ​ເຄື່ອງ​ຂອງແລະ​ເງິນ​ຊ່ວຍ​ເຫຼືອ​ເຂດ​ປະສົບ​ໄພຈາກ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຫຼາຍ​ກວ່າ 43 ຕື້ 600 ລ້ານ​ຢວນ,​ໃນ​ນັ້ນ,ປະຊາ​ຄົມ​ໂລກ​ໄດ້​ບໍລິຈາກ​​ເຄື່ອງ​ຂອງແລະ​ເງິນ​ຊ່ວຍ​ເຫຼືອລວມ​ມີ​ມູນ​ຄ່າ​ປະມານ 4 ຕື້ 700 ລ້ານ​ຢວນ.

ທ່ານ​ວາງ​ຈື້ນ​ຢ້າວ​ກ່າວ​ວ່າ,​ເພື່ອ​ຮັບປະ​ກັນ​ໃຫ້ການ​ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ເຄື່ອງ​ຂອງແລະ​ເງິນ​ຊ່ວຍ​ເຫຼືອ​ທັງ​ໝົດມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ກວ່າ​ເກົ່າ,ກະຊວງ​ການ​ປົກ​ຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ໄດ້​ປະກາດ​ວິທີ​ຄຸ້ມ​ຄອງ​ແລະນຳ​ໃຊ້​ເຄື່ອງ​ຂອງ​ແລະ​ເງິນ​ຊ່ວຍ​ເຫຼືອ,​ໄດ້​ສ້າງ​ລະບຽບ​ການ​ທີ່​ເຂັ້ມ​ງວດ,ຮັບ​ປະ​ກັນ​ໃຫ້​ການ​ຈົດ​ທະບຽນ ​ແຈກ​ຢາຍມີ​ຄວາມ​ໂປ່​ງ​ໃສ ເປີດ​ເຜີຍ​ແລະ​ມີ​ການ​ບັນທຶກ​ທາງ​ລາຍ​ລັກ​ອັກສອນ​ຢ່າງ​ຄັກ​ແນ່.ທ່ານ​ຍັງ​ກ່າວ​ວ່າ:

"ປະ​ເທດ​ຕ່າງໆ,ລວມທັງ​ອົງການປະຊາຊົນປະ​​ເພດ​ຕ່າງໆ​ຂອງ​ຈີນ​ແລະ​ຜູ້​ບໍລິຈາກ​ທັງຫຼາຍ,​ຖ້າເຂົາ​ເຈົ້າຢາກ​ຕິດຕາມ​ການ​ແຈກ​ຢາຍ​ເຄື່ອງ​ຂອງຊ່ວຍ​​ເຫຼືອ​ຢ່າງ​ໃກ້ຊິດ,ພາກສ່ວນ​ປະຊາ​ສົງ​ເຄາະ​ກໍ່ຈະ​ອຳນວຍ​ຄວາມ​ສະດວກຢ່າງ​ເຕັມທີ່.ພວກ​​ເຮົາຕັ້ງ​ຄວາມ​ຫວັງຢ່າງ​ຈິງ​ໃຈ​ວ່າຕ້ອງ​ເຮັດ​ໃຫ້​ຜູ້​ບໍລິຈາກ​ພໍ​ໃຈ."

ທ່ານ​ວາງ​ຈື້ນ​ຢ້າວກ່າວ​ວ່າ,ສຳລັບ​ເງິນ​ບໍລິຈາກ​ທີ່​ຜູ້​ບໍລິຈາກ​ມີ​​ເປົ້າ​ໝາຍ​ສະ​ເພາະ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ເຄົາລົບຄວາມ​ຕ້ອງ​ການ​ຂອງ​ພວກ​ເພິ່ນ​ຢ່າງ​ແນ່ນອນ;ສຳລັບ​ເງິນ​ບໍລິຈາກ​ທີ່​ບໍ່ມີ​ເປົ້າ​ໝາຍສະ​ເພາະ,​​​ເວົ້າ​ໃນ​ດ້ານ​ຫຼັກການ​ແລ້ວ,ຈະ​ສົ່ງ​ເສີມ​ໃຫ້​ໃຊ້​​ເຂົ້າ​ໃນ​ການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຢູ່​ເຂດ​ປະສົບ​ໄພ.ທ່ານ​ກ່າວ​ວ່າ,ພາກສ່ວນ​ປະຊາ​ສົງ​ເຄາະ​ຈະ​ສະໜອງ​ການ​ບໍລິການ​ການ​ຄຸ້ມ​ຄອງ​ການ​ບໍລິຈາກ​ທີ່​ດີກ​ວ່າ​ເກົ່າ,ດູດ​ດຶງ​ສັງຄົມ​ມາ​ເຂົ້າຮ່ວມ​ຫຼາຍ​ກວ່າ​ເກົ່າ,ພະ​ຍາ​ຍາມເຮັດ​​ໃຫ້​ປະຊາຊົນ​ໃນ​ສັງຄົມ​ຮູ້ສຶກ​ພໍ​ໃຈ​ໂດຍ​ພື້ນຖານ​ຕໍ່​ການ​ນຳ​ໃຊ້​ເຄື່ອງ​ຂອງແລະ​ເງິນ​ບໍລິຈາກ​​ເຫຼົ່າ​ນີ້.

ໃນ​ກອງ​ປະຊຸມ​ຂ່າວ,​ທ່ານ​ຈ່າງ​ເຄີ້ນີງ ຫົວໜ້າ​ກົມ​ສາກົນ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ການ​ກະທຳ​ຂອງ​ລັດຖະບານ​ຈີນ​ທີ່​ເປີດ​ເຜີຍ ​ໂປ່​ງ​ໃສ​ແລະ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮັບ​ເອົາ​ຄວາມ​ຊ່ວຍ​​ເຫຼືອ​ຈາກ​ສາກົນ​ເທື່ອ​ນີ້,​ໄດ້​ຮັບ​ການ​ຕີ​ລາຄາ​ສູງຈາກ​ພາຍ​ໃນແລະ​ຕ່າງປະ​ເທດ.​ໃນ​ການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ໄລຍະ​ຕໍ່ໜ້າ​ນີ້,ຈີນ​ຈະ​ສືບ​ຕໍ່​ຍິນ​ດີ​ຕ້ອນຮັບ​ການ​ຊ່ວຍ​ເຫຼືອ​ແລະ​ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກດ້ວຍ​ທ່າ​ທີທີ່​ເປີດ​ເຜີຍ​ແລະ​ຕາມ​ຄວາມ​ຕ້ອງການ​ຂອງ​ເຂດ​ປະສົບ​ໄພ.ທ່ານ​ກ່າວ​ວ່າ,ຈີນ​ຈະ​ແຈ້ງ​ສະພາບ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຢູ່​ເຂດ​ປະສົບ​ໄພ​ແລະ​ຄວາມ​ຕ້ອງການ​ຊ່ວຍ​​ເຫຼືອ​ໃຫ້​ປະຊາ​ຄົມ​ໂລກຊາບ​ຢ່າງ​ທັນ​ການ.

"ຕົວຢ່າງ​ວ່າ, ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຄືນ​ໃໝ່​ຢູ່​ເຂດ​ປະສົບ​ໄພ​ໃນ​ອະນາຄົດ, ລວມທັງ​ໂຮມ​ໝໍ ​ໂຮງຮຽນ ສິ່ງ​ກໍ່ສ້າງ​ສະຫ​ວັດ​ດີກາ​ນ​ແລະ​ຂົງ​ເຂດ​ສົ່ງ​ແວດ​ລ້ອມ, ລ້ວນ​ແຕ່​ແມ່ນ​ຂົງ​ເຂດ​ທີ່ພິຈາ​ລະນາ​ກ່ອນ​ພວກ​ຂ້າພະ​ເຈົ້າ​ກັບ​ອົງການ​ຊ່ອຍ​ເຫຼືອ​ສອງ​ຝ່າຍ​ຫຼື​ຫຼາຍ​ຝ່າຍ​ສາກົນ. ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​​ໃນ​ການ​ຮ່ວມ​ມື​ລະຫວ່າງໃນ​ຂະ​ບວນການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນດິນ​ໄຫວ, ​ນຳ​ໃຊ້​ການ​ຊ່ອຍ​ເຫຼືອ​ເຫຼົ່າ​ນີ້​ຢ່າງ​ເຕັມ​ທີ່, ​ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ແລະ​ພັດທະນາ​ຂົງ​ເຂດ​ການ​ສຶກສາ​ແລະ​ການ​ປິ່ນ​ປົວ​ຂອງ​ເຂດ​ປະສົບ​ໄພ."

ນອກ​ຈາກ​ບໍລິຈາກ​ເງິນ​ແລະ​​ເຄື່ອງ​ຂອງ​ໃຫ້​ເຂດ​ປະສົບ​ໄພ​ແລ້ວ, ຫຼາຍ​ປະ​ເທດ​ແລະ​​ເຂດ​ແຄວ້ນ​ຍັງ​ໄດ້​ສົ່ງ​ໜ່ວຍຊ່ອຍກູ້​ໄພດ່ວນ​ແລະ​ໜ່ວຍ​​ແພດ. ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ວ່າ, ຈີນ​ສ​ະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພວກ​ເຂົາ​ເຈົ້າ, ​ແລະ​ຍິນ​ດີ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ກັບປະ​ເທດ​ອື່ນໆ​ໃນ​ການຕ້ານ​​ແລະກູ້​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>