ທວນ​ໄຟ​ໂອ​ລິ​ມປິກ​ປັກ​ກິ່ງ​ສຳ​ເລັດ​ການ​ສົ່ງ​ຕໍ່​ມື້​ທຳ​ອິດ​ຢູ່​ເຂດ​ກວາງຊີ

(GMT+08:00) 2008-06-06 15:46:23 cri
-----------------------------------------------------------------------------------------------------------------


ຕາມ​ຂ່າວCRI, ຕອນ​ເຊົ້າວັນ​ທີ6ມິຖຸນາ​ນີ້, ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສຳ​ເລັດ​ມື້​ທຳ​ອິດ​ຢູ່​ເຂດ​ກວາງຊີ​ຈີນ.


ຕົວ​ເມື​ອງທີ່​ສົ່ງ​ຕໍ່​ທວນ​ໄຟ​​ໃນ​ມື້​ທຳ​ອິດ​ຢູ່​ເຂດ​ກວາງຊີ​ແມ່ນ​ເມືອງ​ກຸ້ຍ​ລິ​ນ ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່ສຽງ​ຂອງ​ຈີນ. ​ໄລຍະ​ທາງ​ຍາວ​ທັງ​ໝົດ​15ກິ​ໂລ​ແມັດ, ​ໄດ້​ຜ່ານ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ, ​ເຊັ່ນ​ສວນ​ເຈັດ​ດາວ ນ້ຳ​ລີ​ຈ່ຽງ ພູ​ງວງ​ຊ້າງ​ເປັນ​ຕົ້ນ.


ກ່ອນ​ຈັດ​ພິທີ​ສົ່ງ​ຕໍ່, ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ທວນ​ໄຟ​ໄດ້​ກົ້ມ​ຫົວໜຶ່ງ​ນາທີ​ໄວ້ອາ​ໄລ​ເຖິງຜູ້​ເສຍ​ຊີ​ວິດ​ໃນ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ຢູ່​ເມືອງ​ເວິ້ນ​ສ່ວນ​ແຂວງ​ເສ​ສວນ, ຜູ້​ສົ່ງ​ຕໍ່​ທວນ​ໄຟ​ແລະ​ພາກ​ສ່ວນ​ຕ່າງໆ​ໃນ​ສັງຄົມ​ເມືອງ​ກຸ້ຍ​ລິນ​ຍັງ​ໄດ້​ເຂົ້າ​ຮ່ວມ​ບໍລິຈາກ​ເງິນ​ແກ່​ເຂດ​ປະສົບ​ໄພ​ຢ່າງ​ຕັ້ງ​ໜ້າ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>