ຜູ່​ຊ່ຽວ​ຊານ​ເຫັນ​ວ່າ​ການ​ໄຂ​ປະ​ຕູ​ຕໍ່​ພາຍ​ນອກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ສຳ​ຄັນ

(GMT+08:00) 2008-06-08 18:25:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ7​ມີ​ຖຸນາ​ນີ້,ທ່ານ​ຈ່າງ​ຢູຖາຍ ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ການ​ພັດ​ທະ​ນາ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ,ຈີນ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ15​ປີ​ລຽນຕິດ,ຍັງ​ແມ່ນ​ປະ​ເທດ​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ລົງ​ທຶນ​ຢູ່​ຕ່າງປະ​ເທດ,ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ໃນ​ການ​ໄຂ​ປະຕູ​ຕໍ່ພາຍ​ນອກ.

ທ່ານ​ຈ່າງ​ຢູຖາ​ຍກ່າວ​ວ່າ,ການ​ໄຂ​ປະ​ຕູ​ຕໍ່​ພາຍ​ນອກ​ໃນ30​ປີ​ທີ່​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ຄວາມ​ການ​ແຂ່ງຂັນ​ໃນ​ສາກົນ​ຂອງ​ເສດຖະກິດ​ຈີນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ແຂງ​ແຮງ,​ຈີນ​ໄດ້​ນຳ​ເຂົ້າ​ທຶນ​ຮອນ​ແລະ​ເຕັກນິກ​ທີ່​ຕົນ​ຂາດ​ເຂີນ,​ໄດ້​ຊຸກ​ຍູ້​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ​ແລະຊຸກ​ຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດຢ່າງ​ແຂງ​ແຮງ,​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເພື່ອປັບປຸງ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​ໃຫ້​ສົມບູນຂຶ້ນ.

ທ່ານ​ຈ່າງ​ຢູຖາ​ຍຍັງ​ເຫັນ​ວ່າ,​ໃນ​ການ​ໄຂ​ປະຕູ​ຕໍ່​ພາຍ​ນອກ,ຈີນ​ໄດ້​ກຳ​ແໜ້ນ​ໂອ​ກາດ​ເສດ​ຖະ​ກິດ​ໂລກາ​ພິວັດ,ຍຶດໝັ້ນ​ນະ​ໂຍບາຍ​ພື້ນຖານ​ຂອງ​ລັດ​ທີ່​ໄຂ​ປະຕູ​ຕໍ່​ພາຍ​ນອກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,​ເຮັດ​ໃຫ້ການ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ສອດຄ່ອງ​ກັບ​ສະພາບ​ແຫ່ງ​ຊາດ​ແລະ​ຄວາມ​ສາມາດ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ຂອງ​ຈີນ,ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ບົດຮຽນ​ທີ່​ສຳ​ເລັດ​ຜົນ​ທີ່​ໄດ້​ມາ​ຈາກ​ການ​ໄຂ​ປະຕູ​ຕໍ່​ພາຍ​ນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>