ຈີນຊົມເຊີຍການ​ພົບ​ປະ​ເຈລະຈາລະ​ຫວ່າງ​ສ​ປ​ປ​ເກົາຫຼີກັບ​ຍິ່ປຸ່ນ

(GMT+08:00) 2008-06-10 18:18:51 cri
-----------------------------------------------------------------------------------------------------------------
ຕາມຂ່າວCRI: ວັນ​ທີ10ມິຖຸນາ​ນີ້ ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພົບປະ​ເຈລະຈາລະ​ຫວ່າງສປປເກົາຫຼີກັບຍິ່ປຸ່ນ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້ການ​ພົບ​ປະ​ເຈລະຈາລະຫວ່າງ​ສປປ​ເກົາຫຼີ​ກັບ​ຍິ່ປຸ່ນຈົ່ງ​ໄດ້​ຮັບໝາກ​ຜົນອັນຕັ້ງໜ້າ,ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫັນ​ເປັນ​ປົກກະຕິ,​ແລະ​ຊຸກຍູ້​ໃຫ້​ຂະ​ບວນການ​ເຈລະຈາ6ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ.

ຫຼັງ​ຈາກ​ຢຸດ​ການ​ເຈລະຈາ​ກັນ​ເປັນ​ເວລາ9​ເດືອນ,ຫວ່າງ​ມໍ່ໆ​ນີ້ ຜູ່​ແທນ​ຂອງ​ສປປ​ເກົາຫຼີ​ແລະ​ຍິ່ປຸ່ນ​ໄດ້​ຟື້ນຟູ​ການ​ເຈລະຈາ​​ຢູ່​ປັກ​ກິ່ງ.​ໃນ​ການ​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ ສອງ​ຝ່າຍ​ໄດ້​ເນັ້ນໜັກ​ຫາລື​ບັນຫາ​ຟື້ນ​ຟູ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຊຸກຍູ້​ໃຫ້ການ​ພົວພັນ​ທາງ​ການ​ທູດ​ທີ່​ເປັນ​ປົກກະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>