ລັດຖະບານ​ມາ​ເລ​ເຊ​ຍຂົນ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອງວດ​ທຳ​ອິດ​ໃຫ້​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຈີນ

(GMT+08:00) 2008-06-10 18:34:48 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ຄ່ຳ​ວັນ​ທີ9 ມິຖຸນາ​ນີ້,​ເຄື່ອງ​ຊ່ອຍ​ເຫຼືອງວດ​ທຳ​ອິດທີ່ລັດຖະບານ​ມາ​​ເລ​ເຊຍ​ບໍລິຈາກ​ໃຫ້​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ຈີນ​ອອກ​ເດີນ​ທາງ​ຈາກ​ຖານ​ທັບ​ອາກາດທີ່​ໃກ້​ກົວ​ລາ​ລຳ​ເບີ,ສົ່ງ​ໄປ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ.

ເຄື່ອງ​ຊ່ອຍ​ເຫຼືອງວດ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ເຄື່ອງຊ່ອຍກູ້​ໄພ​ແຜ່ນດິນ​ໄຫວ​ທີ່​ມີ​ມູນ​ຄ່າ1ລ້ານ5​ແສນ​ໂດ​ລາ​ທີ່​ລັດຖະບານ​ມາ​ເລ​ເຊຍ​ບໍລິຈາກ​ໃຫ້​ຈີນ,​ໃນ​ນັ້ນ​ມີ​ຜ້າ​ຂົນ​ສັດ4000ຜືນ,ຢາ1000ກວ່າ​ຫີບ,ຕູບຜ້າ​ເຕັນ​ແລະ​ອຸປະກອນ​ປິ່ນ​ປົວສ່ວນ​ໜຶ່ງ,​ເຄື່ອງ​ຊ່ອຍ​ເຫຼືອ​ທີ່ເຫຼືອ​ນັ້ນ​ຍັງ​ຈະ​ສົ່ງ​ໄປ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້.

ທ່ານ​ເຊິ​ງຢົງ​ຮວາ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ໄມຕີ​ຈິດ​ມິດຕະພາບ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ມາ​ເລ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>