ຈີນ​ຫວັງ​ໃຫ້​ຝະລັ່ງ​ເຮັດ​ວຽກ​ທີ່​ມີ​ຜົນ​ດີ​ໃຫ້ ຫຼາຍ​ເພື່ອດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນ

(GMT+08:00) 2008-06-10 20:09:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ10 ມິຖຸນາ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ປັກ​ກິ່ງ,ທ່າ​ນຊິນກ່າງ ​ໂຄສົກ​ກະຊວງ​ກາ​ນຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ຈີນ​ຫວັງ​ໃຫ້​ຝະລັ່ງ​​ເຮັດ​ວຽກ​ທີ່​ມີ​ຜົນ​ດີ​ໃຫ້​ຫຼາຍ​ເພື່ອດູດ​ດຶງນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ອງ​ທ່ຽວ​ຢູ່​ຝະລັ່ງຫຼາຍ​ກວ່າ​ເກົ່າ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ປະຈຳ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ໃນ​​ເວລາມີ​ນັກ​ຂ່າວ​ຖາມ​ວ່າ,​ລັດຖະບານ​ຝະລັ່ງ​ຮຽກຮ້ອງ​ຈີນ​ຢຸດ​ການ​ຂວ້ຳ​ບາດການ​ໄປ​ທ່ອງ​ທ່ຽວ​ຢູ່​ຝະລັ່ງ,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,​ຈີນ​ມີ​​ເຈດ​ຈຳນົງ​​ໃຫ້ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນຢູ່​ລະຫວ່າງ​ປະ​ເທດ​ກັບປະ​ເທດ,​ມີ​ແຕ່​ເຮັດແນວ​ນີ້ຈິ່ງ​ມີ​ຜົນ​ດີ​ຕໍ່​ການຊຸກຍູ້​ການ​​ເຂົ້າ​ໃຈເຊິ່ງກັນ​ແລະ​ກັນ,ຫວັງ​ໃຫ້​ຝ່າຍ​ຝະລັ່ງ​​ເຮັດ​ວຽກທີ່​ມີ​ຜົນ​ດີ​​ໃຫ້ຫຼາຍ,​ເພື່ອດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນໄປ​ທ່ອງ​ທ່ຽວ​ຢູ່​ຝະລັ່ງ​ໃຫ້ຫຼາຍ​ກວ່າ​ເກົ່າ.

ເດືອນ​ເມສາ​ປີ​ນີ້,​ທວນ​ໄຟ​ຂອງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສົ່ງ​ຕໍ່​ຢູ່​ປາຣີນັ້ນ​ໄດ້ຖືກ​ລົບ​ກວນ​ແລະ​ທຳລາຍ​ຢ່າງ​ໜັກ​ໜ່ວນ,​ໄດ້​ທຳລາຍ​ອາລົມຈິດຂອງ​ປະຊາຊົນ​ຈີນ​ຢ່າງ​ໜັກໜ່ວງ,​ໄດ້​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝະລັ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>