ຈີນຄັດຄ້ານກອງປະຊຸມສຸດຍອດເອີລົບອາເມລິກາກ່າວເຖິງບັນຫາຕິເບດໃນຖະແຫຼງການຮ່ວມ
(GMT+08:00) 2008-06-11 17:54:13 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ວັນທີ11ມິຖຸນານີ້ ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ວຽກງານຕິເບດແມ່ນວຽກງານພາຍໃນຂອງຈີນ,ບັນຫາຕິດຕໍ່ຫາລືກັນລະຫວ່າງລັດຖະບານຈີນກັບດາໄລລາມະແມ່ນວຽກງານພາຍໃນຂອງຈີນ,ຈີນຄັດຄ້ານກອງປະຊຸມສຸດຍອດເອີລົບອາເມລິກາກ່າວເຖິງບັນຫາຕິເບດໃນຖະແຫຼງ ການຮ່ວມ.
ວັນທີ10ມິຖຸນານີ້,ໃນຖະແຫຼງການຮ່ວມທີ່ປະກາດຫຼັງກອງປະຊຸມສຸດຍອດເອີລົບອາເມລິກາທີ່ຈັດຂຶ້ນຢູ່ສະໂລເວນີ ຜູ່ນຳເອີລົບແລະອາເມລິກາສະແດງຄວາມສົນໃຈນຳສະຖານະການຕິເບດ,ຮຽກຮ້ອງໃຫ້ທຸກຝ່າຍຮັກສາຄວາມອົດກັ້ນ,ສົ່ງເສີມໃຫ້ສອງຝ່າຍຊຸກຍູ້ການສົນທະນາກັນທີ່ມີລັກສະນະທາດແທ້ແລະກໍ່ສ້າງໂດຍໄວ.
ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງນີ້ ທ່ານຊິນກ່າງກ່າວວ່າ,ຕິເບດແມ່ນດິນແດນສ່ວນໜຶ່ງຂອງຈີນທີ່ຕັດແຍກອອກບໍ່ໄດ້.ລັດຖະບານຈີນເອົາໃຈໃສ່ໃນລະດັບສູງຕໍ່ການຊຸກຍູ້ແລະປ້ອງກັນສິດທິມະນຸດ,ແລະໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະ.ຈີນເດັດດ່ຽວຄັດຄ້ານການຖືສິດທິມະນຸດເປັນຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງປະເທດອື່ນ,ຄັດຄ້ານການໃຊ້ສອງມາດຕະຖານໃນບັນຫາສິດທິມະນຸດ,ມີເຈດຈຳນົງໃຫ້ຜ່ານຈາກການສົນທະນາແລະການຮ່ວມມືແກ້ໄຂຄວາມຂັດແຍ່ງກັນບົນພື້ນຖານສະເໝີພາບແລະເຄົາລົບເຊິ່ງກັນແລະກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ