ເ​ຈົ້າໜ້າ​ທີ່​ອາວຸ​ໂສ​ສະຫະ​ປະຊາ​ຊາດ​ກ່າວ​ເນັ້ນ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ບໍ່​ຄວນ​ຖືກ​ບັນຫາ​ການ​ເມືອງ​ລົບ​ກວນ

(GMT+08:00) 2008-06-11 19:51:45 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10 ມິ​ຖຸນາ​ນີ້,ຢູ່​ເຊີ​ແນວ,ທ່ານ​ເລ​ມ ​ວີ​ວ​ເຟຼດ ທີ່​ເປິກສາ​ກິລາ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ເນັ້ນ​ວ່າ,ງານ​ກິລາ​ໂອ​ລິມປິກ​ປັກ​ກິ່ງ​ບໍ່​ຄວນ​ຖືກ​ບັນຫາ​ການ​ເມືອງ​ລົບ​ກວນ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ເລ​ມກ່າວ​ວ່າ,ກ່ຽວ​ກັບ​ບັນຫາ​ງານ​ກິລາ​ໂອ​ລິ​ມປິກ,ທ່ານ​ໄດ້​ຫາລື​ຫຼາຍ​ເທື່ອ​ກັບ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ຈີນ,ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ດຳ​ເນີນ​ຢ່າງ​ສະດວກ​ໃນ​ປັດ​ຈຸ​ບັນ.

ທ່ານ​ເລ​ມ ເຄີຍ​ເປັນ​ນັກ​ກິລາ​,ທ່ານກ່າວ​ວ່າ,ບໍ່​ຢາກບັນຫາ​ການ​ເມືອງ​ເຂົ້າ​​ແຊກ​ກິລາ.ທ່ານ​ແລະ​​ທ່ານ​ບັນກີ​ມູນ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ລ້ວນ​ແຕ່​ຫວັງ​ໃຫ້​ງານ​ກິລາ​ໂອ​ລິ​ມປິກຈະ​ໄດ້​ຮັບ​ຜົນສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>