ກອງ​ປະຊຸມ​ໜ່ວຍ​ງານ​ເສດຖະ​ກິດ​ແລະ​ພະ​ລັງ​ງານ​ຂອງ​ການ​ເຈ​ລະ​ຈາ​6ຝ່າຍ​ຈັດ​ຂຶ້ນ​ຢູ່​ປານ​ມູນ​ຈອມ

(GMT+08:00) 2008-06-12 11:48:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ11ມິຖຸນາ​ນີ້ ກອງ​ປະຊຸມ​ໜ່ວຍ​ງານ​ເສດຖະກິດ​ແລະ​ພະລັງງານ​ຂອງ​ການ​ເຈລະຈາ6ຝ່າຍກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ທີ່​ໄຂ​ພຽງ​ແຕ່ມື້ໜຶ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ແຮມ​ສັນຕິພາບ​ຂອງ​ສ.​ເກົາຫຼີ​ທີ່ບ້ານ​ປານ​ມູນ​ຈອມ,ທີ່​ປະຊຸມຝ່າຍ​ຕ່າງໆ​ເຫັນ​ດີ​ເລັ່ງລັດ​ການ​ຊ່ວຍ​ເຫຼືອ​ສປປ​ເກົາຫຼີ​ທາງ​ພະລັງງານ.

ທ່ານຮວງຈູ​ນຄູກ ຫົວໜ້າ​ຄະນະ​ຜູ່​ແທນ​ສ.​ເກົາຫຼີ​ກ່າວ​ວ່າ,ຝ່າຍ​ຕ່າງໆ​ເຫັນ​ດີ​ເລັ່ງລັດ​ການ​ຊ່ວຍ​ເຫຼືອ​ທາງ​ພະລັງງານ​ໃຫ້​ສປປ​ເກົາຫຼີ​ຕາມ​ຄຳ​ໝັ້ນສັນຍາ,​ແລະ​ຮຽກຮ້ອງ​ໃຫ້​ສປປ​ເກົາຫຼີ​ເລັ່ງລັດ​ຂະ​ບວນການ​ເຮັດ​​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢົງ​ບຽນ​ຜະລິດ​ອາວຸດ​ບໍ່​ໄດ້.

ປະຈຸ​ບັນ,ສປປ​ເກົາຫຼີ​ໄດ້​ສຳ​ເລັດ8ຂໍ້​ໃນມາດ​ຕະການ11ຂໍ້ທີ່​ເຮັດ​​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢູ່​ຢົງ​ບຽນຜະລິດ​ອາວຸດ​ບໍ່​ໄດ້,ສ່ວນ​ຝ່າຍ​ຕ່າງໆ​ໄດ້​ສະໜອງ​ການ​ຊ່ວຍ​ເຫຼື​ອທາງ​ພະລັງງານ​3​ແສນ9ໝື່ນ​ໂຕນ​ໃຫ້​ສປປ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>