ໃນເວີງນ້ຳຫົ້ງ 34 ແຫ່ງຂອງແຂວງເສສວນມີ 12 ແຫ່ງໄດ້ແກ້ໄຂໄພແລ້ວ
(GMT+08:00) 2008-06-13 11:47:49 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ວັນທີ 12 ມິຖຸນານີ້, ຢູ່ເມືອງມຽນຢາງແຂວງເສສວນ, ທ່ານເຊີນເລີຍ ຫົວໜ້າໜ່ວຍງານຊົນລະປະທານຂອງກອງບັນຊາການກູ້ໄພແຜ່ນດິນໄຫວຂອງລັດຖະບານຈີນ, ລັດຖະມົນຕີວ່າການກະຊວງຊົນລະປະທານຈີນກ່າວວ່າ,ໃນເວີງນ້ຳຫົ້ງ 34 ແຫ່ງຂອງແຂວງເສສວນທີ່ເກີດຂຶ້ນຍ້ອນແຜ່ນດິນໄຫວ, ປະຈຸບັນ, ມີ 12 ແຫ່ງໄດ້ແກ້ໄຂປອດໄພແລ້ວ.
ໃນກອງປະຊຸມດ່ວນກ່ຽວກັບການປະຕິບັດວຽກງານກຳຈັດແລະຫຼີກ ລຽງຈາກໄພຂອງເວີງນ້ຳຫົ້ງແຂວງເສສວນ, ທ່ານເຊີນເລີຍແຈ້ງວ່າ, ນັບແຕ່ໄດ້ດຳເນີນໜ້າທີ່ກຳຈັດໄພໃນຕອນບ່າຍວັນທີ 29 ພຶດສະພາແລ້ວນີ້, ໃນເວລາ 2 ອາທິດ, ໂຄງການກຳຈັດໄພຂອງເວີງນ້ຳຫົ້ງດຳເນີນໄປຕາມແຜນໂດຍລວມ, ຍ້ອນວຽກງານຕິດຕາມສຳຫຼວດວັດແທກ, ເຕືອນໄພ, ແລະຍົກຍ້າຍປະຊາຊົນໄປບ່ອນປອດໄພດຳເນີນໄປດ້ວຍດີຈຶ່ງບໍ່ມີຄົນເສຍຊີວິດຫຼືບາດເຈັບເລີຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ