ວຽກ​ງານກູ້​ໄພ​ແຂວງ​ສ້າ​ນຊີ່​ເຂົ້າ​ສູ່​ໄລຍະ​ສ້າງ​ສາ​ຄືນ​ໃໝ່​ແລະ​ຟື້ນ​ຟູ​ການ​ຜະ​ລິດ​ຫຼັງ​ໄພ​ພິບັດ

(GMT+08:00) 2008-06-13 19:12:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ13ມິຖຸນາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຢາ​ວອິນ​ລຽງ ຮອງ​ເຈົ້າ​ແຂວງ​ສ້າ​ນຊີ່​ຈີນ​ກ່າວ​ວ່າ,ປະຈຸ​ບັນ ວຽກ​ງານກູ້​ໄພ​ແຂວງ​ສ້າ​ນຊີ່​ເຂົ້າສູ່​ໄລຍະ​ສ້າງສາ​ຄືນ​ໃໝ່​ແລະ​ຟື້ນຟູ​ການ​ຜະລິດຫຼັງ​ໄພພິບັດ,ຄາດ​ວ່າ ວຽກ​ງານ​ສ້າງສາ​ຄືນ​ໃໝ່ຈະ​ສຳ​ເລັດ​ໃນ2ປີ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ທ່ານ​ຢາງ​ອິນ​ລຽງ​ກ່າວ​ວ່າ,ຈຸດ​ໜັກ​ວຽກ​ງານ​ຂອງ​ອົງການ​ປົກຄອງ​ທຸ​ກຂັ້ນ​ແຂວງ​ສ້າ​ນຊີ່​ໃນ​ປະຈຸ​ບັນ​ແມ່ນ:ແກ້​ໄຂ​ເຮືອນ​ຊົ່ວ​ຄາວ​ໃຫ້​ປະຊາຊົນ​ຜູ່​ປະສົບ​ໄພ,ຄາດ​ວ່າ​ຈະ​ໃຊ້​ເງິນ2ຕື້ 500 ລ້ານ​ຢວນ​ເພື່ອ​ກໍ່ສ້າງ​ເຮືອນຊົ່ວຄາວຫຼັງ​ໄພພິບັດ; ຟື້ນ​ຟູ​ການ​ສິດສອນຮ່ຳຮຽນ,​ແຂວງ​ສ້າ​ນຊີ່​ໄດ້​ເບີກ​ເງິນ​ລ່ວງ​ໜ້າ 150 ລ້ານ​ຢວນ​ເພື່ອສ້ອ​ມ​ແປງອາຄານ​ຮຽນທີ່​​ເພພັງ​ໃນ​ໄພພິບັດ;​ແລະເລັ່ງລັດ​ການກໍ່ສ້າງຄືນ​ໃໝ່​ຕໍ່​ລະບົບ​ການ​ປີ່​ນປົວ ​ຄົມມະນາຄົມ ຊົນລະປະທານ​ແລະ​ສື່ສານ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>