ກະ​ຊວງ​ພາຍ​ໃນ​ອິສ​ຣາ​ແອນ​ອະ​ນຸ​ມັດ​ສ້າງ​ເຮືອນ​ຫ້ອງ​ຊຸດ​ໃໝ່​ຢູ່​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ

(GMT+08:00) 2008-06-16 10:16:08 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ວັນ​ທີ15​ມີ​ຖຸນາ​ນີ້,​ເຈົ້າ​ໜ້າ​ທີ່​ການ​ປົກຄອງ​ເມືອງ​ເຢລູຊາ​ເລັມ​ປະ​ກາດ​ວ່າ:​ແຜນ​ການ​ຂອງ​ເມືອງ​ກ່ຽວ​ກັບ​ການ​ສ້າງ​ເຮືອນ​ຫ້ອງ​ຊຸດ​ຫຼາຍ​ໝື່ນ​ຊຸດ​ຢູ່​ເຂດ​ຊຸມ​ຊົນ​ຊາວ​ຢິວ​ຈຳ​ນວນ​ໜຶ່ງ​ເຊິ່ງ​ລວມ​ທັງ​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ​ໄດ້​ຮັບ​ການ​ອະນຸມັດ​ ຈາກ​ຄະນະ​ກຳ​ມະ​ການ​ການ​ກໍ່​ສ້າງ​ແລະ​ແຜນ​ຜັງ​ກະ​ຊວງ​ພາຍ​ໃນ​ອິສຣາ​ແອນ​ແລ້ວ.

ຕອນ​ຄ່ຳ​ມື້​ດຽວ​ກັນ,​ໃນ​ເວລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມ​ຢາມ,​ທ່ານ​ເອ​ຮຸດ​ໂອນ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ກ່າ​ວວ່າ,​ອິສຣາ​ແອນ​ຈະ​ສືບ​ຕໍ່​ກໍ່​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຢູ່​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ.​ທ່ານ​ໂອນ​ເມີດ​ກ່າວ​ວ່າ,​ອິສ​ຣາ​ແອນ​ບໍ່​ໄດ້​ນຳ​ໃຊ້​ດິນ​ຂອງ​ປາ​ເລັສ​ຕິນ,​ພຽງ​ແຕ່​ແມ່ນ​ດຳ​ເນີນ​ກາ​ກ​ກໍ່​ສ້າງ​ຢູ່​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ເຢ​ລູ​ຊາ​ເລັມ​ເທົ່າ​ນັ້ນ,​ອິສ​ຣາ​ແອນ​ຈະ​ສະຫງວນ​ສິດ​ຄວບ​ຄຸມ​ຈຸດ​ຕັ້ງ​ຖິ່ນ​ຖານ​ເຫຼົ່າ​ນີ້.

ນອກ​ນີ້,ຂ່າວ​ແຈ້ງວ່າ,​ວັນ​ທີ15​ມີ​ຖຸນາ​ນີ້,ໃນ​ການ​ຖະ​ແຫຼ​ງຂ່າວ​ຮ່ວມ​ພາຍຫຼັງ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ມາຣ ມຸດ ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ,ນາງ​ໄລ​ສກ່າວ​ວ່າ,​ອິສ​ຣາ​ແອນ​ດຳ​ເນີນ​ການ​ກໍ່ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານຕໍ່​ໄປ,ອາດ​ຈະ​ທຳລາຍການ​ເຈລະຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ອິສຣາ​ແອນ​ກັບ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ.ທ່ານ​ອັບ​ບາສ​ກ່າວ​ວ່າ,​ອິສ​ຣາ​ແອນ​ກໍ່ສ້າງຈຸດ​ຕັ້ງ​ຖິ່ນ​ຖານ​ແມ່ນ​ອຸປະສັກ​ໃຫຍ່​ກວ່າ​ໝູ່​ຂອງ​ຂະ​ບວນ​ການ​ສັນ​ຕິ​ພາບ​ປາ​ເລັສ​ຕິ​ນອິສ​ຣາ​ແອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>